ກົມໃຫຍ່ພະລາທິການກອງທັບສ້າງຂະບວນການເຕະບານມິດຕະພາບ ກັບບັນດາກົມກອງພາກກາງ
ເວລາອອກຂ່າວ: 2026-08-18 08:36:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ: ![]()
ທ້າຍເດືອນກໍລະກົດຜ່ານມານີ້, ກົມໃຫຍ່ພະລາທິການກອງທັບ, ຮ່ວມກັບກອງພົນທີ 4, ກອງບັນຊາການ ທະຫານແຂວງຄຳມ່ວນ ແລະ ສະຫວັນນະເຂດ, ໄດ້ສ້າງຂະບວນການເຕະບານມິດຕະພາບ, ເຊິ່ງໄດ້ຈັດຂຶ້ນທີ່ເດີ່ນບານນຳໂຊກ ເມືອງທ່າແຂກແຂວງຄຳມ່ວນ, ໂດຍມີສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ
ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ຕະຫຼອດຮອດຄະນະພັກ-ຄະນະບັນຊາ ຂອງແຕ່ລະກົມກອງ ແລະ ນັກກິລາ ເຂົ້າຮ່ວມ.
ຈຸດປະສົງໃນການເຕະບານມິດຕະພາບໃນຄັ້ງນີ້, ກໍເພື່ອເປັນ ການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ, ໃຫ້ມີຄວາມຄຶກຄື້ນ ແລະ ສົ່ງເສີມສຸຂະພາບກາຍ - ໃຈຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ, ທັງເປັນການເສີມສ້າງມິດ ຕະພາບອັນດີງາມ ແລະ ຮັດແໜ້ນຄວາມສາມັກຄີຂອງແຕ່ລະກົມກອງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມດຽວກັນນັ້ນ,ຍັງເປັນການປູກຝັງຈິດສຳນຶກໃຫ້ພະນັກງານ-ນັກຮົບ, ໃຫ້ຮັກໃນການອອກກຳລັງກາຍເພື່ອເສີມສ້າງ ສຸຂະພາບໃຫ້ມີຄວາມເຂັ້ມແຂງ-ແຂງແຮງ, ມີຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ ເພື່ອເຮັດສຳເລັດ ພາລະ ກິດອັນສຳຄັນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ການແຂ່ງຂັນໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 4 ທີມ, ສຳລັບຜົນຂອງການແຂ່ງຂັນທີມກອງບັນຊາການທະຫານແຂວງຄຳມ່ວນສະເໝີກັບທີມກົມໃຫຍ່ພະ ລາທິການກອງທັບ 3 ຕໍ່ 3 ປະຕູ, ທີມກອງພົນທີ 4 ສະເໝີກັບທີມກອງບັນຊາການທະຫານແຂວງສະຫວັນນະເຂດ 2 ຕໍ່ 2 ປະຕູ, ທ່າມກາງສຽງເຊຍຢ່າງຄຶກຄືນ ແລະ ມ່ວນຊື່ນ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














