ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກອົງການກົມ 213 ດຳເນີນໄປດ້ວຍຜົນສຳເລັດເປັນຢ່າງດີ
ເວລາອອກຂ່າວ: 2019-10-25 10:10:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນ ຄັ້ງ ທີ V ຂອງອົງຄະນະພັກອົງການ ກົມ 213 ໄຂຂຶ້ນ ແລະ ອັດລົງ ດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 24 ຕຸລານີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນ ໂທ ສຸວອນ ເລືອງບຸນມີ ກຳມະ ການສູນກາງພັກ,ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ, ມີສະຫາຍ ພົນຕີ ສະຫວ່າງ ໄຊ ສິນນະວົງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວ ໜ້າຫ້ອງການຄະນະກຳມະ ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຄະນະພັກ-ຄະ ນະບັນຊາ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ເລຂາຄະນະພັກ, ຫົວ ໜ້າກົມ 213 ໄດ້ຕີລາຄາຄືນໝາກ ຜົນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງອົງ ຄະນະພັກກົມ 213 ໄລຍະຜ່ານມາ ເຫັນວ່າມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນໄດ້ສຸມໃສ່ຊີ້ນຳ-ນຳ ພາກົມກອງໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ໃນນັ້ນ ໄດ້ສຸມໃສ່ເຮັດ ໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງ, ປັບປຸງ ລະບຽບແບບແຜນ ຍົກລະດັບວິຊາ ສະເພາະວິຊາການໃຫ້ສູງຂຶ້ນ, ສ້າງພັກໃຫ້ກາຍເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກອງໃຫ້ກາຍເປັນກອງປອດ ໃສ ປອດໄພ ປອດຄະດີ ແລະ ການສ້າງກົມກອງວັດທະນະທຳ- ນັກຮົບວັດທະນະທຳດ້ວຍການ ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ແກ່ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ, ຊີ້ນຳ-ນຳພາພະນັກ ງານຫັນລົງກໍ່ສ້າງຮາກຖານ ການ ເມືອງ, ພັດທະນາຊົນນະບົດ ຮອບດ້ານຕາມທິດ 3 ສ້າງຂອງ ກົມການເມືອງສູນກາງພັກ. ຄະນະພັກເນັ້ນໃສ່ການສ້າງພັກ ຕາມ 5 ຫຼັກການ 3 ທິດນຳຂອງພັກ ເຊິ່ງທົ່ວກົມມີອັດຕາສ່ວນການ ນຳພາຂອງພັກຫຼາຍກວ່າເຄິ່ງ ໜຶ່ງຂອງຈຳນວນພົນທັງໝົດໃນ ທົ່ວກົມ, ສຳລັບວຽກງານພະນັກ ງານຂັ້ນຄະນະພັກ ສຸມໃສ່ສ້າງພະ ນັກງານ 3 ຮຸ່ນ ສືບທອດ ແລະ ປ່ຽນແທນ, ສ້າງວິຊາສະເພາະ ຕ່າງໆທີ່ກ່ຽວຂ້ອງແຕ່ລະດັບຊັ້ນ ສູງເຖິງປະລິນຍາເອກ, ນອກນັ້ນ ຍັງໄດ້ຈັດຕັ້ງເຝິກອົບຮົມ ແລະ ບຳລຸງສ້າງພະນັກງານກັບທີ່ ຕາມໂຮງຮຽນ, ວິທະຍາຄານຕ່າງໆທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນ, ຄະນະພັກຍັງ ເນັ້ນໃສ່ການປັບປຸງກໍ່ສ້າງກົມ ກອງ, ປັບປຸງອົງການຈັດຕັ້ງມະ ຫາຊົນ, ປັບປຸງລະບຽບແບບແຜນ ທັງຮັບປະກັນວຽກງານພະລາ ທິການເຕັກນິກ ແລະ ຮັບປະກັນ ແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບໃນກົມກອງໄດ້ ເປັນຢ່າງດີ. ສະຫາຍເລຂາຄະນະພັກອົງ ການກົມ 213 ຍັງກ່າວຕື່ມອີກ ວ່າ: ຄຽງຄູ່ຈຸດດີ ແລະ ຜົນງານ ທີ່ຍາດມາໄດ້ນັ້ນ, ຄະນະພັກອົງ ການກົມ 213 ຍັງຕ້ອງໄດ້ສູ້ຊົນ ບຸກບືນແກ້ໄຂ ເປັນຕົ້ນແມ່ນການ ເຄື່ອນໄຫວວິຊາສະເພາະ, ການ ຫັນລົງກໍ່ສ້າງຮາກຖານການ ເມືອງຍັງບໍ່ທັນໜັກແໜ້ນ, ການ ອົບຮົມການເມືອງ-ແນວຄິດ ເຖິງ ເຮັດຢ່າງຕໍ່ເນື່ອງແຕ່ຄຸນນະພາບ ຍັງ ຕໍ່າ, ການປັບປຸງກໍ່ສ້າງພັກ, ພະ ນັກງານ, ການແກ້ໄຂຊີວິດການ ເປັນຢູ່ກໍເຊັ່ນດຽວກັນຍັງຕ້ອງໄດ້ ປັບປຸງໃຫ້ດີຂຶ້ນຕື່ມອີກ. ສ່ວນ ຄາດໝາຍສູ້ຊົນໃນຕໍ່ໜ້ານັ້ນ ຄະນະພັກຈະຕ້ອງໄດ້ສຸມໃສ່ສຶກ ສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບໃຫ້ມີ ຄວາມໜັກແໜ້ນ, ສ້າງສະມາ ຊິກພັກ-ພະນັກງານໃຫ້ມີຄຸນນະ ພາບ, ປັບປຸງໂຄງປະກອບການ ຈັດຕັ້ງ, ທີ່ຕັ້ງພາລະບົດບາດຂອງ ກົມ 213 ແລະ ກົມກອງຂຶ້ນກັບ ໃຫ້ຈະແຈ້ງສອດຄ່ອງກັບໜ້າ ທີ່ການເມືອງໃນໄລຍະໃໝ່, ຍົກ ລະດັບວິຊາສະເພາະ, ພາຫະນະ ຮັບໃຊ້ຢ່າງພຽງພໍເພື່ອກຽມພ້ອມ ປະຕິບັດໜ້າທີ່ໃຫ້ທັນເວລາ, ພ້ອມນັ້ນກໍເພີ່ມທະວີຄວາມສາ ມັກຄີພາຍໃນໃຫ້ແໜ້ນແຟ້ນ, ພົວພັນກັບເພື່ອນມິດຍຸດທະ ສາດຕາມແນວທາງການທະ ຫານຕ່າງປະເທດຂອງພັກເພື່ອ ປັບປຸງກໍ່ສ້າງກົມກອງໃຫ້ກ້າວສູ້ ແບບແຜນທັນສະໄໝເທື່ອລະ ກ້າວ. ກອງປະຊຸມໄດ້ໃຊ້ສິດປະຊາ ທິປະໄຕປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່ ແລະ ເຫັນດີ ເປັນເອກະສັນຕົກລົງເລືອກເອົາ ສະຫາຍ ພົນຕີ ປອ ທອງວັນ ຈັນ ທະວົງ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ທອງພັນ ຊິງ ວົງໄຊ ເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ບົວວັນ ອາດຖະ ໜາໄຊ ເປັນປະທານກວດກາພັກ, ສະຫາຍ ພັນໂທ ທຸມມາ ພົມມະທຳ, ສະຫາຍ ພັນໂທ ບຸນຕຽນ ໄຊຍຳ ວົງພັນ, ສະຫາຍ ພັນໂທ ຄຳໄພ ສາມາວົງ, ສະຫາຍ ພັນໂທ ເຜີຍ ເພັດ ພົມສີຈັນ, ສະຫາຍ ພັນໂທ ໄກສອນ ພິລາວົງ ແລະ ສະຫາຍ ພັນໂທ ພູວອນ ເມກສະຫວັນ ເປັນຄະນະ. ຕອນທ້າຍຍັງໄດ້ຮັບຟັງການໂອ້ ລົມຈາກ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໂດຍໄດ້ເນັ້ນໃຫ້ຄະ ນະພັກຊຸດໃໝ່ປັບປຸງແບບແຜນວິ ທີນຳພາບັນຊາ ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດ ເຮັດ ໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບມີຄວາມຕື່ນຕົວທາງດ້ານ ການເມືອງສູງ, ມີຈິດໃຈຮັກຊາດ ຢ່າງດູດດື່ມ, ສືບຕໍ່ປະຕິບັດທິດນຳ ຍຸດທະສາດຫັນລົງກໍ່ສ້າງຮາກ ຖານການເມືອງຢ່າງແທດເຖິງ ເລິກເຊິ່ງ, ເອົາໃຈໃສ່ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນລະ ຫວ່າງກອງທັບກັບປະຊາຊົນ ແບບກາຍະອິນຊີ, ປັບປຸງກໍ່ສ້າງ ກຳລັງໃຫ້ເຂັ້ມແຂງທຸກດ້ານ, ປະ ຕິບັດລະບຽບວິໄນຢ່າງເຂັ້ມງວດ ຍົກສູງຄວາມສາມາດດ້ານວິຊາ ສະເພາະໃຫ້ມີຄຸນນະພາບສູງ, ສ້າງສະຕິກຽມພ້ອມສູ້ຮົບຢ່າງຊຳ ນິຊຳນານ, ມີແບບແຜນ "ວ່ອງໄວ ທັນເວລາຄົບຖ້ວນ ແລະ ເຂັ້ມ ງວດ" ເພີ່ມທະວີບົດບາດການ ນຳພາຂອງພັກຕໍ່ກົມກອງໃຫ້ເດັ່ນ ຊັດ, ປັບປຸງກໍ່ສ້າງພັກພະນັກງານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາໃຫ້ ດີ, ປະຕິບັດຫຼັກການລວມສູນປະ ຊາທິປະໄຕຢ່າງເຂັ້ມງວດ ແລະ ສ້າງກົມກອງໃຫ້ເຂັ້ມແຂງກ້າວ ຂຶ້ນ. ໂດຍ: ບົວແກ້ວ ສິດທິວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ