ກອງບັນຊາການທະຫານແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-18 14:31:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງຂະແໜງພະລາທິການກອງທັບປະຊາຊົນລາວ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກຳມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີສະຫາຍ ພັນເອກ ບຸນຈັນ ທອງອ່ອນປະເສີດ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນຈັນ ທອງອ່ອນປະເສີດ ໄດ້ເລົ່າຄືນປະຫວັດການກໍາເນີດ, ການສ້າງສາພັດທະນາ ແລະ ຜົນງານອັນພາກພູມໃຈ ຂອງວຽກງານພະລາທິການຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 70 ປີ ແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງຂະແໜງການພະລາທິການກອງທັບ ດັ່ງນັ້ນ, ເພື່ອສືບຕໍ່ຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ ຂອງວຽກງານພະລາທິການ ຄະນະພັກ-ຄະນະບັນຊາ ທຸກຂັ້ນ ແລະ ພະນັກງານ-ນັກຮົບ ທີ່ເຮັດວຽກງານພະລາທິການ ຕ້ອງຍົກສູງຄຸນນະພາບວຽກງານຮັບປະກັນພະລາທິການ ໃຫ້ກົມກອງ ກໍຄືກອງທັບຢ່າງປະດິດສ້າງ ແລະ ມີປະສິດທິຜົນສູງ ຕິດພັນກັບການຍູ້ແຮງຂະບວນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມແນວທາງ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ ແລະ ເປັນຂະບວນການຟົດຟື້ນກວ່າເກົ່າ ປະກອບສ່ວນໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຍາດເອົາຜົນງານອັນໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














