U17 ປີ ທີມຊາດລາວ ຈັບສະຫຼາກຮ່ວມກຸ່ມກັບອີຣານ ແລະ ຊັອກດານີ ການແຂ່ງຂັນບານເຕະຊາຍ U17 ປີ ຊີງແຊັມອາຊີ 2027
ເວລາອອກຂ່າວ: 2026-08-31 14:27:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ: ![]()
ການຈັບສະຫຼາກໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2026 ໂດຍຮອບຄັດເລືອກ ມີທັງໝົດ 35 ທີມເຂົ້າຮ່ວມ, ທີມຊາດລາວ ຖືກຈັດເປັນທີມວາງຢູ່ໂຖທີ 2 ຜ່ານການຈັບສະຫຼາກ ທີມຊາດລາວ ຢູ່ກຸ່ມ D ຮ່ວມກັບ ອີຣານ, ຊອັກດານີ, ປາກິດສະຖານ ແລະ ສີລັງກາ.
ການຄັດເລືອກແບ່ງອອກເປັນ 7 ກຸ່ມ, ກຸ່ມລະ 5 ທີມ ແຂ່ງພົບກັນໝົດໃນກຸ່ມ ແບບຮອບດຽວ ຄັດເອົາພຽງທີ 1 ຂອງກຸ່ມ ເຂົ້າໄປຫຼິ້ນໃນຮອບສຸດທ້າຍ ທີ່ປະເທດອຸສເບກິສຖານ ໃນປີ 2027 ໂດຍຮອບສຸດທ້າຍ ມີ 16 ທີມ, ເຊິ່ງໄດ້ຄັດເອົາ 9 ທີມ ທີ່ມີຜົນງານດີໃນການເຂົ້າຮ່ວມຄັ້ງຜ່ານມາ ໄດ້ສິດເຂົ້າແຂ່ງຂັນໂດຍບໍ່ຕ້ອງຄັດເລືອກ ເຊິ່ງປະກອບມີ: ຍີ່ປຸ່ນ ແຊັມເກົ່າ, ຈີນ ຮອງແຊັມ, ອຸສເບກິສຖານ ເຈົ້າພາບ, ອົດສະຕຣາລີ, ຊາອຸດິອາຣາເບຍ, ທາຈີກິສຖານ, ຫວຽດນາມ, ສາທາລະນະລັດເກົາຫຼີ ແລະ ກາຕ້າ.
ທີມທີ່ຕິດ 1 ໃນ 8 ໃນຮອບສຸດທ້າຍ ຈະໄດ້ສິດໄປເຕະບານຊາຍ U17 ປີ ຊີງແຊັມໂລກ 2027 ທີ່ກາຕ້າ ສ່ວນ 7 ປະເທດ ທີ່ຈະເປັນເຈົ້າພາບຮອບຄັດເລືອກ ປະກອບມີ: ສປປ ລາວ, ໄທ, ມາເລເຊຍ, ມຽນມາ, ສະຫະລັດ ອາຣັບ ເອມີເຣດ, ໂອມານ ແລະ ກີກິດສະຖານ.
ສຳລັບ ຜົນງານຂອງ U17 ປີ ທີມຊາດລາວ ໃນການຄັດເລືອກເຂົ້າຮ່ວມລາຍການນີ້ ເຄີຍຜ່ານການຄັດເລືອກ 3 ຈາກ 11 ຄັ້ງ ໃນປີ 2004 ທີ່ຍີ່ປຸ່ນ, ປີ 2012 ທີ່ ອີຣານ ແລະ ປີ 2023 ທີ່ປະເທດໄທ, ສ່ວນຄັ້ງຜ່ານມາ ບໍ່ຜ່ານຮອບຄັດເລືອກ ກຸ່ມ B ແຂ່ງ 5 ນັດ ມີ 9 ຄະແນນ ຈາກຜົນງານ ຊະນະ 3 ເສຍ 2.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















