ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ພາກໃຕ້ຂອງລາວ
ເວລາອອກຂ່າວ: 2019-10-25 10:08:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ຄະນະປະຈໍາພັກກະ ຊວງປ້ອງກັນປະເທດ,​ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ແລະ ​ສະຫາຍ ພົນຈັດຕະວາ ຄຳ ມ່ວນ ເລືອງວັນຫຼ້າ ຮອງຫົວໜ້າ ຫ້ອງ ວ່າການກະຊວງປ້ອງກັນ ປະ ເທດ ໄດ້ຕາງໜ້າໃຫ້ກະຊວງປ້ອງ ກັນປະເທດ​ນໍາເອົາເຄື່ອງອຸປະ ໂພກ-ບໍລິໂພກໄປມອບໃຫ້ບັນ ດາແຂວງພາກໃຕ້ຂອງລາວທີ່ ໄດ້ຮັບຜົນກະທົບຈາກໄພພິບັດ ທໍາມະຊາດນໍ້າຖ້ວມໃນໄລຍະ ຜ່ານມາ.     ໃນວັນທີ​ 24 ຕຸລານີ້, ແມ່ນ ໄດ້ມອບຢູ່ແຂວງສະຫວັນນະ ເຂດ ​ລວມມູນຄ່າທັງໝົດ 50​ ລ້ານກີບ,​ ຕາງໜ້າກ່າວຮັບໂດຍ ແມ່ນ ສະຫາຍ ທ່ອນແກ້ວ ພຸດ ທະໄກຍະລາດ ຄະນະປະຈໍາພັກ ແຂວງ ຮອງເຈົ້າແຂວງສະຫວັນ ນະເຂດ,​ ມີ ສະຫາຍ ພົນຈັດຕະ ວາ​ ຈະເລີນ​ ວົງວິໄຊ ຄະນະ ປະຈຳພັກແຂວງ, ຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງສະຫວັນນະເຂດ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ທ່ອນແກ້ວ ພຸດທະໄກຍະລາດ ກໍໄດ້ລາຍງານ ໃຫ້ຊາບໂດຍຫຍໍ້ຜົນເສຍຫາຍຈາກໄພພິບັດທາງທຳມະຊາດນຳ້ຖ້ວມຢູ່ແຂວງສະຫວັນນະ ເຂດໃນຜ່ານມາ​ ພ້ອມທັງໄດ້ ກ່າວສະແດງຄວາມຂອບໃຈນໍາ ກະຊວງປ້ອງກັນປະເທດທີ່ເຫັນ ໄດ້ເຖິງຄວາມຈໍາເປັນຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມ​ດັ່ງກ່າວ​ ຈຶ່ງໄດ້ນໍາເອົາເຄື່ອງມາ ມອບໃນຄັ້ງນີ້ ແລະ ຈະເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເທື່ືອລະ ກ້າວ.​​ ໂອກາດດັ່ງກ່າວ, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ​ນອກຈາກກະຊວງປ້ອງກັນປະ ເທດໄດ້ເອົາໃຈໃສ່ຕໍ່ວຽກງານ ຊ່ວຍເຫຼືອ​ ແລະ​ ກອບກູ້ໄພພິບັດ ແລ້ວ​ຍັງໄດ້ແຜ່ວັດຖຸປັດໄຈເຄື່ອງ ອຸປະໂພກ-ບໍລິໂພກ​ຈາກພາກສ່ວນ ຕ່າງໆ ແລະ ພະນັກງານ-ນັກຮົບ​ ເພື່ອນໍາມາມອບປະກອບສ່ວນ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໄພພິບັດທາງທໍາມະ ຊາດນໍ້າຖ້ວມໂດຍສະເພາະຢູ່ບັນ ດາແຂວງພາກໃຕ້ຂອງລາວເພື່ອ ປະກອບສ່ວນປັບປຸງປົວແປງຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ ກັບຄືນສູ່ສະພາບປົກກະຕິໂດຍ ໄວ.​ ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ​ 23 ​ຕຸລາຜ່ານມາ,​ ແມ່ນ ໄດ້ມອບຢູ່ແຂວງຄໍາມ່ວນລວມ ມູນຄ່າທັງໝົດ 50​ ລ້ານກີບ​ ຕາງ ໜ້າໃຫ້ແຂວງຄໍາມ່ວນກ່າວຮັບ ໂດຍແມ່ນ ສະຫາຍ ພົນຈັດຕະວາ ສົມແຄນ​ ອັບປະສອນ ຄະນະປະ ຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຄໍາມ່ວນ​ ແລະ ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ