ໄຂກອງປະຊຸມວິສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16
ເວລາອອກຂ່າວ: 2026-08-05 09:29:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ: ![]()
ຕາມຂ່າວຫວຽດນາມອອນລາຍ (VOVWORLD), ກອງປະຊຸມວິສາມັນຄັ້ງປະຖົມມະເລິກຂອງ ສະພາແຫ່ງຊາດ ຫວຽດ ນາມ ຊຸດທີ 16 ໄດ້ໄຂຂຶ້ນໃນວັນທີ 3 ສິງຫາ, ຢູ່ ຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ, ມີບັນດາການນຳພັກ-ລັດ, ອະດີດການນຳຂັ້ນສູງ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວາລະໄຂກອງປະຊຸມ ໄດ້ຖ່າຍທອດສົດທາງໂທລະພາບ, ວິທະຍຸກະຈາຍສຽງ ເພື່ອໃຫ້ປະຊາຊົນ, ຜູ້ມີສິດເລືອກຕັ້ງທົ່ວປະເທດຕິດຕາມ, ກອງປະຊຸມຈະພິຈາລະນາ, ຕົກລົງ 33 ເນື້ອໃນ ໃນນັ້ນ, ຈະໄດ້ພິຈາລະນາຮັບຮອງເອົາຮ່າງກົດໝາຍ 15 ສະບັບ, ຮ່າງມະຕິຂໍ້ກຳນົດດ້ານກົດໝາຍ 4 ສະບັບ.
ທ່ານ ເຈິ່ນແທັງເໝີ້ນ ເນັ້ນໜັກໃນເວລາກ່າວໄຂກອງປະຊຸມ ວ່າ:“ຂ້າພະເຈົ້າສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດຄົ້ນ ຄວ້າເອກະສານຢ່າງລະອຽດ, ຕັ້ງໜ້າປຶກສາຫາລື, ໂຕ້ວາທີ, ປະກອບຫຼາຍຄຳເຫັນທີ່ມີຄຸນນະພາບ, ໂດຍສະເພາະແມ່ນ ບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ, ບັນດາເນື້ອໃນສົ່ງຜົນສະທ້ອນໂດຍກົງເຖິງປະຊາຊົນ, ວິສາຫະກິດ. ບັນດາອົງການຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດແຕ່ລະຄົນ ສືບຕໍ່ປ່ຽນແປງໃໝ່ຈິນຕະນາການຢ່າງແຮງໃນການສ້າງກົດໝາຍ, ນະໂຍບາຍກົດໝາຍທີ່ປະກາດໃຊ້ໃຫ້ຕິດແທດກັບສະພາບການຕົວຈິງ. ຮ່າງກົດໝາຍ, ມະຕິແຕ່ລະສະບັບ ຕ້ອງໄດ້ກະກຽມຢ່າງເຂັ້ມງວດ, ລະອຽດຮອບຄອບ ນັບແຕ່ຂອດຮຽບຮຽງ, ຕີລາຄາ ແລະ ບັນດາເປົ້າໝາຍທີ່ຖືກຜົນສະທ້ອນ”.
ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບໂຮມປະຊຸມຢູ່ຫໍສະພາແຫ່ງຊາດ ໂດຍ ແບ່ງເປັນ 2 ຄັ້ງ (ຄັ້ງທີ 1: ແຕ່ວັນທີ 03 ສິງຫາ ຮອດຕອນເຊົ້າວັນທີ 13 ສິງຫາ. ຄັ້ງທີ 2: ແຕ່ວັນທີ 19-24 ສິງຫາ).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















