ມອບທຸງໄຊໃຫ້ 2 ໜ່ວຍພັກ ຢູ່ວິທະຍາຄານການແພດກອງທັບ
ເວລາອອກຂ່າວ: 2019-10-28 08:15:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838371 | ຄວາມນິຍົມ:
ວັນທີ 24 ຕຸລາ ນີ້, ວິທະຍາ ຄານການແພດກອງທັບ ໄດ້ສະ ຫຼຸບຖອດຖອນບົດຮຽນການສ້າງ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານ ປະຈຳປີ 2018 ຜ່ານມາໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ
ຄຳເພັດ ສີຊານົນ ກຳມະການຄະ ນະພັກກະຊວງ ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ມີ ຄະນະພັກ-ຄະນະອຳນວຍການ, ຄະນະ ພັກຮາກຖານ, ຄະນະໜ່ວຍ
ພັກ, ສະມາຊິກພັກສົມບູນ-ສຳ ຮອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸບັນ ທີປະ
ພັນ ຄະນະປະຈຳພັກ ຮອງຫົວ ໜ້າການເມືອງວິທະຍາຄານ ການແພດກອງທັບ ໄດ້ຜ່ານບົດ ສະຫຼຸບຕີລາຄາຂະບວນການກໍ່ ສ້າງກອງຮາກຖານເຂັ້ມແຂງ- ໜ່ວຍພັກຮູ້ນຳພາຮອບດ້ານໃນ ໄລຍະປີ 2018 ຜ່ານມາ, ເຊິ່ງໄດ້
ຍົກໃຫ້ເຫັນວຽກງານຫຼາຍດ້ານ ທີ່ພົ້ນເດັ່ນເປັນຕົ້ນວຽກງານການ
ປ້ອງກັນເວນຍາມເຮັດໃຫ້ສະ ພາບພາຍໃນກົມກອງມີຄວາມສະ ຫງົບ 100%, ຖືເອົາວຽກງານ ການສຶກສາອົບຮົມການເມືອງ-ນຳພາແນວຄິດ, ການດຳເນີນຊີ ວິດການເມືອງເປັນສຳຄັນ, ຍົກ ສູງສະຕິຄວາມເປັນເຈົ້າການຕໍ່ ໜ້າທີ່ການເມືອງຂອງກົມກອງ, ເຊື່ອມຊຶມກຳແໜ້ນແນວທາງ ການເມືອງແຜນນະໂຍບາຍ, ມະ ຕິ, ຄຳສັ່ງ, ກົດລະບຽບຂອງພັກ,
ກົດໝາຍຂອງລັດ, ສຳຫຼວດກວດ
ກາຂັ້ນຈຸ-ໜ່ວຍພັກເປັນປະຈຳ ແລະ ເສຍເງິນສະຕິບຳລຸງພັກ ເປັນປົກກະຕິ, ພະນັກງານ-ສະ
ມາຊິກພັກມີຄຸນທາດການເມືອງ ໜັກແໜ້ນເຊື່ອໝັ້ນຕໍ່ການນຳ ພາຂອງພັກ-ລັດ, ອຸ່ນອຽນທຸ່ນ ທ່ຽງຕໍ່ໜ້າທີ່ວຽກງານ, ມີສະຕິ ຕໍ່ການຈັດຕັ້ງ, ມີຄວາມຕື່ນຕົວ ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີ ຄວາມສາມັກຄີພາຍໃນແໜ້ນ ແຟ້ນ-ພາຍນອກຢ່າງກວ້າງ ຂວາງ, ຮັກສາໄດ້ມູນເຊື້ອອັນດີ ງາມຂອງກົມກອງ,ຂອງກອງທັບ ໂດຍຖືເອົາ 5 ຫຼັກການ 3 ທິດນຳ ຂອງພັກເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງສະມາຊິກພັກ, ພ້ອມນັ້ນຍັງໄດ້ກະຕຸກຊຸກຍູ້ ວຽກງານອົງການຈັດຕັ້ງມະຫາ ຊົນຊາວໜຸ່ມ-ແມ່ຍິງ ໄດ້ເອົາໃຈ ໃສ່ປະຕິບັດເນື້ອໃນຄຳຂວັນຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການ 4 ບຸກ, ຂະບວນ ການ 3 ດີ 4 ພັດທະນາ ແລະ ຂໍ້ ກຳນົດ 7 ລະບອບ 18 ວຽກຂອງ ກອງທັບວາງອອກ ມາຈັດຕັ້ງຜັນ ຂະຫຍາຍເຂົ້າໃນວຽກງານຕົວ ຈິງຂອງກົມກອງ, ໄປຄຽງຄູ່ກັບ ວຽກວິຊາສະເພາະແມ່ນໄດ້ເອົາ ໃຈໃສ່ສຶກສາອົບຮົມນັກຮຽນ ການແພດແຕ່ລະລະບົບໃຫ້ເຂົາ ເຈົ້າຮູ້ແຈ້ງຕໍ່ກັບໜ້າທີ່ການເມືອງ
ຂອງຕົນໃນການຂຶ້ນຫ້ອງ, ປະຕິ
ບັດລະບຽບວິໄນຂອງວິທະຍາ ຄານ, ເອົາໃຈໃສ່ຖ່າຍທອດສົ່ງ ຄວາມຮູ້ປະຕິບັດຫຼັກການຄູສອນ ດີ, ສອນເກັ່ງ, ນັກຮຽນດີ-ນັກ ຮຽນເກັ່ງໃຫ້ເພີ່ມຂຶ້ນກວມອັດຕາ ສ່ວນສູງ. ໃນກອງປະຊຸມຍັງໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍການຍ້ອງ ຍໍສັນລະເສີນຜົນງານໃຫ້ແກ່ບັນ ດາກົມກອງຮາກຖານເຂັ້ມແຂງ- ໜ່ວຍພັກຮູ້ນຳພາຮອບດ້ານ, ໃນ ນັ້ນໄດ້ຕົກລົງຮັບຮອງ ແລະ ມອບ
ທຸງໄຊໃຫ້ 2 ໜ່ວຍພັກ, ໃບຢັ້ງ ຢືນກອງແຂງ 12 ໜ່ວຍພັກ, ໃບ
ຍ້ອງຍໍຂອງກະຊວງປ້ອງກັນ ປະ
ເທດ 2 ໜ່ວຍພັກ, ໃບຍ້ອງຍໍຂອງ ກົມໃຫຍ່ການເມືອງກອງທັບ 6 ໜ່ວຍພັກ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຄຳເພັດ ສີຊານົນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານດັ່ງກ່າວ ແລະ ເນັ້ນໜັກຫຼາຍ ບັນຫາສຳຄັນເປັນຕົ້ນວຽກງານ ການເມືອງ-ນຳພາແນວຄິດ ເພື່ອເຮັດໃຫ້ນາຍ ແລະ ພົນທະ ຫານມີແນວຄິດຫຼັກໝັ້ນໜັກ ແໜ້ນ, ເຊີດຊູບົດບາດການນຳພາ
ຂອງພັກໃຫ້ສູງຂຶ້ນ, ຖືເອົາການ ສ້າງກອງ 3 ປອດ, ຍູ້ແຮງການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ, ກອງວັດທະ ນະທຳ-ນັກຮົບວັດທະນະທຳໃຫ້ ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ.
ໂດຍ: ຊີເລົ່າ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ