ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ມູນເຊື້ອ​ອັນ​ພິລະ​ອາດ​ຫານ ແລະ ຜົນງານ​ອັນ​ພົ້ນ​ເດັ່ນ ຂອງ​ໂຮງໝໍ​ສູນ​ກາງ 103 ກອງທັບ ຕະຫຼອດ​ໄລຍະ 50 ປີຜ່ານມາ
ເວລາອອກຂ່າວ: 2026-09-01 09:29:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:



ໂຮງໝໍ​ສູນ​ກາງ 103 ກອງ ທັບ​ປະຊາຊົນ​ລາວ ແມ່ນ​ພາກ ສ່ວນ​ໜຶ່ງ​ທີ່​ສຳຄັນຂອງ​ກຳລັງ​ເສນາ​ຮັກ, ກຳເນີດ​ເກີດ​ຂຶ້ນ​ໃນ​ແປວໄຟ​ແຫ່ງ​ການ​ປະຕິວັດ ຕໍ່ສູ້​ກູ້​ຊາດ​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ, ເພື່ອ​ຮັບ​ໃຊ້​ກອງທັບ, ຮັບປະກັນ​ສຸຂະພາບ​ໃຫ້ນາຍ ແລະ ພົນທະ ຫານ​ໃນ​ກອງທັບ ໃນ​ການ​ຕໍ່ສູ້​ຍາດ​ເອົາ​ໄຊຊະນະ. ນັບ​ແຕ່​ມື້​ກຳ ເນີດ ໄດ້​ຕິດ​ແທດ​ກອງທັບ​ກັບ​ທຸກ​ສະໜາມຮົບ​ທັງ​ໃຫຍ່-ນ້ອຍ, ທຸກ​ພູມີ​ປະເທດ​ທີ່​ທຸລະກັນດານ, ເຂດ​ຫ່າງ​ໄກ​ສອກຫຼີກ, ພູ​ສູງ​ເຫວ​ຊັນ, ປະດົງ​ຕຶບໝາ ໄດ້​ເຮັດ​ສຳເລັດທຸກ​ ໜ້າທີ່ ທີ່​ກອງທັບ​ມອບ​ໝາຍ​ໃຫ້. ໄປ​ຄຽງ​ຄູ່​ກັບ​ການ​ເຕີບ​ໃຫຍ່​ຂະ ຫຍາຍຕົວ ຂອງ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ, ເຫຼົ່າ​ຮົບ​ເສນາ​ຮັກ ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ເສນາ​ຮັກ ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ໄດ້ ​ຜັນ​ຂະຫຍາຍຕາ​ໜ່າງ​ເຊີດຊູກະ ທັນຫັນຢູ່​ທຸກ​ສະໜາມຮົບ, ໃນ​ເບື້ອງ​ຕົ້ນກຳລັງແພດ​ໝໍ​ພວກເຮົາ ມີ​ພຽງ​ແຕ່​ແພດ​ປະຈຳ​ສະໜາມ, ແພດ​ສຸກ​ເສີນ​ເຄື່ອນ​ທີ່, ຕໍ່​ມາ​ໄດ້​ປັບປຸງ​ເປັນ​ໜ່ວຍ​ແພດ​ສະໜາມ, ໜ່ວຍ​ແພດ​ສຸກ​ເສີນ​ເຄື່ອນທີ່, ໜ່ວຍ​ແພດ​ຜ່າຕັດ​ເຄື່ອນ​ທີ່, ໂຮງ ໝໍ​ດ້ານ​ຮົບ ແລະ ໂຮງໝໍ​ເຂດ​ທີ່​ໝັ້ນ. ກ່ອນ​ວັນ​ຢຶດ​ອຳນາດ​ທົ່ວ​ປະ ເທດ​ພຽງ 10 ວັນ ຄື​ວັນ​ທີ ວັນ​ທີ 13 ສິງຫາ 1975, ກອງ​ບັນຊາ​ການ​ສູງ​ສຸດ​ກອງທັບ​ປົດ​ປ່ອຍປະ ຊາຊົນ​ລາວ ໄດ້​ຊີ້ນຳຫ້ອງພະລາ ທິການ, ພະ​ແນກ​ເສນາ​ຮັກ ແຕ່ງ ຕັ້ງ​ພະນັກງານ​ເສນາ​ຮັກ​ຈຳ ນວນ​ໜຶ່ງ ເຂົ້າ​ຢຶດ​ເອົາ​ໂຮງໝໍ​ສີ​ສະ ຫວ່າງ​ວົງ, ເຊິ່ງ​ແມ່ນ​ໂຮງໝໍ​ຂອງ​ກອງທັບ​ຝ່າຍ​ຂວາ​ວຽງ​ຈັນ ຢູ່​ນະຄອນຫຼວງ​ວຽງ​ຈັນ. ພາຍຫຼັງ​ປະເທດ​ຊາດ​ໄດ້ຮັບ​ ການ​ປົດ​ປ່ອຍ ແຕ່​ໜ້າທີ່​ອັນ​ສຳ ຄັນ ແລະ ຫຍຸ້ງຍາກ​ສັບສົນ​ໃນ​ໄລຍະ​ນີ້ ແມ່ນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ, ກຳລັງ​ປະຕິວັດ ເຖິງ​ໄດ້​ຮັບ​ໄຊຊະນະ ແຕ່​ຍັງ​ອ່ອນ​ນ້ອຍ ຢືນ​ຢູ່​ໃນ​ສະພາບ​ການ ແລະ ປະ​ເຊີນ​ໜ້າ​ກັບ​ສັດຕູ​ທັງ​ພາຍ​ໃນ ແລະ ພາຍ​ນອກ, ພວກ​ມັນ​ຍັງ​ຊອກ​ທຸກ​ກົນອຸບາຍ​ເພື່ອ​ທຳລາຍ​ມ້າງເພ​ການ​ປະຕິວັດ​ຂອງ​ພວກ​ເຮົາ. ຕໍ່ ໜ້າ​ສະພາບ​ການ​ດັ່ງກ່າວ ກົມ​ການເມືອງ-ສູນ​ກາງ​ພັກ ແລະ ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ໄດ້​ຕົກລົງ​ເອົາ​ສະຖານທີ່​ແຫ່ງ ​ນີ້ ນຳ​ໃຊ້​ເປັນ​ບ່ອນ​ກວດ ແລະ ປິ່ນປົວ​ພະຍາດໃຫ້ແກ່ກຳລັງປະ ກອບ​ອາວຸດ ກໍ​ຄືພໍ່​ແມ່​ປະຊາຊົນ​ບັນດາເຜົ່າ. ມາ​ຮອດ​ວັນ​ທີ 12 ສິງຫາ ປີ 1976 ກອງບັນຊາ ​ການ​ທະຫານ​ສູງ​ສຸດ ໄດ້ອອກຂໍ້​ ຕົກລົງກຳນົດ​ເອົາ​ວັນ​ທີ 12 ສິງ ຫາ 1976 ເປັນ​ວັນ​ສ້າງຕັ້ງໂຮງ ໝໍ​ທະຫານ 103 ຢ່າງ​ເປັນທາງ​ ການ. ພະນັກງານແພດ​ໝໍຂອງ​ ໂຮງໝໍ​ໃນ​ເບື້ອງ​ຕົ້ນແມ່ນ​ໄດ້​ຍ້າຍ​ມາ​ຈາກ​ໂຮງໝໍ 102 ບ້ານ​ນາ​ຫວີດ ເມືອງ​ວຽງ​ໄຊ ແຂວງ​ຫົວ ພັນ ເຊິ່ງ​ແມ່ນ​ໂຮງໝໍ​ຂອງເສ ນາ​ຮັກ ຫ້ອງ​ພະລາທິການກອງ​ບັນຊາ​ການ​ສູງ​ສຸດ​ກອງທັບປົດ​ ປ່ອຍ​ປະຊາຊົນ​ລາວ ແລະ ສົມ ທົບ​ກັບ​ແພດ​ໝໍ ຂອງ​ໂຮງໝໍ​ສີ​ສະ ຫວ່າງ​ວົງ​ໃນ​ເມື່ອ​ກ່ອນ​ຈຳນວນ​ໜຶ່ງ. ດັ່ງນັ້ນ, ອາດເວົ້າໄດ້ວ່າໂຮງ ໝໍ​ທະຫານ 103 ແມ່ນ​ສືບ​ເນື່ອງ ​ມາ​ຈາກ​ໂຮງໝໍ 102 ນາ​ຫວີດ ໃນ​ເມື່ອ​ກ່ອນ. ຕະຫຼອດ​ໄລຍະ​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ໂຮງໝໍ ເປັນ​ເວລາ 50 ປີ, ໂດຍ​ຜ່ານ​ຜ່າ​ ທຸກໆ​ອຸປະສັກ​ຫຍຸ້ງຍາກ​ນາໆ​ປະ ການ ພາຍ​ໃຕ້​ການຊີ້ນຳໂດຍກົງ​ ຮອບດ້ານຂອງ​ຫ້ອງ​ພະລາທິ ການໃນ​ເມືອ​ກ່ອນຕໍ່​ມາແມ່ນກົມ ​ໃຫຍ່​ພະລາທິການ​ກອງທັບ ແລະ ກະຊວງ​ປ້ອງ​ກັນ​ປະເທດ ໃນ​ປັດຈຸບັນ. ຄະນະ​ພັກ-ຄະນະບັນ ຊາ​ແຕ່​ລະໄລຍະໄດ້ມີຄວາມ ​ສາ ມັກຄີ​ເປັນ​ປຶກ​ແຜ່ນ, ເອົາໃຈໃສ່​ປັບປຸງ​ກົມ​ກອງ, ປັບປຸງ​ລະບອບ ​ແບບແຜນ​ວິ​ທິ​ເຮັດ​ວຽກ​ໃຫ້​ກ້າວ ໜ້າ​ທັນ​ສະໄໝ, ເອົາໃຈໃສ່​ຍົກສູງ ແລະ ພັດທະນາ​ເຕັກນິກວິຊາ​ການ, ສຸມ​ໃສ່​ສ້າງ​ພະນັກງານ​ວິ ຊາ​ການ, ພະນັກງານ​ສືບ​ທອດໃຫ້​ ມີ​ຄຸນ​ທາດ​ການເມືອງ​ໜັກແໜ້ນ, ມີ​ວິຊາ​ສະເພາະ​ເຂັ້ມ ແຂງ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ. ນັບ​ແຕ່​ປີ 1976-1986 ແມ່ນ​ໄລຍະ​ທີ່​ໂຮງໝໍ​ຫາ​ກໍ​ໄດ້​ຮັບ ​ການ​ສ້າງຕັ້ງ​ໃໝ່, ເປັນ​ໄລຍະ ​ທີ່​ຫຍຸ້ງຍາກ​ສັບສົນທີ່ສຸດ, ທັງ​ເຮັດ​ໜ້າທີ່​ປັບປຸງ​ໂຮງໝໍ, ທັງ​ກຽມພ້ອມ​ສູ້​ຮົບ​ທຸກ​ເວລາ. ໄລ ຍະ​ນີ້ ໜ້າທີ່​ສຳຄັນ​ຂອງ​ຄະນະ​ພັກ-ຄະນະ​ອຳນວຍການ​ໂຮງໝໍ ແມ່ນ​ເອົາໃຈໃສ່​ສຶກສາອົບຮົມ​ການເມືອງ​ແນວ​ຄິດ, ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ຍົກ​ສູງ​ນ້ຳໃຈ​ຮັກ​ຊາດ, ກຽມພ້ອມ​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະຊາຊົນ, ເສຍ ສະຫຼະ​ທຸກ​ສິ່ງ​ຢ່າງ​ເພື່ອຜົນປະ ໂຫຍດ​ລວມ​ໝູ່ ແລະ ຜົນ​ປະໂຫຍດ ​ຂອງ​ປະເທດ​ຊາດ, ເອົາໃຈໃສ່​ ປັບປຸງລະບອບລະບຽບ, ແບບ ແຜນ​ວິທີ​ເຮັດ​ວຽກ, ປັບປຸງ​ບັນດາ​ຂໍ້​ກຳນົດ, ປັບປຸງ​ການຈັດຕັ້ງ, ສັບ​ ຊ້ອນ​ແບ່ງ​ໜ້າທີ່​ຮັບຜິດຊອບ, ບັນ ຈຸ​ພະນັກງານ​ແພດ​ໝໍ ເຂົ້າ​ໃສ່​ແຕ່​ລະ​ພະແນກການ ໃຫ້​ເໝາະ​ສົມ​ກັບ​ວິຊາ​ສະເພາະ, ເພື່ອ​ກຽມພ້ອມ​ຮັບ​ໃຊ້​ປິ່ນປົວ ແລະ ສຸກ​ເສີນ​ທຸກ​ເວລາ. ນອກຈາກ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຢູ່​ໃນ​ໂຮງໝໍ​ແລ້ວ, ຍັງ​ໄດ້​ສົ່ງ​ພະນັກງານ​ໄປ​ປະຈຳ​ຢູ່​ຈຸດ​ສຸມ, ເຂດ​ຊາຍ​ແດນ, ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດ​ຫຼໍ່​ແຫຼມ ເພື່ອ​ປະກອບສ່ວນ ຮັບປະກັນ​ໃຫ້​ປະເທດ​ຊາດ​ມີ​ຄວາມ​ສະຫງົບ. ການ​ສ້າງຕັ້ງ​ໂຮງໝໍ​ເບື້ອງ​ຕົ້ນ ມີ​ຊື່ວ່າ: ໂຮງໝໍ​ທະຫານ 103, ໄລຍະ​ນີ້​ມີ​ພຽງ 300 ຕຽງ, ມີ​ພະນັກງານ​ແພດ​ທັງ​ໝົດ 268 ສະຫາຍ, ມີ 6 ພະແນກການ ຄື: ພະ​ແນກ​ບໍລິຫານ, ພະແນກການ​ເມືອງ, ພະ​ແນກ​ປິ່ນປົວ​ພາຍ​ນອກ, ພະ​ແນກ​ປິ່ນປົວ​ພາຍ​ໃນ, ພະ​ແນກ​ປະສູດ-ພະຍາດ​ຍິງ ແລະ ພະ​ແນກ​ພະຍາດ​ຕິດແປດ. ຄວາມ​ສະມາດ​ທາງ​ດ້ານ​ວິຊາ​ສະເພາະ​ໃນ​ໄລຍະ​ນີ້ ຍັງ​ມີ​ຂອດ​ຈຳກັດ, ສາມາດ​ແກ້​ໄຂ​ໄດ້​ພະຍາດ​ຂັ້ນ​ພື້ນຖານ ເຊັ່ນ: ບາດແຜ​ສ່ວນ​ອ່ອນ, ຜ່າຕັດ​ແກ້​ໄຂ​ບາດແຜ​ຜົ້ງ​ທ້ອງ, ບາດແຜ​ກະດູກ, ຕັດ​ກຸດ, ປິ່ນປົວ​ບາດແຜ​ຊຶມ​ເຊື້ອ, ປິ່ນປົວ​ໄຂ້ຍຸງ, ອັກເສບ​ກະເພາະ-ລຳໄສ້, ອັກເສບ​ປອດ, ປະສູດ​ລູກ, ຜ່າຕັດ​ເອົາ​ລູກ​ອອກ. ຕໍ່​ມາ​ໃນ​ຊຸມ​ປີ 80 ໄດ້​ມີ​ຫຼາຍ​ທ່ານໝໍ​ຮຽນ​ຈົບມາ ​ຈາກອະ​ດິດ​ສະຫະພາບ​ໂຊ​ຫວຽດ ແລະ ​ສສ ຫວຽດນາມ ໄດ້​ນຳ​ເອົາ​ຄວາມ​ຮູ້​ຄວາມ​ສະມາດ, ປະສົບ​ການ ມາ​ພັດທະນາ​ໂຮງໝໍ ເຮັດ​ໃຫ້​ວິຊາ​ການ​ມີ​ຄວາມ​ສາມາດ​ແກ້​ໄຂ​ໄດ້​ດີ​ຂຶ້ນຕົ້ນຕໍ​ແມ່ນ​ການ ຜ່າຕັດ, ການ​ປິ່ນປົວ​ພະຍາດຍິງ, ພະຍາດ​ເດັກນ້ອຍ, ພະຍາດສະເພາະ​ທາງ​ຫູ-ຕາ-ດັງ-ຄໍ ມີ​ບາດກ້າວ​ດີ​ຂຶ້ນ. ພິເສດໃນໄລຍະນີ້ ໂຮງໝໍ​ໄດ້​ຄັດ​ເລືອກ​ສົ່ງ​ພະນັກງານ​ເຂົ້າ ຮ່ວມ​ກ້ອນ​ສ່ວນ​ສະໜາມ ແລະ ເປັນ​ກຳລັງ​ຕົ້ນຕໍ ໃນການຮັກສາ ​ສຸຂະພາບ​ໃຫ້​ແກ່ພິທີ​ສວນສະ ໜາມ​ສະເຫຼີມສະຫຼອງວັນ​ສະຖາ ປະນາ ​ສປປ ລາວ ຄົບຮອບ 10 ປີ ໃນ​ປີ 1985 ສຳເລັດ​ຢ່າງ​ສະ ງ່າ​ງາມ. ນັບ​ແຕ່​ປີ 1986-1996 ເປັນ​ໄລຍະ​ທີ່​ໂຮງໝໍ ໄດ້​ສຸມ​ໃສ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ, ມີ​ການ ຂະຫຍາຍ​ສ້າງຕັ້ງ​ຕື່ມ ບັນດາ​ພະ​ແນກ​ທີ່​ຈຳເປັນ ແລະ ແຍກ​ອອກ​ເພື່ອ​ຂະຫຍາຍ​ລົງ​ເລິກ​ພະ​ແນກ​ສະເພາະ​ທາງ ເຊັ່ນ: ພະ​ແນກ​ປິ່ນປົວ​ພະຍາດ​ເດັກ, ພະ​ແນກ​ປິ່ນປົວ​ພະຍາດ​ລະບົບ​ລະລາຍ, ພະ​ແນກ​ປິ່ນປົວ​ພະຍາດຫົວໃຈ-ຂໍ່​ກະດູກ-ໄຂ່ຫຼັງ-ຕ່ອມ​ຂັບ​ຍ່ອຍ​ໃນ, ພະ​ແນກ​ປິ່ນປົວ​ລະບົບ​ປະ ສາດ, ພະ​ແນກ​ປິ່ນປົວ​ສຸຂະພາບ​ຈິດ, ພະ​ແນກ​ຜ່າຕັດ​ກະທົບ-ກະ ດູກ, ພະ​ແນກ​ຜ່າຕັດ​ລະບົບ​ລະ ລາຍ, ພະ​ແນກ​ຜ່າຕັດ​ລະບົບ​ຖ່າຍ​ເທ, ພະ​ແນກ​ຜ່າຕັດ​ຜົ້ງ​ເອິກ, ພະ​ແນກ​ຕາ, ພະ​ແນກ​ຫູ​ດັງ​ຄໍ, ພະ​ແນກ​ແຂ້ວ​ຄາງ​ໜ້າ, ພະ​ແນກ​ມໍ​ລະ​ສຸມ​ຟື້ນ​ຟູ​ຊີບ, ພະ​ແນກ​ຫ້ອງ​ກວດ​ເຂດ​ນອກ, ພະ​ແນກ​ຟີ​ຊິກ​ສາດ-ກາຍ​ຍະ​ບຳບັດ ແລະ ພະ​ແນກ​ວິເຄາະ, ພະ​ແນກ​ລັງສີ, ໄດ້ ​ສ້າງຕັ້ງ​ໃໝ່​ພະ​ແນກ​ປິ່ນປົວ​ພະຍາດ​ຕິດແປດ ແລະ ພະ​ແນກ​ປິ່ນ ປົວ​ພະນັກງານ. ໃນ​ຊຸມ​ປີ​ນີ້ ບັນດາ​ພະນັກງານວິຊາການສຳຄັນ ​ຂອງ​ໂຮງໝໍ ໄດ້​ສຳເລັດ​ຍົກ​ລະ ດັບ​ຊ່ຽວຊານ ຂັ້ນ 1 ຈຳນວນ​ໜຶ່ງ​ຈາກ​ວິທະຍາຄານ​ການ​ແພດ​ກອງທັບ​ປະຊາຊົນ​ຫວຽດນາມ ເຮັດ​ໃຫ້​ວິຊາ​ການ​ໄດ້​ປັບປຸງ​ດີຂຶ້ນ. ອີງ​ຕາມ​ການ​ຂະຫຍາຍຕົວ​ຂອງ​ໂຮງໝໍ​ໃນ​ໄລຍະ​ນີ້ ໂຮງໝໍ​ມີ 400 ຕຽງ, ມີ​ສາຍ​ບັນຊາ​ລວມ ຄື: ຄະນະ​ອຳນວຍ​ການ​ໂຮງໝໍ, ພະ​ແນກ​ບໍລິຫານ​ກອງ, ພະ​ແນກ​ບໍລິຫານ​ການ​ແພດ, ພະແນກການ​ເມືອງ, ພະ​ແນກ​ພະ​ລາ-ເຕັກນິກ, ບັນດາ​ພະແນກການ​ວິຊາ​ສະ ເພາະ ໄດ້​ແບ່ງ​ເປັນ 3 ສາຍ ຄື: ສາຍ ກ ແມ່ນ​ສາຍ​ປິ່ນປົວ​ດ້ວຍ​ການຜ່າຕັດ, ສາຍ ຂ ແມ່ນ​ສາຍ​ປິ່ນປົວ​ພະຍາດ​ພາຍ​ໃນ, ສາຍ ຄ ແມ່ນ​ສາຍ​ຊ່ວຍ​ບົ່ງມະຕິ. ໄລ ຍະ​ນີ້ ເກີດ​ບັນຫາ​ຂັດ​ແຍ່ງ​ຊາຍ​ແດນ​ລາວ-ໄທ ເຂດ 3 ໝູ່​ບ້ານ, ເຂດ​ບໍ່​ແຕນ ແຂວງ​ໄຊ​ຍະ​ບູ​ລີ ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ ແລະ ມີ​ການ​ປະ​ທະ​ທາງ​ດ້ານອາວຸດ​ສົງຄາມ ລະຫວ່າງ 2 ປະເທດ, ໂຮງໝໍ​ທະຫານ 103 ກໍ​ ໄດ້​ປະ ກອບສ່ວນ​ຮັບປະກັນ​ສຸຂະ ພາບ, ແກ້​ໄຂ​ສຸກ​ເສີນ ແລະ ປິ່ນປົວ​ບົວ ລະບັດ​ຜູ້​ບາດເຈັບ ແລະ ເຈັບ​ປ່ວຍ, ໄດ້​ແຕ່ງຕັ້ງ​ພະນັກງານ​ແພດ​ໝໍ ໄປ​ປະຈຳ​ກັບ​ກອງ​ທະ ຫານ​ຕີ​ພິເສດ ຂອບ​ເຂດ​ທີ່​ມີ​ສະ ພາບ​ຂັດ​ແຍ່ງ ພ້ອມ​ທັງ​ໄດ້​ສົ່ງ​ພະນັກງານ​ແພດ​ໝໍ​ຜູ້​ທີ່​ມີ​ປະສົບ​ການ ໄປ​ສ້າງຕັ້ງ​ໂຮງໝໍ​ດ້ານ​ຮົບ ເພື່ອ​ຮັບປະກັນ​ການ​ແກ້​ສຸກ​ເສີນ ເຊີດ​ຊູ​ຂັ້ນ​ຕົ້ນ, ສ່ວນ​ຢູ່​ໂຮງໝໍທະ ຫານ 103 ໄດ້​ກາຍເປັນ​ໂຮງໝໍ​ແນວ​ຫຼັງ ເພື່ອ​ຮອງ​ຮັບ​ຜູ້​ບາດເຈັບ ແລະ ເຈັບ​ປ່ວຍ​ທີ່​ສົ່ງ​ມາ​ແຕ່​ແນວ​ໜ້າ. ພ້ອມ​ກັນ​ນັ້ນ, ເພື່ອ​ປະຕິບັດ​ພາລະກິດ​ປົກ​ປັກ​ຮັກສາ​ປະເທດ​ຊາດ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ເພີ່ມ​ທະວີ​ກຳລັງ​ລົງ​ຮາກຖານ ​ປະຊາຊົນ ປະຈຳແຕ່ລະ​ຈຸດສຸມ ​ດ້ານ​ຮົບ ໃນ​ຂອບ​ເຂດ​ທີ່​ມີ​ການ ເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍດີ, ກຸ່ມ​ຕໍ່ຕ້ານ​ການ​ປະຕິວັດ​ລາວ ເຊັ່ນ: ດ້ານ​ຮົບ​ບ້ານ​ຊ້ອນ, ເມືອງ​ພູນ, ເມືອງ​ໝອກ, ເມືອງ​ຈ້າ, ເມືອງ​ອ້ອມ, ຈຸດ​ສຸມ​ຖິ່ນ​ອ່ອນ, ນ້ຳເຕົ້າ​ສາມ​ແສນ, ສັນ​ຫຼວງ... ລ້ວນ​ແຕ່​ມີ​ພະນັກງານ​ແພດ​ໝໍ​ຂອງ​ໂຮງໝໍ​ທະຫານ 103 ຄຽງ​ຂ້າງ​ຕິດຕາມ ແລະ ຮັກສາ​ສຸຂະພາບ ໃຫ້​ແກ່​ກອງທັບ ເພື່ອ​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ