ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະກາດເລື່ອນຊັ້ນນາຍສິບ
ເວລາອອກຂ່າວ: 2026-08-05 08:56:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ: ![]()
ໃນວັນທີ 30 ກໍລະກົດ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປະກາດເລື່ອນຊັ້ນນາຍສິບຂຶ້ນ, ໂດຍການເປັນປະທານຂອງສະຫາຍ ພັນເອກ ປອ ຄຳຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະກົມ, ຫ້ອງການ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນຕີ ສຸກພູວັນ ສຸລິຍະແສງ ຮອງຫົວໜ້າຫ້ອງການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສິບຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ອີງຕາມມາດຕາ 13 ຂໍ້ກຳນົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະທານ ໃນກອງທັບປະຊາຊົນລາວ (ສະບັບປັບປຸງ) ກົມໃຫຍ່ເສນາທິການກອງທັບ ຕົກລົງ: ເລື່ອນຊັ້ນນາຍສິບ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈຳນວນ 12 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນ ຊັ້ນວາທີ 7 ສະຫາຍ, ເລື່ອນຊັ້ນສິບຕີ ຂຶ້ນຊັ້ນສິບໂທ 5 ສະຫາຍ.
ໂອກາດນີ້, ສະຫາຍ ພັນເອກ ປອ ຄຳຕ້ອຍ ມະນີວອນ ໄດ້ສະ
ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍກຳແໜ້ນພາລະບົດບາດໜ້າທີ່ຂອງຕົນເອງ, ມີແບບແຜນວິທີເຮັດວຽກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດມະຕິຄຳສັ່ງ ແລະ ລະບຽບວິໄນ ຢ່າງເຂັ້ມງວດ, ເປັນແບບຢ່າງນຳໜ້າທຸກວຽກງານ, ທຸກຂະບວນການ, ມີ
ຄວາມສາມັກຄີຕໍ່ໝູ່ເພື່ອນໃຫ້ແໜ້ນແຟ້ນ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງໃຫ້ໜັກແໜ້ນ,ຮັກສາໄດ້ລະບຽບວິໄນທີ່ກອງທັບວາງອອກ, ສືບຕໍ່ຍົກລະດັບຄວາມ
ຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະວັດ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນນັກຮົບຜູ້ທີ່ມີ
ຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ
ໃຫ້ ແລະ ກາຍເປັນພະນັກງານຮຸ່ນສືບທອດປ່ຽນແທນໃນອະນາຄົດ.
ໂດຍ: ສົງການ ທະວີສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















