ອາຣເທີ ຟິສ ນັກເທັນນິສ ຈາກຝຣັ່ງ ໄດ້ແຊັມລະດັບ ມາສເຕີ 1.000 ລາຍການທຳອິດໃນອາຊີບ
ເວລາອອກຂ່າວ: 2026-08-28 09:50:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ: ![]()
ອາຣເທີ ຟິສ ອາຍຸ 22 ປີ ມື 21 ຂອງໂລກ ເອົາຊະນະ ຟຣານເຊັສ ເທໂຟ ມື 23 ຂອງໂລກ ຈາກເຈົ້າພາບ ສະຫະລັດ ອາເມຣິກາ ຮອບຊີງຊະນະເລີດ ລາຍການ ຊິນຊິນນາຕິ ໂອເພັນ 2026 ໃນທ້າຍອາທິດຜ່ານມາ 2-1 ເຊັດ: 6-3, 1-6, 6-0 ເຮັດໃຫ້ ອາຣເທີ ຟິສ ໄດ້ແຊັມລະດັບ ມາສເຕີ 1.000 ລາຍການທຳອິດໃນອາຊີບ ຮັບຂັນແຊັມ ພ້ອມເງິນລາງວັນ 1.151.380 ໂດລາ ສະຫະລັດ ຫຼື ເກືອບ 34 ຕື້ກີບ, ຮອງແຊັມໄດ້ຮັບ 612.340 ໂດລາ.
ຂະນະທີ່ແຊັມປະເພດຍິງດ່ຽວເປັນຂອງ ໂກໂກ້ ກັອຟ ມື 4 ຂອງລາຍການ ຈາກເຈົ້າພາບ ຮອບຊີງເອົາຊະນະ ເຈັສຊີກ້າ ເປກູລ້າ ມື 3 ຂອງລາຍການ ເພື່ອນຮ່ວມຊາດລຸ້ນເອື້ອຍ 2-0 ເຊັດ: 6-2, 6-4 ໄດ້ແຊັມໂລກເປັນສະໄໝທີ 2 ຕໍ່ຈາກປີ 2023 ຮັບຂັນແຊ້ມ ແລະ ເງິນລາງວັນ 1.086.220 ໂດລາ, ຮອງແຊັມໄດ້ຮັບ 566.920 ໂດລາ.
ການແຂ່ງຂັນເທັນນິສລະດັບໂລກ ລາຍການຕໍ່ໄປຈະກ້າວເຂົ້າ ສູ່ແກຣນສະແລມສຸດທ້າຍຂອງປີ ຢູເອັສ ໂອເພັນ 2026 ຈະແຂ່ງ ຂັນລະຫວ່າງວັນທີ 30 ສິງຫາ-13 ກັນຍານີ້ ທີ່ມະຫານະຄອນນິວຢ໊ອກ ສະຫະລັດອາເມຣິກາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














