ຈຳປາສັກ HAGL ອາເວເນຍ ເອັບຊີ ຕ້ອນຮັບຄູເຝິກ ແລະ 5 ນັກເຕະ ຈາກຫວຽດນາມ ຮ່ວມທົດສອບຝີຕີນ ກຽມລຸຍ ລາວລີກ 1
ເວລາອອກຂ່າວ: 2026-08-31 14:26:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ: ![]()
ສະໂມສອນ ຈຳປາສັກ ຮວ່າງແອັງ ຢາລາຍ ອາເວເນຍ ເອັບຊີ (Champasak HAGL Avenir FC) ໄດ້ອອກມາປະກາດຢືນຢັນຢ່າງເປັນທາງການ ໃນການຕ້ອນຮັບ ທ່ານ ຫງວຽນ ຫງອກ ເລິມ ຄູເຝິກ ແລະ ນັກເຕະອີກ 5 ຄົນ ຈາກສະໂມສອນຊື່ດັງ ໂຮງແອງ ຢາລາຍ (HAGL FC) ໃນເສິກ ວີລີກ 1 ປະເທດຫວຽດນາມ ທີ່ເດີນທາງມາປະເທດລາວ ເພື່ອເຂົ້າຮ່ວມການທົດສອບຝີຕີນ ກຽມຄວາມພ້ອມກ່ອນສູ້ເສິກບານເຕະ ລາວລີກ 1 ລະດູການ 2026-2027 ທີ່ຈະມາເຖິງນີ້.
ສຳລັບນັກເຕະຊາວຫວຽດນາມທັງ 5 ຄົນ ທີ່ເຂົ້າຮ່ວມການທົດສອບຝີຕີນໃນຄັ້ງນີ້ ລ້ວນແຕ່ເປັນຜູ້ຫຼິ້ນໃນຕຳແໜ່ງທີ່ແຕກຕ່າງກັນ ເຊິ່ງປະກອບມີ: ດິງ ເຟືອກ ຊາງ: ຜູ້ຮັກສາປະຕູ (ເກີດປີ 2005), ໂຕ ມິງ ລົກ: ກອງຫຼັງຕົວກາງ (ເກີດປີ 2008), ຫງວຽນ ຮຸຍ ຮວ່າງ: ກອງຫຼັງ (ເກີດປີ 2006), ເລ ຮຸຍ ກຽດ: ກອງກາງ (ເກີດປີ 2003), ຫງວຽນ ບ໋າວ ດຶກ: ກອງໜ້າ (ເກີດປີ 2007), ຕະຫຼອດໄລຍະການທົດສອບນີ້, ບັນດານັກເຕະຈະໄດ້ສະແດງຄວາມສາມາດ ແລະ ປັບຕົວເຂົ້າກັບລະບົບການຫຼິ້ນຂອງທີມຢ່າງເຕັມທີ່. ຫຼັງຈາກສິ້ນສຸດການປະເມີນຜົນ, ຜູ້ທີ່ເຮັດຜົນງານໄດ້ດີທີ່ສຸດ ຈະໄດ້ຮັບໂອກາດເຊັນສັນຍາຢູ່ຮ່ວມກັບ ຈຳປາສັກ HAGL ອາເວເນຍ ເອັບຊີ ເພື່ອລົງແຂ່ງຂັນໃນລາຍການ ລາວລີກ 1 ລະດູການໃໝ່.
ພ້ອມກັນນີ້, ທາງສະໂມສອນຍັງໄດ້ສະແດງຄວາມຂອບໃຈມາຍັງ HAGL FC ທີ່ໃຫ້ການຮ່ວມມືໃນຄັ້ງນີ້ ເຊິ່ງຖືເປັນການສ້າງຄວາມສຳພັນອັນແຂງແກ່ນລະຫວ່າງສອງສະໂມສອນ ແລະ ເປີດໂອກາດໃຫ້ນັກເຕະເຍົາວະຊົນຫວຽດນາມ ໄດ້ມາເກັບກ່ຽວປະສົບການໃນການແຂ່ງຂັນລະດັບນານາຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














