ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມໃຫຍ່ພະລາທິການກອງທັບ ໂອ້ລົມພະນັກງານທີ່ຖືກແຕ່ງຕັ້ງມາຮັບໜ້າທີ່ໃໝ່ ຢູ່ກອງບັນຊາການທະຫານອາກາດ
ເວລາອອກຂ່າວ: 2019-10-31 09:05:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ໃນໂອກາດເຂົ້າຮ່ວມເປັນປະ ທານພິທີປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ຫົວໜ້າພະແນກ ຮອງພະແນກການຂອງຫ້ອງພະລາທິການກອງບັນຊາ ການທະຫານອາກາດກອງທັບປະຊາຊົນ ລາວ ທີ່ຈັດຂຶ້ນໃນວັນທີ 24 ຕຸລາ ນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການ ຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງ ທັບ ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາສະຫາຍ ຜູ້ທີ່ຖືກແຕ່ງຕັ້ງ ຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນ, ສືບຕໍ່ເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະ ນັກງານທີ່ດີ, ມີຄຸນທາດການ ເມືອງໜັກແໜ້ນ, ມີທັດສະນະ ຫຼັກໝັ້ນຊົນຊັ້ນ, ມີຄວາມຊື່ສັດ ບໍລິສຸດ, ມີສະຕິເຄົາລົບນັບຖຶລະ ບຽບວິໄນ, ມີແບບແຜນທັດສະ ນະມະຫາຊົນຖືກຕ້ອງ, ຕັ້ງໜ້າ ປະກອບສ່ວນເຂົ້າໃນການປັບປຸງ ກໍາລັງໃຫ້ເຂັ້ມແຂງ, ໜັກແໜ້ນ ແທດເໝາະກັບສະພາບຄວາມ ເປັນຈິງຂອງໜ້າທີ່ການເມືອງໃນ ໄລຍະໃໝ່, ໂດຍສະເພາະແມ່ນຜູ້ທີ່ຖືກແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ຍົກສູງ ບົດບາດຄວາມຮັບຜິດຊອບຂອງ ຕົນ, ສ້າງຄວາມສາມັກຄີເປັນ ປຶກແຜ່ນຢູ່ພາຍໃນ, ປະຕິບັດຕາມ ຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງ ຄວາມຮັບຜິດຊອບໃຫ້ບຸກຄົນ, ເປັນເຈົ້າການຊີ້ນຳ-ນຳພາສຶກ ສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ນັກຮົບ ໃນກົມກອງຂອງຕົນໃຫ້ມີແນວ ຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນ ຕໍ່ການນຳພາຂອງພັກ ຢ່າງ ເລິກ ເຊິ່ງ, ມີຄວາມຈົງຮັກພັກດີ, ຊື່ ສັດບໍລິສຸດຕໍ່ພັກ, ຕໍ່ກອງທັບ ແລະ ຕໍ່ປະເທດຊາດ. ໃນພິທີດັ່ງກ່າວໄດ້ມີການ ຜ່ານມະຕິຕົກລົງຍົກຍ້າຍນາຍ ທະຫານຈໍານວນ 4 ສະຫາຍ ຢູ່ ກອງພັນໃຫຍ່ 703 ໄປຮັບໜ້າທີ່ຢູ່ກອງບັນຊາການທະຫານອາ ກາດໃນນີ້ໄດ້ຍົກຍ້າຍ ສະຫາຍ ພັນໂທ ຄອນສະຫວັນ ພັນທະວົງ ໄປເປັນຮອງຫົວໜ້າພະແນກ ບໍລິຫານສັງລວມ, ສະຫາຍ ພັນ ໂທ ສຸພັນ ເດດນໍລະສິນ ເປັນຮອງ ຫົວໜ້າພະແນກອົບຮົມການບິນ, ສະຫາຍ ພັນໂທ ຄໍາປັນ ສຸດີ ເປັນ ຮອງຫົວໜ້າພະແນກອົບຮົມການບິນ,ສະຫາຍ ພັນໂທ ສະຫງົບ ຈັນ ທະໜອມ ເປັນຫົວໜ້າຂະແໜງ ຫົວຈັກ-ລໍາຕົວ, ສະຫາຍ ພັນໂທ ໄມທອນ ແກ້ວລໍວັນເຮືອງ ຮອງ ຫົວໜ້າຫ້ອງພະລາທິການກອງ ບັນຊາການທະຫານ ແຂວງ ໄຊ ສົມບູນ ໄປຮັບໜ້າທີ່ເປັນຮອງຫົວ ໜ້າຫ້ອງພະລາທິການກອງບັນ ຊາການທະຫານອາກາດ, ຍົກ ຍ້າຍແຕ່ງຕັ້ງ ສະຫາຍ ພັນໂທ ສໍາເລືອງ ພັນທະລີ ຮອງຮັບຜິດ ຊອບວຽກງານພະລາທິການ-ບໍລິຫານສູນຄຸ້ມຄອງຂໍ້ມູນຂ່າວ ສານ ແລະ ການສື່ສານກອງທັບ ໄປຮັບໜ້າທີ່ເປັນຮອງຫົວໜ້າ ຫ້ອງພະລາທິການກອງບັນຊາ ການທະຫານອາກາດ, ຍົກຍ້າຍ ສະຫາຍ ພັນຕີ ວຽງພອນ ຫຼວງ ພະຈັນ ຢູ່ກອງຜະລິດກະສີກໍາ ເລກ 6 ໄປຮັບໜ້າທີ່ເປັນຫົວໜ້າ ພະແນກຜະລິດກະສີກໍາກອງບັນ ຊາການທະຫານອາກາດ, ຍົກ ຍ້າຍ ສະຫາຍ ພັນຕີ ຈັນແດງ ລັງ ສີມັນ ຊ່ວຍວຽກຂະແໜງນໍ້າມັນ ເຊື້ອໄຟກອງພັນໃຫຍ່ 703 ໄປ ຮັບໜ້າທີ່ເປັນຮອງຫົວໜ້າພະ ແນກນໍ້າມັນເຊື້ອໄຟກອງບັນ ຊາການທະຫານອາກາດ ແລະ ຊັບຊ້ອນມອບໝາຍໜ້າທີ່ໃຫ້ພະ ແນກ, ຂະແໜງການຢູ່ພາຍໃນ ກອງບັນຊາການທະຫານອາ ກາດຕື່ມອີກຈຳນວນໜຶ່ງ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ