ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ ເຜີຍແຜ່, ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-08-04 16:07:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 810 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2026 ນີ້, ຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງອຸດົມໄຊ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພັນເອກ ວຽງໄຊ ຍົມມະລາ ຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງໄຊ ຍົມມະລາ ໄດ້ເຜີຍແຜ່ ກົດລະບຽບ ຂອງກອງທັບປະຊາຊົນລາວ ( ສະບັບປັບປຸງໃໝ່) ໃຫ້ນາຍ ແລະ ພົນທະຫານ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອມຊຶມ ແລະ ກໍາແໜ້ນ ຕໍ່ບັນດາຂໍ້ກຳນົດ, ກົດລະບຽບ ຂອງກອງທັບປະຊາຊົນລາວ ເພື່ອພ້ອມກັນຕັ້ງໜ້າປັບປຸງ, ແກ້ໄຂ, ພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄອງ, ເຂັ້ມງວດ ແລະ ເປັນເອກະພາບກັນ ໃນທົ່ວກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ເພື່ອສ້າງກຳລັງແຮງສັງລວມ ໃຫ້ກອງທັບ ສາມາດເຮັດສຳເລັດທຸກໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ເປັນທິດທາງໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ.
ພ້ອມກັນນັ້ນ, ສະຫາຍ ພັນໂທ ວົງປະດິດ ໄຕບົວວອນ ຫົວໜ້າພະແນກບໍລິຫານ ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປິ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຈຳນວນໜຶ່ງ ຕື່ມອີກ.
ໂດຍ: ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















