ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະກຽມງານວາງສະແດງຮູບພາບມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2019-10-25 10:05:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ໃນວັນທີ 23 ຕຸລານີ້, ຄະ ນະອະນຸກໍາມະການຊີ້ນຳກວດກາ ການກະກຽມງານສະເຫຼີມສະ ຫຼອງລະນຶກວັນມູນເຊື້ອທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽນນາມ ໃນພາລະກິດການ ປະຕິວັດຂອງປະຊາຊົນລາວ ຄົບ ຮອບ 70 ປີ ( 30 ຕຸລາ 1949- 30 ຕຸລາ 2019 ) ເຊິ່ງນໍາໂດຍ ສະຫາຍ ພົນຕີ ພູວົງ ວົງພົມ ກຳ ມະການຄະນະປະຈຳພັກກະ ຊວງ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະ ນະອະນຸກຳມະການຮັບຜິດຊອບ ບັນດາເນື້ອໃນຕ່າງໆລົງກວດ ກາຄວາມພ້ອມໃນການກະກຽມງານວາງ ສະແດງຮູບພາບມູນເຊື້ອທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ຈະຈັດຂຶ້ນ ໃນວັນທີ 25 ຕຸລານີ້ ຢູ່ທີ່ຫໍພິພິ ທະພັນ ໄກສອນ ພົມວິຫານ. ໂອກາດນີ້, ສະຫາຍ ພັນໂທ ຄໍາສີ ລີຟູ່ງ ຫົວໜ້າອໍານວຍການ ຫໍພິພິທະພັນປະຫວັດສາດກອງ ທັບ ໄດ້ລາຍງານສະພາບການກະ ກຽມດ້ານເນື້ອໃນການວາງສະ ແດງໃນເທື່ອນີ້ ເຊິ່ງໄດ້ແບ່ງອອກ ເປັນ 3 ພາກຄື: ພາກທີ I ມູນເຊື້ອ ການຕໍ່ສູ້ຕ້ານພວກຈັກກະພັດ ຝຣັ່ງ 1945-1954, ພາກທີ 2 ໄລຍະການຕໍ່ສູ້ຕ້ານພວກຈັກກະ ພັດອາເມຣິກາ 1955-1975 ແລະ ພາກທີ 3 ມິດຕະພາບອັນ ຍິ່ງໃຫຍ່ຄວາມສາມັກຄີພິເສດ ຮອບດ້ານລະຫວ່າງສອງກອງ ທັບ ລາວ-ຫວຽດນາມ, ຜ່ານ ການກວດກາໃນຄັ້ງນີ້ທາງຄະ ນະຊີ້ນໍາກໍໄດ້ສະແດງຄວາມ ຍ້ອງຍໍຕໍ່ການກະກຽມຄວາມ ພ້ອມໂດຍພື້ນຖານຂອງງານ ວາງສະແດງໃນຄັ້ງນີ້, ໂດຍລວມ ແລ້ວແຕ່ລະໜ້າວຽກແມ່ນຖືກ ຕ້ອງສອດຄ່ອງ ແລະ ສ່ອງ ແສງເຖິງມູນເຊື້ອຮ່ວມສຳພັນສູ້ ຮົບແບບພິເສດລະຫວ່າງ ລາວ- ຫວຽດນາມ, ຫວຽດນາມ-ລາວ ອ້າຍ-ນ້ອງທີ່ມີມາແຕ່ດົນນານ, ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບກໍຄືຄົນຮຸ່ນໃໝ່ ແລະ ປະ ຊາຊົນທົ່ວໄປໄດ້ຮຽນຮູ້ ແລະ ເສີມຂະຫຍາຍວິລະກຳມູນເຊື້ອ ດັ່ງກ່າວ. ໂດຍ: ສອນໄຊ ສໍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ