ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ອານຸກຳມະການກວດກາຂະບວນການ ກອງພົນທີ 1 ເຄື່ອນໄຫວຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ຢູ່ກອງພັນໃຫຍ່ 101
ເວລາອອກຂ່າວ: 2026-08-18 09:50:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ວັນທີ 13 ສິງຫາ 2026 ນີ້, ອານຸກຳມະການກວດກາຂະບວນການ ກອງພົນທີ 1 ນຳໂດຍ ສະຫາຍ ພັນໂທ ບຸນເລີດ ຄໍາໂພໄຊ ກຳມະການຄະນະພັກກອງພົນ, ຮອງຫ້ອງການເມືອງ ກອງພົນທີ 1ເຄື່ອນໄຫວຊຸກຍູ້, ກວດກາຂະບວນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ຢູ່ກອງພັນໃຫຍ່ 101, ມີສະຫາຍ ພັນເອກ ໄມພອນ ພິພັກ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 101, ມີຄະນະພັກ-ຄະນະບັນຊາ ພະແນກການ, ຂະແໜງການ, ກອງພັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ລັດດາວັນ ທອງສະຫວັນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 101 ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027, ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ໃນໄລຍະ 1 ປີຜ່ານມາ ສາມາດຕີລາຄາປະເມີນຜົນ ຂອງສະມາຊິກພັກ ແລະ ຊາວໜຸ່ມ-ແມ່ຍິງ, ກອງ 3 ປອດ, ກົມກອງວັດທະນະທໍາ-ນັກຮົບວັດທະນະທໍາໄດ້ ຄື: ມີສະມາຊິກພັກແຂງ 442 ສະຫາຍ, ກາງ 10 ສະຫາຍ, ບໍ່ໄດ້ແບ່ງປະເພດ 39 ສະຫາຍ, ຊາວໜຸ່ມນຳໜ້າ 4 ບຸກ 394 ສະຫາຍ; ຍິງ 10 ສະຫາຍ, ແຂງ 24 ສະຫາຍ; ຍິງ 2 ສະຫາຍ, ແມ່ຍິງ 3 ດີ ປະເພດ 1 ມີ 61 ສະຫາຍ, ປະເພດ 2 ມີ 4 ສະຫາຍ, ມີຄອບຄົວຜາສຸກ 61 ຄອບຄົວ, ກົມກອງ 3 ດີ ມີ 7 ກົມກອງ, ຕີລາຄາ ແລະ ສະເໜີຮັບຮອງກອງ 3 ປອດປະເພດ 1 ມີ 10 ກົມກອງ, ປະເພດ 2 ມີ 3 ກົມກອງ. ນັກຮົບວັດທະນະທໍາ 833 ສະຫາຍ, ບໍ່ໄດ້ເປັນນັກຮົບວັດທະນະທໍາ 16 ສະຫາຍ ເຊິ່ງກວມເອົາ 90%. ຈາກນັ້ນ, ບັນດາອານຸກໍາມະການ ແລະ ຂະແໜງການທີ່ກ່ຽວຂ້ອງ ກອງພັນໃຫຍ່ 101 ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອວາງທິດທາງແຜນການໃນຊຸມປີຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໂດຍ: ສິນໄຊ ເພັດລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ