ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງການສຶກສາ
ເວລາອອກຂ່າວ: 2026-08-05 09:13:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ: ![]()
ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາ ລີ ຜ່ານແຜນງານບີຄວາ ໄດ້ຈັດ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ພ້ອມຈັດກິດຈະກຳເຝິກອົບຮົມ ເພື່ອສົ່ງ ເສີມຄວາມສະເໝີພາບຍິງ-ຊາຍ ຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກໃນຂະ ແໜງການສຶກສາ ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການ ເປັນປະທານຮ່ວມໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ, ມີແຂກຖືກເຊີນຈາກພາກສ່ວນຕ່າງໆ ຫົວໜ້າຫ້ອງການ ຮອງຫົວໜ້າຫ້ອງ ການກະຊວງ ຫົວໜ້າກົມສະມາ ຊິກສະຫະພັນແມ່ຍິງລາວ, ຕົວແທນອົງການຈັດຕັ້ງມະຫາຊົນ ຜູ້ອຳນວຍການສຳນັກຂ່າວ ແລະ ສື່ມວນຊົນຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ໃນພິທີເປີດ ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຍົກໃຫ້ ເຫັນເຖິງຄວາມສຳຄັນຂອງການ ຮ່ວມມື ເພື່ອສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ ແລະ ການປົກ ປ້ອງເດັກ ໂດຍທ່ານໄດ້ກ່າວວ່າ: “ງານໃນມື້ນີ້ຍັງເປັນວາລະສຳ ຄັນເພື່ອຢໍ້າຄືນເຖິງຄວາມສຳຄັນຂອງວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ວ່າແມ່ນຄວາມຮັບຜິດຊອບຂອງທຸກຄົນ ສິ່ງດັ່ງກ່າວເປັນສ່ວນໜຶ່ງຂອງການປະຕິບັດປະຈຳວັນໃນໂຮງຮຽນ ໃນສະຖາບັນ ແລະ ໃນວິທີທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອອະນາຄົດຂອງເດັກທຸກຄົນ. ການຮ່ວມມືນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງກະຊວງສຶກສາທິການ ແລະ ກິລາ ໃນການຫັນນະໂຍບາຍໄປສູ່ການຈັດຕັ້ງປະຕິບັດຕົວຈິງ ດ້ວຍເຄື່ອງມືທີ່ນຳໃຊ້ ໄດ້ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມຮັບຮູ້ຂອງສັງຄົມທີ່ເພີ່ມຂຶ້ນ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງ ຕໍ່ເນື່ອງຂອງອົດສະຕຣາລີຕໍ່ວຽກ ງານບຸລິມະສິດທີ່ສຳຄັນເຫຼົ່ານີ້”.
ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍໄດ້ກ່າວເນັ້ນວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ຢືນຢູ່ຄຽງຂ້າງກະຊວງ ສສກ ໃນການສະໜັບສະໜູນວຽກງານການປົກປ້ອງເດັກ ຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ ສິ່ງທີ່ເຮັດໃຫ້ການຮ່ວມມືນີ້ມີຄຸນຄ່າຫຼາຍ ບໍ່ແມ່ນພຽງແຕ່ໄລຍະເວລາການຮ່ວມມືທີ່ມາຍາວນານ ແຕ່ຍ້ອນຄວາມສາມາດໃນການຫັນປ່ຽນໃຫ້ໂຮງຮຽນ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າທີ່ສຳຄັນຂອງວຽກງານທີ່ໄດ້ຮ່ວມມືກັນພັດທະນາ”.
ກິດຈະກຳໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງແມ່ຍິງໃນຂະແໜງການສຶກສາວິ ທະຍາສາດ ແລະ ກິລາໃນຖານະ ຜູ້ນຳທາງຄວາມຄິດຜູ້ຕັດສິນໃຈ ແລະ ເປັນຕົວແທນຂອງການປ່ຽນແປງ. ຄະນະນຳຂອງສະຫະ ພັນແມ່ຍິງ ກະຊວງ ສສກ ໄດ້ນຳ ສະເໜີຍຸດທະສາດແຜນງານ 5 ປີ ແລະ ນຳພາຜູ້ເຂົ້າຮ່ວມຊົມງານວາງສະແດງກ່ຽວກັບປະຫວັດ ສາດຂອງສະຫະພັນແມ່ຍິງ.
ໂອກາດດັ່ງກ່າວສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຮ່ວມກັບພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ນຳສະເໜີວິດີໂອໃໝ່ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ” ວີດີໂອດັ່ງກ່າວສ້າງຂຶ້ນໂດຍອີງໃສ່ຄຳແນະນຳກ່ຽວກັບການປົກ ປ້ອງເດັກ ຂອງກະຊວງ ສສກ ເພື່ອສື່ສານຂໍ້ຄວາມ “ສິ່ງທີ່ຄວນເຮັດ ແລະ ຫ້າມເຮັດ” ຢ່າງປອດໄພ ເຂົ້າໃຈງ່າຍ ແລະ ເໝາະສົມ.
ນອກຈາກນັ້ນ ລັດຖະບານອົດສະຕຣາລີ ຍັງໄດ້ມອບອຸປະກອນຜະລິດວີດີໂອ ແລະ ອຸປະກອນໄອທີ (IT) ມູນຄ່າ 37.662 ໂດລາອົດສະຕຣາລີ (ປະມານ 585.793.000 ກີບ) ເພື່ອສະ ໜັບສະໜູນວຽກງານຂອງທີມ ງານສື່ສານກະຊວງ ສສກ, ຫຼັງ ຈາກພິທີທາງການໄດ້ມີການຈັດ ເຝິກອົບຮົມໃຫ້ແກ່ທີມງານສື່ມວນຊົນຂັ້ນສູນກາງທ້ອງຖິ່ນ ແລະ ນັກຂ່າວ ເພື່ອເສີມສ້າງ ຄວາມເຂົ້າໃຈກ່ຽວກັບການລາຍ ງານຂ່າວທີ່ມີຄວາມຮັບຜິດຊອບ ການປົກປ້ອງເດັກ ການຖ່າຍ ຮູບ-ວິດີໂອເດັກຢ່າງປອດໄພ ແລະ ການສື່ສານທີ່ສົ່ງເສີມ ຄວາມສະເໝີພາບຍິງ-ຊາຍໂດຍຄູເຝິກຈາກພະແນກຄວາມກ້າວ ໜ້າຂອງແມ່ຍິງ ແລະ ມະຫາວິ ທະຍາໄລແຫ່ງຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















