ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍ້ອງຍໍຜົນງານລວມໝູ່ ແລະ ບຸກຄົນທີ່ປະກອບສ່ວນໃນມື້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-10-28 08:20:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:



ວັນທີ 25 ຕຸລາ ນີ້, ທີ່ກະຊວງ ປ້ອງກັນປະເທດ ໄດ້ຈັດພິທີປະ ດັບຫຼຽນໄຊ ແລະ ໃບຍ້ອງຍໍຜົນ ງານໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານທະນາຄານ ແຫ່ງ ສປປ ລາວ ທີ່ມີຜົນງານປະກອບສ່ວນ ໃນການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະ ການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ສະຫາຍ ນາງ ວັດທະນາ ດາ ລາລອຍ ຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ຄະນະ ນຳກົມໃຫຍ່ການເມືອງກອງທັບ, ຫ້ອງ ວ່າການກະຊວງປ້ອງກັນປະ ເທດ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງກະ ຊວງປ້ອງກັນປະເທດວ່າດ້ວຍການຍ້ອງຍໍສັນລະເສີນຜົນງານ ໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານທະນາຄານ ແຫ່ງ ສປປ ລາວ ທີ່ເປັນເຈົ້າການໃນການປະກອບສ່ວນຢ່າງຕັັ້ງໜ້າ ເຂົ້າໃນການຫ້າງຫາກະກຽມ ແລະ ຕັ້ງຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ທີ່ຜ່ານມາ ດ້ວຍຜົນສຳເລັດຢ່າງຈົບງາມ. ຜົນງານດັ່ງກ່າວ ເປັນການປະ ກອບສ່ວນອັນສຳຄັນເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເພື່ອປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ ກະຊວງປ້ອງກັນປະ ເທດ ຈຶ່ງຕົກລົງປະດັບຫຼຽນໄຊ ພິລາດອາດຫານຊັ້ນ II ໃຫ້ແກ່ ທະນາຄານ ແຫ່ງ ສປປ ລາວ 1 ໜ່ວຍ,ປະດັບຫຼຽນພິລາດອາດ ຫານຊັ້ນ II ໃຫ້ແກ່ບຸກຄົນຈຳນວນ 5 ສະຫາຍ, ປະດັບຫຼຽນໄຊພິລາດ ອາດຫານຊັ້ນ III ແກ່ບຸກຄົນ ຈຳ ນວນ 3 ສະຫາຍ ແລະ ປະດັບ ຫຼຽນກາລະນຶກ 70 ປີ ກອງທັບ ໃຫ້ແກ່ການນຳ ແລະ ພະນັກງານ ທະນາຄານ ແຫ່ງ ສປປ ລາວ ຈຳ ນວນ 35 ສະຫາຍ ໂດຍການຂຶ້ນ ປະດັບ ຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຢ່າງສົມກຽດ. ໂອກາດດັ່ງກ່າວ, ສະຫາຍ ພົນ ໂທ ປອ ທອງລອຍ ສີລິວົງ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະ ນະນຳທະນາຄານ ແຫ່ງ ສປປ ລາວ, ບັນດາກົມກອງ, ສະຖາບັນ ການເງິນ, ໜ່ວຍງານບໍລິການ ຕ່າງໆທີ່ໄດ້ສຸມທຸກເຫື່ອແຮງເຂົ້າ ໃນການປະກອບສ່ວນດຫ້າງຫາ ກະກຽມ ແລະ ຈັດຕັ້ງງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບ ປະຊາຊົນ ລາວ ຄົບຮອບ 70 ມີຜົນສຳເລັດຢ່າງຈົບງາມ ເວົ້າ ລວມ, ເວົ້າສະເພາະ ປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ ປະເທດຊາດມີຄວາມສະຖຽນ ລະພາບ, ມີຄວາມສະຫງົບສຸກ ແລະ ມີຄວາມຈະເລີນກ້າວໜ້າ ຂຶ້ນເລື້ອຍໆ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ