ອຸດົມໄຊ ເອັນທຣີເມັດສ ເອັບຊີ" ປະກາດກຽມລຸຍເສິກ ລາວລີກ 1 ລະດູການ 2026-2027 ຢ່າງເປັນທາງການ
ເວລາອອກຂ່າວ: 2026-08-28 09:51:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ: ![]()
ວົງການບານເຕະລາວຄຶກຄື້ນຂຶ້ນອີກຄັ້ງ ເມື່ອຫຼ້າສຸດ ສະໂມສອນ ອຸດົມໄຊ ເອັນທຣີເມັດສ ເອັບຊີ (Oudomxay Entremets FC) ໄດ້ອອກມາ ປະກາດຢ່າງເປັນທາງການຜ່ານໜ້າເພຈ Facebook ຂອງສະ ໂມສອນ ໃນການກ້າວຂຶ້ນມາຮ່ວມແຂ່ງຂັນໃນລີກສູງສຸດຂອງປະເທດ "ລາວລີກ 1" (Lao League 1) ປະຈຳລະດູການ 2026-2027 ທີ່ຈະມາເຖິງນີ້.
ທາງສະໂມສອນໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງສະຫະພັນບານເຕະແຫ່ງຊາດລາວ (ສຕລ), ໂດຍສະເພາະຄະ ນະບໍລິຫານງານ ແລະ ປະທານ ສຕລ ທີ່ມອບໂອກາດອັນສຳຄັນນີ້ໃຫ້ແກ່ທີມນ້ອງໃໝ່ຈາກແຂວງອຸດົມໄຊ. ພ້ອມທັງຝາກຄວາມຮັກແພງ ແລະ ຄວາມສາມັກຄີ ມາຍັງທຸກໆສະໂມສອນໃນຄອບ ຄົວ ລາວລີກ 1 ທີ່ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ.
ຕົວແທນຂອງສະໂມສອນກ່າວວ່າ: "ການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ຖືເປັນຄວາມທ້າທາຍ ແລະ ເປັນກຽດອັນສູງຍິ່ງຂອງສະໂມສອນທີ່ຈະໄດ້ຮ່ວມ ຊີງໄຊ ແລະ ສ້າງຜົນງານກັບບັນດາທີມຊັ້ນນຳຕ່າງໆໃນລະດູການ 2026-2027."
ພ້ອມກັນນີ້, ທາງສະໂມສອນຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງແຂວງອຸດົມໄຊ, ທຸກພາກສ່ວນທີ່ກ່ຽວຂ້ອງ ລວມເຖິງແຟນບານຊາວແຂວງອຸດົມໄຊ ໃຫ້ຊ່ວຍສະໜັບສະໜູນ ແລະ ເປັນກຳລັງໃຈແຮງເຊຍ ເພື່ອຊຸກ ຍູ້ໃຫ້ທັບນັກເຕະ "ອຸດົມໄຊ ເອັນທຣີເມັດສ ເອັບຊີ" ສາມາດສ້າງຜົນງານທີ່ປະທັບໃຈອອກມາໃຫ້ດີທີ່ສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














