ຈຳປາສັກ ຄວ້າແຊັມ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026
ເວລາອອກຂ່າວ: 2026-09-01 09:50:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ: ![]()
ຈຳປາສັກ ຄວ້າແຊັມການແຂ່ງຂັນເຕະບານຊາຍ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະຈຳປີ 2026 ຮອບຊີງຊະນະເລີດ ວັນທີ 27 ສິງຫາທີ່ຜ່ານມານີ້, ທີ່ສະໜາມກິລາສູນເຝິກ ສຕລ ຫ້ວຍຫົງ, ແຂວງຈຳປາສັກ ເອັຟຊີ ແຊັມປີ 2024 ເອົາຊະນະດວນຈຸດໂທດ ແຂວງສະຫວັນນະເຂດ 3-1, ຫຼັງຈາກໃນເວລາ 90 ນາທີ ສະເໝີກັນ 1-1 ແລະ ຕໍ່ເວລາພິເສດ 30 ນາທີ ກໍ່ຍັງສະເໝີກັນ 1-1. ຈຳປາສັກ ໄດ້ຮັບຂັນແຊັມ, ຫຼຽນລາງວັນ ແລະ ເງິນລາງວັນ ຈຳນວນ 70 ລ້ານກີບ.
ສະຫວັນນະເຂດ ຮອງແຊັມ ໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນ 25 ລ້ານກີບ, ຄູ່ຊີງອັນດັບ 3 ຫຼວງພະບາງ ຟຟລ ເອົາຊະນະ ເອສຣາ 4-3, ຫຼວງພະບາງ ຟຟລ ໄດ້ອັນດັບ 3 ຮັບຫຼຽນລາງວັນ ແລະ ເງິນລາງວັນ 15 ລ້ານກີບ. ນອກຈາກນີ້, ຍັງມີລາງວັນປະເພດບຸກຄົນເຊັ່ນ: ລາງວັນນັກກິລາດີເດັ່ນ, ລາງວັນຜູ້ຍິງປະຕູຫຼາຍສຸດ, ລາງວັນຜູ້ຮັກສາປະຕູດີເດັ່ນ ແລະ ລາງວັນຄູເຝິກດີເດັ່ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















