ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ
ເວລາອອກຂ່າວ: 2026-08-18 09:52:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 349 | ຄວາມນິຍົມ: ![]()
ວັນທີ 17 ສິງຫາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ; ມີເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ປະທານກຸ່ມບໍລິສັດ ຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເລີ່ມພັດທະນາມາແຕ່ປີ 2012, ມີ 4 ກິດຈະການໃຫຍ່ ຄື: ເຂດການເງິນ ແລະ ການຄ້າສາກົນ, ເຂດອຸດສາຫະກຳ, ເຂດຂົນສົ່ງ ແລະ ເຂດທ່ອງທ່ຽວຣີສອດ; ໂຄງລ່າງພື້ນຖານ ເປັນຕົ້ນ ຖະໜົນຫົນທາງ, ທໍ່ສົ່ງນໍ້າ ແລະ ອື່ນໆ ໄດ້ກໍ່ສ້າງສຳເລັດສ່ວນຫຼາຍ; ປັດຈຸບັນ ກຳລັງກະກຽມດ້ານຕ່າງໆ ໃນການກໍ່ສ້າງສູນດາຕ້າເຊັນເຕີ.
ໃນໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳພາກສ່ວນກ່ຽວຂ້ອງບາງດ້ານ ເປັນຕົ້ນ ໃຫ້ກວດກາຄືນ ການກຳນົດເນື້ອທີ່ກິດຈະການ-ໂຄງການຕ່າງໆ ໃຫ້ລະອຽດຈະແຈ້ງ ເພື່ອສະດວກໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກວດກາຄືນດ້ານກົງຈັກການຈັດຕັ້ງ, ລວມທັງ ຈຳນວນເຈົ້າໜ້າທີ່ກວດກາຢູ່ແຕ່ລະຈຸດຂອງດ່ານ ເພື່ອສາມາດເຮັດວຽກຢ່າງກົມກຽວກັບເຈົ້າໜ້າທີ່ຝ່າຍຈີນ; ໃຫ້ລັດວິສາຫະກິດໄຟຟ້າລາວ ແລະ ຜູ້ພັດທະນາເຂດ ປະສານສົມທົບກັນ ໃນການວາງແຜນ ແລະ ສະໜອງໄຟຟ້າຮັບໃຊ້ພາຍໃນເຂດເສດຖະກິດພິເສດ ໃຫ້ພຽງພໍ; ໃຫ້ຜູ້ພັດທະນາເຂດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັນ ເພື່ອສະໜອງແຮງງານ ຢ່າງພຽງພໍ ໂດຍສະເພາະ ແຮງງານພາຍໃນ ຕາມສັດສ່ວນ ທີ່ກົດໝາຍ ແລະ ລະບຽບການ ກຳນົດໄວ້; ໃຫ້ສືບຕໍ່ສ້ອມແປງບັນດາເສັ້ນທາງທີ່ມີການເປ່ເພ ເພື່ອເຮັດໃຫ້ການສັນຈອນໄປມາ, ການຂົນສົ່ງສິນຄ້າ ມີຄວາມສະດວກຫຼາຍຂຶ້ນ; ໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງກົນໄກການແຈ້ງເຂົ້າ-ອອກ ຂອງພົນລະເມືອງ, ພາຫະນະ ແລະ ອື່ນໆ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມໂລ່ງລ່ຽນ ແລະ ຮັດກຸມກວ່າເກົ່າ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














