ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

6 ເດືອນ​ຕົ້ນ​ປີ 2026 ກອງພັນ​ໃຫຍ່ 642 ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2026-08-18 08:41:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 106 | ຄວາມນິຍົມ:



ສະຫາຍ ພັນ​ເອກ ວຽງພອນ ພົນ​ທະລາ​ຊາ ຫົວໜ້າການ​ທະຫານ ກອງພັນ​ໃຫຍ່ 642 ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດ​ ວຽກ​ງານ​ຮອບດ້ານ 6 ເດືອນ​ຕົ້ນ​ປີ 2026 ຂອງ​ກົມ​ກອງ​ແມ່ນ​ມີ​ຜົນ ສຳເລັດ​ຫຼາຍ​ດ້ານ ​ເປັນຕົ້ນແມ່ນ ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະ ພາບ​ມີ​ຄວາມ​ສະຫງົບ​ ໄດ້​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ ຕິດ​ພັນ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຮັບປະກັນ​ເຮັດ​ໃຫ້​ຂອບ​ເຂດ​ທີ່​ກົມ​ກອງ​ຮັບຜິດຊອບໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ຍົກ​ສູງ​ສະຕິ​ລະວັງ​ຕົວ​ກຽມພ້ອມ​ສູ້​ຮົບ​ຊີ້​ນຳ​ຄະນະ​ບັນຊາ​ແຕ່​ລະ​ ຂັ້ນ​ຈັດ​ຕັ້ງ​ລະບົບ​ປະຈຳການ​ຕະ ຫຼອດ 24 ຊົ່ວໂມງ, ເຊິ່ງ​ໃນ​ແຕ່​ລະວັນ ​ຈະ​ມີຄະນະ​ປະຈຳການ, ສິດ​ປະຈຳການ​ບໍລິຫານ, ສິດ​ປະຈຳການສູ້​ຮົບ ແລະ ສິດ​ປະຈຳການ​ວິຊາ​ສະເພາະ ຈັດ​ຕັ້ງ​ກຳລັງ​ອອກ​ເຄື່ອນ​ໄຫວ​ສາລະ​ເວ​ຕາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ແລະ ປ້ອງ​ກັນ​ເວນຍາມ​ທີ່​ຕັ້ງ​ຄ້າຍ​ຄູ, ສາງ​ຄັງ​ໃຫ້​ມີ​ຄວາມ​ປອດ​ໄພ 100%. ວຽກ​ງານ​ການເມືອງ-ແນວຄິດ ຄະນະ​ພັກ-ຄະນະ​ບັນຊາ​ ກອງພັນ ​ໃຫຍ່ ໄດ້​ຊີ້​ນຳ​ພະແນກການເມືອງ ​ສຸມ​ໃສ່​ການ​ໂຄສະນາ​ສຶກ​ສາອົບ ຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ເປັນ​ເຈົ້າ​ການ​ຕ້ານ ແລະ ສະກັດ​ກັ້ນ​ປະ​ກົດ​ການ​ຫຍໍ້ທໍ້​ຕ່າງໆ​ເຮັດ​ໃຫ້​ສະພາບ​ແນວ​ຄິດ​ພາຍ​ໃນ​ຂອງ​ພະນັກງານ-ນັກຮົບ​ມີ​ຄວາມ​ສະຫງົບ, ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ຄະນະ​ພັກ​ຂັ້ນ​ຕົນ ພ້ອມ​ນັ້ນ, ​ຍັງ​ໄດ້​ຈັດ​ຕັ້ງ​ເຊື່ອມຊຶມ ​ເອກະສານ​ຕ່າງໆ ​ທີ່​ສຳຄັນ​ຂອງ​ຊາດ, ຂອງ​ພັກ ແລະ ຂອງກອງ ທັບ​ເປັນ​ປົກກະຕິ ​ເຮັດ​ໃຫ້​ນາຍ ແລະ ພົນທະຫານ ​ມີ​ແນວຄິດ ຫຼັກໝັ້ນ ແລະ ສະ​ດຸງ​ໄວ​ຕໍ່ການ​ ນຳພາ-ຊີ້ນຳ; ວຽກງານ​ກໍ່ສ້າງ ​ພັກ-ພະນັກງານ ​ໄດ້​ຖືເອົາການ ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ ແຂງ ໜັກ​ແໜ້ນ, ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ​ ເປັນ​ປົກ ກະຕິ ​ເພື່ອ​ສຳ​ຫຼວດ​ກວດກາ, ຕຳ​ນິຕິ​ຊົມກໍ່ສ້າງ​ຊ່ວຍເຫຼືອ​ເຊິ່ງກັນ ແລະ ກັນ ​ເພື່ອ​ເຮັດ​ໃຫ້​ພາຍ​ໃນ​ພັກ​ມີ​ຄວາມ​ສະຫງົບ, ວຽກ​ງານ​ກໍ່ສ້າງ​ພະນັກງານ​ ໄດ້​ສ້າງ​ພະນັກງານ​ຮຸ່ນ​ສືບ​ທອດ​ປ່ຽນ​ແທນ​ທັງ​ກໍ່ສ້າງ​ກັບ​ທີ່ ແລະ ສົ່ງ ​ໄປ​ບຳລຸງ​ກໍ່ສ້າງ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ​ຕາມ​ຕົວ​ເລກ​ແບ່ງ ປັນ​ຂອງ​ຂັ້ນ​ເທິງ​ ບົນ​ພື້ນຖານ​ຫັນ​ເປັນ​ໜຸ່ມ. ວຽກ​ງານ​ການ​ອົບ ຮົມ-ຫັດ​ແອບ​ ໄດ້​ປະຕິບັດ​ຕາມ​ຄຳ​ສັງ​ແນ​ະນຳ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກໍ​ຄື​ ກົມປ້ອງ​ກັນ​ອາກາດ ວ່າ​ດ້ວຍ​ການ​ອົບຮົມ-ຫັດແອບ​ການເມືອງ, ການ​ທະ ຫານ​ພະລາທິການ-ເຕັກນິກ ແລະ ເຫຼົ່າ​ຮົບ​ວິຊາ​ສະເພາະ​ປ້ອງກັນ​ອາກາດ ໃຫ້​ມີ​ຄວາມ​ຊຳນິ​ຊຳ ນານ​ໃນ​ການ​ນຳ​ໃຊ້​ອາວຸດ-ຍຸດ​ໂທ​ປະກອນ​ເຫຼົ່າ​ຮົບ​ວິຊາ​ສະ ເພາະ​ປ້ອງ​ກັນ​ອາກາດ. ວຽກ​ງານ​ສ້າງ​ເສດຖະກິດ ແລະ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໄດ້​ຊີ້​ນຳ​ພະນັກງານ-ນັກຮົບ ສຸມ​ໃສ່​ການ​ປູກ-ການ​ລ້ຽງ​ໄດ້ ຖືເອົາ 4 ປູກ 4 ລ້ຽງ ຕາມທິດ​ ເພິ່ງຕົນ​ເອງ, ກຸ້ມຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ ເອງ, ເຊິ່ງ​ໃນ 6 ເດືອນ​ຕົ້ນ​ປີ 2026 ນີ້, ກົມ​ກອງ​ໄດ້​ປູກ​ພືດ​ຜັກ​ຊະນິດ​ຕ່າງໆ​ ສາມາດ​ເກັບ​ກູ້​ໄດ້ 3.414 ກິ​ໂລກ​ຣາມ​ຄິດ​ເປັນ​ເງິນ 47.615.000 ກີບ, ເກັບ​ກູ້​ເຂົ້ານາແຊງ 2.300 ກິ​ໂລກຣາມ (ເຂົ້າສານ) ເປັນ​ເງິນ 34.500.000 ກີບ, ຂາຍ​ນໍ້າດື່ມຮັບ​ໃຊ້​ບັນດາ​ອົງການ ແລະ ກົມ​ກອງ​ຮາກ​ຖານ ຈຳ ນວນ 4.338 ຕຸກ​ ຄິດ​ເປັນ​ເງິນ 21.690.000 ກີບ, ຂາຍ​ປາ 500 ກິ​ໂລກ​ຣາມ ​ຄິດ​ເປັນ​ເງິນ 20.000.000 ກີບ ແລະ ຂາຍ​ໄຂ່​ໄກ່​ພັນ ລວມ​ເປັນ​ເງິນ​ທັງ​ໝົດ 75.570.000 ກີບ, ລ້ຽງສັດ​ປີກ​ປະເພດ ເປັດ, ໄກ່ 2.750 ໂຕ, ລ້ຽງ​ໝູ 17 ໂຕ ແລະ ງົວ 65 ໂຕ, ປັກ​ດຳ​ເຂົ້ານາ​ປີ ສຳ ເລັດ ໃນ​ເນື້ອ​ທີ 7,4 ເຮັກຕາ, ປູກ​ມັນຕົ້ນ 6,5 ເຮັກຕາ, ສັງ​ລວມ​ໃນ 6 ເດືອນ​ຕົ້ນ​ປີ​ນີ້, ກົມ​ກອງ​ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ​ເຂົ້າ​ຄັງ​ລວມ​ໄດ້​ທັງ​ໝົດ 199.375.000 ກີບ. ວຽກ​ງານ​ຮັບປະກັນ​ເຕັກນິກ ກໍ​ໄດ້​ເປັນ​ເຈົ້າ​ການ​ນຳພາ-ຊີ້​ນຳ ພະນັກງານ​ວິຊາ​ສະເພາະ​ຂອງ​ຕົນ ເອົາໃຈໃສ່​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ, ບົວລະບັດ​ຜັດ​ເຊັດ ແລະ ນຳ​ໃຊ້​ພາຫະນະ​ເຕັກນິກ, ອາວຸດ-ລູກ​ກະສຸນ ແລະ ວັດຖຸ​ເຕັກນິກ ທີ່​ໄດ້​ປະກອບ​ໃຫ້ຖືກຕ້ອງຕາມ ​ລະບຽບ​ຫຼັກການ ຕາມ​ຂໍ້ກຳນົດ ​ຂອງ​ຂັ້ນ​ເທິງ​ວາງ​ອອກ ເປັນຕົ້ນ​ໃນ​ດ້ານ​ວຽກ​ງານຄຸ້ມຄອງພາ ຫະນະໄດ້​ເອົາໃຈໃສ່ ​ຊີ້​ນຳ​ພະ ແນກການ​ທີ່​ກ່ຽວຂ້ອງ ແລະ ກົມ​ ກອງ​ເຫຼົ່າ​ຮົບ ເປັນ​ເຈົ້າ​ການ ຈັດ ຕັ້ງ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ, ບົວລະບັດ​ຜັດ​ເຊັດ​ພາຫະນະ​ຢ່າງ​ເປັນ​ປົກກະຕິ. ໃນ​ນີ້, ໄດ້​ຈັດ​ຕັ້ງ​ວັນ​ເຕັກນິກ ​ເພື່ອ​ກວດກາ​ສະພາບ​ເຕັກນິກ ​ເປັນ​ປະຈຳ, ກວດກາ​ກ່ອນ​ອອກ​ໄປ​ປະຕິບັດ​ໜ້າທີ່ ແລະ ເວລາ​ກໍລະ ນີ​ພາຫະນະ​ເຕັກນິກ​ ມີ​ການ​ເປ່​ເພ ກໍ​ໄດ້​ລາຍ​ງານ​ຂໍ​ທິດ​ຊີ້​ນຳ​ຈາກ​ຂັ້ນ​ເທິງ​ ອະນຸມັດ​ສ້ອມແປງ​ປ່ຽນ​ຖ່າຍ​ອາ​ໄຫຼ່ ທັງ​ນີ້, ​ກໍເພື່ອ​ແນໃສ່​ຮັບປະກັນ​ການ​ນຳ​ໃຊ້​ໄດ້​ຍາວ​ນານ ແລະ ມີ​ຄຸນ​ນະ​ພາບ, ດ້ານ​ວຽກ​ງານ​ການ​ຄຸ້ມ​ຄອງ​ອາວຸດ-ລູກ​ກະສຸນ ໄດ້​ເອົາໃຈໃສ່​ຕິດຕາມ, ຄຸ້ມ​ຄອງຕາມ​ລະບຽບ​ຫຼັກການ ທີ່​ກົມ​ວິຊາ​ສະເພາະ​ແນະນຳ ເພື່ອ​ຮັບປະກັນ​ໃນ​ການ​ນຳ​ໃຊ້​ໃຫ້​ມີ​ຄຸນນະພາບ ແລະ ມີ​ຄວາມ​ປອດ​ໄພ 100%. ສັງ​ລວມ​ແລ້ວ ​ການຈັດຕັ້ງປະ ຕິບັດ​ວຽກ​ງານ​ຮອບດ້ານ 6 ເດືອນ​ຕົ້ນ​ປີ 2026 ຂອງ​ກອງພັນ​ໃຫຍ່ 642 ມີ​ຜົນສຳເລັດ​ຫຼາຍ​ດ້ານ ​ກໍຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ ຈາກ​ຄະນະ​ພັກ​ຂັ້ນ​ເທິງ​ ບວກ​ກັບ​ຄວາມ​ເອົາໃຈໃສ່​ເປັນ​ເຈົ້າ​ການ​ ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ ແລະ ຄະນະ​ພັກ​ແຕ່​ລະ​ຂັ້ນ​ ຈຶ່ງ​ສາມາດ​ຮັບປະກັນ​ໄດ້​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ກົມ​ກອງ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ