ກອງປະຊຸມຕີລາຄາ ການຈັດຕັ້ງປະຕິບັດ ບົດທຶກຮ່ວມມືວຽກງານຄຸ້ມຄອງ ແລະ ປ້ອງກັນຊາຍແດນ ປະຈຳປີ 2026
ເວລາອອກຂ່າວ: 2026-08-18 11:41:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 356 | ຄວາມນິຍົມ: ![]()
ວັນທີ 17 ສິງຫາ 2026 ນີ້, ທີ່ ຫ້ອງປະຊຸມກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດກອງປະຊຸມປະຊຸມຕີລາຄາ ການຈັດຕັ້ງປະຕິບັດບົດທຶກຮ່ວມມື ວຽກງານຄຸ້ມຄອງ ແລະ ປ້ອງກັນຊາຍແດນ ປະຈຳປີ 2026 ພ້ອມທັງ ເຊັນບົດບັນທຶກການພົວພັນຮ່ວມມື ປະຈຳປີ 2027 ລະຫວ່າງ ກອງບັນຊາການທະຫານແຂວງຫົວພັນ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງເຊິນລາ ສສ ຫວຽດນາມ, ເຊິ່ງຝ່າຍລາວ ນຳໂດຍສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄູນ ຫົວໜ້າການທະຫານ ກອງບັນຊາການະຫານແຂວງຫົວພັນ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຟ້າມ ຕຸ່ງ ເລີມ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ແຂວງເຊິນລາ, ພ້ອມດ້ວຍຄະນະຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະທັງສອງຝ່າຍ ໄດ້ຜັດປ່ຽນກັນມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນວຽກງານຮອບດ້ານ ກ່ຽວກັບຜົນການຮ່ວມມືປະຕິບັດວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ ໃນໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນສະພາບການລວມ, ຄວາມສະຫງົບຂອງຊາຍແດນແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ເຂດຊາຍແດນ, ການປະສານສົມທົບກັນຂອງສອງຝ່າຍ ໃນການແລກປ່ຽນຂໍ້ມູນ, ຂ່າວສານ, ການລາດຕະເວນຮ່ວມສອງຝ່າຍ, ການຕີລາຄາສະພາບການຕົວຈິງ, ການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວ ເຂົ້າ-ອອກ ເມືອງຜິດກົດໝາຍ, ການກວດກາ, ຄຸ້ມຄອງ, ປັບປຸງ, ຍົກລະດັບເສັ້ນທາງລຽບຊາຍແດນ, ການຕົບແຕ່ງ ແລະ ປູກຕົ້ນໄມ້ ຢູ່ອ້ອມຂ້າງບັນດາຫຼັກໝາຍຊາຍແດນ, ການຕ້ານອາຊະຍາກຳ, ການຂົນສົ່ງ, ຄ້າຂາຍເຖື່ອນຜ່ານເສັ້ນຊາຍແດນ, ການທຳການຜະລິດສ້າງທີ່ຢູ່ອາໄສ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄລຍະຜ່ານມາ.
ໃນພິທີ, ໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳ ໃນການພົວພັນຮ່ວມມື ປະຈຳປີ 2027 ແລະ ຜັດປ່ຽນກັນຂຶ້ນມອບຂອງຂວັນທີ່ລະນຶກ ໃຫ້ເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ: ສົມເພັດ ວິໄລຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















