ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

19 ບ້ານ ຂອງເມືອງເຊບັ້ງໄຟ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ
ເວລາອອກຂ່າວ: 2026-08-18 10:26:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 336 | ຄວາມນິຍົມ:



ທ່ານ ອື່ງສິດ ນິມິດບັນຊາ ຮອງປະທານຄະນະກໍາມະການປົກຄອງເມືອງເຊບັ້ງໄຟ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ຢູ່ເມືອງເຊບັ້ງໄຟ ເລີ່ມແຕ່ວັນທີ 1-14 ສິງຫາ 2026 ລະດັບນໍ້າເຊບັ້ງໄຟ ໄດ້ເພີ່ມສູງຂຶ້ນກາຍອັນຕະລາຍ ຄື: 21,74 ແມັດ ໃນນັ້ນ, ເຂດເຕືອນໄພແມ່ນ 19 ແມັດ ແລະ ເຂດອັນຕະລາຍ 20 ແມັດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ 19 ບ້ານ ໃນນີ້, ຕາແສງສີບຸນເຮືອງ 10 ບ້ານ, ຕາແສງຄໍາແພໃຕ້ 7 ບ້ານ, ຕາແສງຄໍາແພເໜືອ 2 ບ້ານ. ດ້ານການຊ່ວຍເຫຼືອ ຂອງພາກສ່ວນຕ່າງໆ ໃນສັງຄົມ ລວມໄປເຖິງກອງເລຂາໄພພິບັດຂັ້ນເມືອງ ໄດ້ມີການແຕ່ງຕັ້ງຄະນະກໍາມະການ ແລະ ຕັ້ງຈຸດໃນການຮັບເຄື່ອງຊ່ວຍເຫຼືອລວມມີ 3 ຈຸດຄື: ຈຸດທີ 1 ຢູ່ຕາແສງສີບຸນເຮືອງ ໂດຍສະເພາະແມ່ນຢູ່ເຂດບ້ານນາພອກ. ຈຸດທີ 2 ຢູ່ບ້ານທ່າຄໍ້ ຕາແສງຄໍາແພໃຕ້ ແລະ ຈຸດທີ 3 ຢູ່ຫ້ອງວ່າການປົກຄອງເມືອງ. ຄະນະກໍາມະການປົກຄອງເມືອງເຊບັ້ງໄຟ ໄດ້ລະດົມທົ່ວສັງຄົມເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊິ່ງປັດຈຸບັນ ແຂວງກໍ່ຄໍາມ່ວນ ໄດ້ມອບເງິນຊ່ວຍເມືອງຈໍານວນ 140 ລ້ານກວ່າກີບ. ນອກຈາກນັ້ນ, ຍັງມີພາກສ່ວນສັງຄົມ, ບໍລິສັດ, ຫ້າງຮ້ານ ໄດ້ປະກອບສ່ວນເກືອບ 180 ກວ່າລ້ານກີບ ຕື່ມອີກ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງມາຜູ້ປະກອບການບໍລິສັດ, ຫ້າງຮ້ານ ແລະ ບຸກຄົນ ປະກອບສ່ວນຕາມທ່າແຮງຕາມຈຸດຕ່າງໆ ຫຼື ວ່າຈະພົວພັນປະສານງານຜ່ານກອງເລຂາ ເພື່ອຈະນໍາເອົາເຄື່ອງອຸປະໂພກ-ບໍລິໂພກເຂົ້າໄປຊ່ວຍເຖິງສະຖານທີ່ຕົວຈິງ. ພ້ອມກັນນັ້ນ ໄດ້ມີການແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ ໂດຍມີການແບ່ງຈຸລົງຕິດຕາມໃນແຕ່ລະມື້ ພ້ອມດ້ວຍກໍາລັງໂດຍສະເພາະກໍາລັງ ປກຊ-ປກສ ເມືອງ ນອກນັ້ນຍັງໃຊ້ກໍາລັງ ກອງພັນໃຫຍ່ 401 ຕື່ມອີກ. ປັດຈຸບັນ ເມືອງເຊບັ້ງໄຟຍັງບໍ່ທັນປະເມີນໄດ້ຄວາມເສຍຫາຍທາງດ້ານສັດລ້ຽງ ໃນນີ້ ລວມເຖິງຊີວິດ ແລະ ຊັບສິນຂອງປະຊາຊົນ, ພາຍຫຼັງນໍ້າຫຼຸດລົງຈະໄດ້ມອບໃຫ້ແຕ່ລະພາກສ່ວນເກັບກໍາຂໍ້ມູນເຊັ່ນ: ກະສິກໍາ, ສາທາ, ສຶກສາ, ໂຍທາ ແລະ ມີແຜນການນໍາສະເໜີເພື່ອລາຍງານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ. ອີງໃສ່ສະພາບນໍ້າຖ້ວມໃນປັດຈຸບັນ ຄວາມຕ້ອງການ ຂອງປະຊາຊົນ ແມ່ນເຄື່ອງອຸປະໂພກ-ບໍລິໂພກ ໂດຍສະເພາະແມ່ນບ້ານທີ່ຖືກຕັດຂາດ ເຊິ່ງບ້ານທີ່ຖືກຕັດຂາດທາງດ້ານໄຟຟ້າແມ່ນບ້ານທ່າຄໍ້, ສ່ວນເສັ້ນທາງຖືກຕັດຂາດແມ່ນບ້ານທ່າຄໍ້, ທ່າຫາດ,ບ້ານຫາດຄໍາຮຽງ ແລະ ບ້ານຄໍາແພເໜືອ (ນໍ້າບໍ່ຖ້ວມແຕ່ສະເພາະເສັ້ນທາງສັນຈອນໄປ-ມາບໍ່ໄດ້). ທ່ານ ວັນດີ ວັນມີໄຊ ນາຍບ້ານ ບ້ານນາພອກ ຍັງໃຫ້ຮູ້ວ່າ: ບ້ານນາພອກ ມີ 306 ຫຼັງຄາ, ມີ 365 ຄອບຄົວ, ເນື້ອທີ່ນາ 475,22 ເຮັກຕາ ຖືກນໍ້າຖ້ວມໝົດ ພ້ອມນັ້ນ, ປະຊາຊົນພາຍໃນບ້ານຍັງມີຄວາມຫຍຸ້ງຍາກໃນການໄປ-ມາຫາສູ່ກັນ ເຊິ່ງບາງຄອບຄົວບໍ່ມີເຮືອ, ບາງຄອບຄົວເປັນຜູ້ອາຍຸສູງ ແລະ ບໍ່ແຂງແຮງ, ເຊິ່ງໃນໄລຍະທີ່ເກີດມີໄພພິບັດ ການນໍາພັກ-ລັດ ໄດ້ນໍາເຄື່ອງມາຊ່ວຍເຫຼືອ ການຈັດຕັ້ງບ້ານໄດ້ຮັບເອົາເຄື່ອງດັ່ງກ່າວເພື່ອໄປແຈກຢາຍເຖິງເຮືອນຂອງແຕ່ລະຄອບຄົວ ເພື່ອແບ່ງປັນກັນຢ່າງທົ່ວເຖິງ ເຊິ່ງຄວາມຕ້ອງການອັນເປັນ ຂອງປະຊາຊົນໃນໄລຍະນີ້ ແມ່ນຕ້ອງການນໍ້າດື່ມ, ໝີ່ ແລະ ຢາທີ່ຈໍາເປັນຕ້ອງໃຊ້ໃນລະດູຝົນ. ໂດຍ: ແດງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ