ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

W.I.G NAGA U-12 ເດີນທາງ​ສູ່​ສະຫະລັດ ເພື່ອແຂ່ງຂັນ​ບານເຕະ​ ນານາຊາດ ECNL International IberCup 2026
ເວລາອອກຂ່າວ: 2026-09-01 09:48:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ທັບ​ນາຄາ​ນ້ອຍ W.I.G NAGA U-12 ສ້າງ​ອີກ​ໜຶ່ງ​ໜ້າ​ປະຫວັດສາດ​ໃຫ້​ແກ່​ສະໂມສອນ ແລະ ວົງ​ການ​ບານເຕະ​ເຍົາວະ​ຊົນ​ລາວ ຫຼັງ​ອອກ​ເດີນທາງ​ຈາກ ​ສປປ ລາວ ມຸ່ງ​ໜ້າ​ສູ່​ ສະຫະລັດ​ອາ​ເມ​ຣິ​ກາ ເພື່ອ​ກຽມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ບານເຕະ​ເຍົາວະ​ຊົນ​ນານາ​ຊາດ 2026 ECNL International IberCup. ເຊິ່ງ​ການ​ແຂ່ງຂັນ​ມີ​ກຳນົດ​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 4-7 ກັນຍາ 2026 ທີ່​ນະຄອນ Raleigh, ລັດ North Carolina. ຕາມ​ຂໍ້​ມູນ​ຈາກ​ສະໂມສອນ, ການ​ເດີນທາງ​ຄັ້ງ​ນີ້​ນຳພາ​ໂດຍ ທ່ານ ວຽງ​ໄຊ ວິໄລ​ກຸນ ປະທານ​ສະໂມສອນ ພ້ອມ​ດ້ວຍ ຄູເຝິກຕົ້ນ​ຈັກ​ກິດ ນ້ອຍ​ສົມ​ສີ ແລະ​ ຄະນະ​ນັກ​ກິລາ​ຮຸ່ນ U-12. ລາຍການ​ປີ​ນີ້​ຈະ​ແຂ່ງຂັນ​ໃນ​ຮຸ່ນ U-11 ແລະ U-12 ຊາຍ ດ້ວຍ​ຮູບ​ແບບ​ບານເຕະ 7 ຄົນ. ລາຍການ ECNL ມີ​ຫຼາຍ​ກວ່າ 140 ທີມ​ເຂົ້າ​ຮ່ວມ ທັງ​ຈາກ​ສະຫະລັດ ແລະ​ ສະໂມສອນ​ຊັ້ນ​ນຳ​ຕ່າງໆ ຂອງ​ໂລກ. ເຊິ່ງ​ໃນ​ຈຳນວນ​ນັ້ນ​ມີ​ອາ​ຄາ​ເດ​ມີ​ຈາກ​ສະໂມສອນ​ຊື່​ດັງ​ຂອງ​ໂລກ ເຊັ່ນ:Benfica, FC Porto ແລະ Nani FA ຈາກ​ປອກ​ຕຸຍ​ການ; Grmio ແລະ Palmeiras ຈາກ​ບຣາ​ຊິນ; Everton ຈາກ​ອັງກິດ; Athletic Bilbao ແລະ Sevilla FC ຈາກ​ ແອັດ​ສະ​ປາຍ; ພ້ອມ​ດ້ວຍ Kashima Antlers ຈາກ​ຍີ່ປຸ່ນ. ການ​ໄດ້​ຮັບ​ໂອກາດ​ຄັ້ງ​ນີ້​ເກີດ​ຂຶ້ນ​ພາຍຫຼັງ W.I.G NAGA ສ້າງ​ຜົນງານ​ອັນ​ໂດດ​ເດັ່ນ ດ້ວຍ​ການ​ຄວ້າ​ແຊັມ IberCup ທີ່​ປະເທດ​ປອກ​ຕຸຍ​ການ 2 ສະໄໝ​ຊ້ອນ. ໃນ​ປີ 2025 ທີມ​ຈາກ​ລາວ​ເອົາ​ຊະນະ CF Os Belenenses 2-0 ໃນ​ນັດ​ຊີງ​ຊະນະ​ເລີດ. ຕໍ່​ມາ​ໃນ​ວັນ​ທີ 5 ກໍລະກົດ 2026 ພວກ​ເຂົາ​ປ້ອງ​ກັນ​ແຊັມ​ໄດ້​ສຳເລັດ ຫຼັງ​ເອົາ​ຊະນະ GD Estoril Praia B 4-2 ສ້າງ​ຊື່​ສຽງ ແລະ​ ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ວົງ​ການ​ບານເຕະ​ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ