ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຮົງກາລີ ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການ
ເວລາອອກຂ່າວ: 2019-10-28 08:25:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ວັນທີ 25 ຕຸລາ ນີ້, ທີ່ທໍາ ນຽບ ປະທານປະເທດ ທ່ານ ບຸນ ຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາຜູ້ ແທນຂັ້ນສູງຂອງລາວ, ໄດ້ຈັດພິ ທີຕ້ອນຮັບ ທ່ານ ຢາໂນສ ອາ ແດຣ ປະທານາທິບໍດີ ແຫ່ງ ສາ ທາລະນະລັດ ຮົງກາຣີ ພ້ອມ ດ້ວຍຄະນະໃນໂອກາດເດີນທາງ ມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 24-27 ຕຸລານີ້. ໃນການພົບປະຄັ້ງນີ້ ທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ທ່ານ ປະທານາທິບໍດີ ຢາໂນສ ອາແດຣທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຂອງ ສ ຮົງກາຣີ ເດີນທາງມາ ຢ້ຽມຢາມລັດຖະກິດ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນອັນ ສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ລາວ-ຮົງກາຣີ ໃຫ້ນັບມື້ແຕກດອກອອກຜົນຍິ່ງ ຂຶ້ນ. ສອງຝ່າຍໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດນັບມື້ໄດ້ຮັບ ການ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຂະຫຍາຍກວ້າງອອກໃນ ຫຼາຍດ້ານນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດ ນຳກັນໃນເດືອນກັນຍາ ປີ 1962 ເປັນຕົ້ນມາ, ເຊິ່ງສະແດງອອກໃນການພົວພັນທາງດ້ານການ ເມືອງລະຫວ່າງສອງປະເທດສືບ ຕໍ່ໜັກແໜ້ນ, ມີການແລກປ່ຽນ ຄະນະຜູ້ແທນໃນຫຼາຍລະດັບນັບ ແຕ່ການນໍາລັດຖະບານລົງຮອດ ຂັ້ນວິຊາການເພື່ອແລກປ່ຽນຄໍາ ຄິດເຫັນ ແລະ ຖອດຖອນບົດຮຽນ ນໍາກັນ ແລະ ຮັດແໜ້ນຄວາມສາ ມັກຄີທີ່ມີມູນເຊື້ອລະຫວ່າງສອງ ປະເທດ. ສອງຝ່າຍມີຄວາມເຂົ້າ ອົກເຂົ້າໃຈອັນເລິກເຊິ່ງ ແລະ ເຄົາ ລົບນັບຖືເຊິ່ງກັນ ແລະ ກັນ, ສະ ໜັບສະໜູນເຊິ່ງກັນ ແລະ ກັນໃນ ເວທີພາກພື້ນ ແລະ ສາກົນ. ນອກ ຈາກນີ້, ລັດຖະບານລາວໄດ້ຕີລາ ຄາສູງຕໍ່ລັດຖະບານ ຮົງກາຣີ ທີ່ ໄດ້ສືບຕໍ່ຊ່ວຍເຫຼືອດ້ານວິຊາການ ໃນຂະແໜງກະສິກຳ, ການສຶກສາ, ລວມທັງໃຫ້ເງິນກູ້ຢືມທີ່ບໍ່ມີດອກ ເບ້ຍ. ໃນນັ້ນ, ຮົງກາຣີ ກໍໄດ້ສືບ ຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ ໃນລະດັບປະລິນຍາຕີ, ປະ ລິນຍາໂທ ແລະ ປະລິນຍາເອກ ເພີ່ມຂຶ້ນ, ເຊິ່ງໃນປັດຈຸບັນມີນັກ ສຶກສາລາວຮຽນຢູ່ ຮົງກາຣີ ຈໍາ ນວນທັງໝົດ 185 ຄົນ. ພ້ອມ ດຽວກັນນີ້, ສອງຝ່າຍຍັງໄດ້ປຶກ ສາຫາລືທິດທາງເພື່ອເສີມຂະ ຫຍາຍສາຍພົວພັນ ແລະ ການ ຮ່ວມມືໃນດ້ານຕ່າງໆ ໂດຍສະ ເພາະແມ່ນການຮ່ວມມືດ້ານການ ເມືອງ, ການທູດ, ກະສິກຳ, ການ ສຶກສາ, ການຄ້າ-ການລົງທຶນ, ການເງິນ, ວິທະຍາສາດ-ເຕັກໂນ ໂລຊີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ການຄຸ້ມຄອງນໍ້າແບບຍືນຍົງ ແລະ ຂະແໜງການອື່ນໆທີ່ທັງ ສອງຝ່າຍມີທ່າແຮງ, ພ້ອມທັງ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວ ກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ. ໃນໂອກາດດຽວກັນນີ້,ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ຮົງກາຣີ ທີ່ໄດ້ ໃຫ້ການຊ່ວຍເຫຼືອ ແລະ ສະໜັບ ສະໜູນ ສປປ ລາວ ໃນໄລຍະຜ່ານ ມາ, ໂດຍສະເພາະໃນປີ 2018, ລັດຖະບານຮົງກາຣີ ໄດ້ໃຫ້ການ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ສປປ ລາວ ໂດຍສະໜອງ ແລະ ຕິດຕັ້ງ ເຄື່ອງຕອງນໍ້າສະອາດຈໍານວນ ໜຶ່ງໃຫ້ແກ່ປະຊາຊົນທີ່ປະສົບໄພ ພິບັດທໍາມະຊາດອັນຮ້າຍແຮງ ແລະ ບໍ່ເຄີຍມີມາກ່ອນຢູ່ແຂວງ ອັດຕະປື ກໍຄືການສະແດງຄວາມ ເສຍໃຈ ແລະ ເຫັນໃຈຕໍ່ປະຊາຊົນ ໃນບັນດາແຂວງພາກໃຕ້ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບ ຈາກອຸທົກກະໄພນຳ້ຖ້ວມເມື່ອບໍ່ດົນມານີ້ ແລະ ຄໍາສະເໜີອັນ ມີມະນຸດສະທໍາ ແລະ ເອື້ອເຟື້ອ ເພື່ອແຜ່ຂອງລັດຖະບານຮົງກາຣີ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອບັນ ເທົາທຸກແກ່ປະຊາຊົນລາວໃນ ແຂວງດັ່ງກ່າວ. ໃນວັນດຽວກັນ, ທ່ານ ຢາ ໂນສ ອາແດຣ ພ້ອມດ້ວຍຄະ ນະຍັງໄດ້ພົບປະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທັງສອງຝ່າຍໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມ ມືສອງຝ່າຍທີ່ໄດ້ຮັບການເສີມ ຂະຫຍາຍໃນຫຼາຍດ້ານໃນໄລ ຍະ 50 ກວ່າປີຜ່ານມາ ເປັນຕົ້ນ ທາງດ້ານການເມືອງ, ການທູດ, ການພົບປະແລກປ່ຽນການ ຢ້ຽມຢາມຂອງການນໍາຂັ້ນສູງ ທັງສອງຝ່າຍ, ການຮ່ວມມືດ້ານ ກະສິກຳ, ການສຶກສາ ແລະ ເງິນ ກູ້ບໍ່ມີດອກເບ້ຍ (Tied Aid Cre- dit) ສຳລັບ 3 ໄລຍະ ມູນຄ່າ 198,6 ລ້ານໂດລາສະຫະລັດ ສຳ ລັບໂຄງການກະສິກຳ, ໂຄງການ ບໍາບັດນໍ້າເປື້ອນແບບລວມສູນຢູ່ ນະຄອນຫຼວງວຽງຈັນ ແລະ ໂຄງ ການຄຸ້ມຄອງປະຊາກອນແບບ ທັນສະໄໝ, ເຊິ່ງມີຄວາມສໍາຄັນ ຫຼາຍຕໍ່ການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າລັດຖະບານຮົງ ກາຣີຈະສືບຕໍ່ພິຈາລະນາການສະ ໜັບສະໜູນທາງດ້ານເງິນກູ້ໄລ ຍະ 4 ສໍາລັບໂຄງການກໍ່ສ້າງ ໂຮງໝໍແຂວງໄຊຍະບູລີຂອງກະ ຊວງສາທາລະນະສຸກ ແລະ ໂຄງ ການວຽກງານສະຖິຕິແຫ່ງຊາດ ຂອງກະຊວງແຜນການ ແລະ ການລົງທຶນຊຸກຍູ້ການຮ່ວມມືເພື່ອ ສົ່ງເສີມ SME, MSME ໃນ ສປປ ລາວ, ເຫັນວ່າຮົງກາຣີ ມີ ປະສົບການ ແລະ ປະສົບຜົນ ສໍາເລັດໃນຂະແໜງການດັ່ງ ກ່າວ. ຈາກນັ້ນ, ທ່ານ ຢາ ໂນສ ອາແດຣ ພ້ອມດ້ວຍຄະນະຍັງ ໄດ້ພົບປະກັບທ່ານນາງ ປານີ ຢ່າ ທໍ່ຕູ້ ປະທານສະພາແຫ່ງຊາດ, ທີ່ສະພາແຫ່ງຊາດ,ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ສະພາແຫ່ງຊາດ ລາວ-ຮົງກາຣີ ໃຫ້ກ້າວຂຶ້ນສູ່ລະດັບໃໝ່. ນອກຈາກເຄື່ອນໄຫວພົບປະ ກັບການນໍາຂັ້ນສູງຂອງ ສປປ ລາວ ແລ້ວ, ທ່ານປະທານາ ທິບໍດີ ຢາໂນສ ອາແດຣ ພ້ອມ ດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີ ວາງພວງມາລາທີ່ອະນຸສາວະ ລີນັກຮົບນິລະນາມ ແລະ ໄປຢ້ຽມ ຢາມຟາມເພາະພັນປານໍ້າຫຸມ, ເຊິ່ງເປັນໜຶ່ງໃນບັນດາໂຄງການ ຮ່ວມມື ລາວ-ຮົງກາຣີ, ພົບປະ ກັບສະມາຄົມມິດຕະພາບ ລາວ- ຮົງກາຣີ ແລະ ອະດີດນັກສຶກສາ ລາວ ທີ່ຮຽນຈົບມາຈາກ ຮົງກາຣີ ແລະ ໄດ້ທ່ຽວຊົມສະຖານທີ່ປະ ຫວັດສາດ ແລະ ວັດທະນະທຳຈຳ ນວນໜຶ່ງທີ່ນະຄອນຫຼວງວຽງ ຈັນ ແລະ ໄດ້ເດີນທາງໄປຢ້ຽມ ຢາມແຂວງຫຼວງພະບາງຕື່ມອີກ. ການຢ້ຽມຢາມຄັ້ງນີ້ ເປັນຄັ້ງ ປະຫວັດສາດຂອງຜູ້ນຳຂັ້ນສູງ ສຸດຂອງ ຮົງກາຣີ ແລະ ໄດ້ດໍາ ເນີນໄປດ້ວຍບັນຍາກາດອັນອົບ ອຸ່ນ, ເຕັມໄປດ້ວຍໄມຕີຈິດ-ມິດ ຕະພາບ ແລະ ໄດ້ຮັບຜົນສໍາຢ່າງ ຈົບງາມ ເຊິ່ງໄດ້ເປັນນິມິດໝາຍ ອັນສຳຄັນໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນ ດີງາມ ລະຫວ່າງ ລາວ-ຮົງກາຣີ ໃຫ້ໜັກແໜ້ນ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ. ໂດຍ: ຄໍາປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ