ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-04 15:59:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 803 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2026 ນີ້, ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ວຽງທອງ ພັດທະສິດ ຫົວໜ້າຫ້ອງການເມືອງ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງທອງ ພັດທະສິດ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນວຽກງານການເມືອງ-ນຳພາແນວຄິດ ໄດ້ເອົາໃຈໃສ່ສຶກສາອົບຮົມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຂອງພັກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ, ສ້າງຂະບວນການສິລະປະ-ວັນນະຄະດີ, ປາຖະກະຖາ, ສະຫຼອງວັນສຳຄັນຕ່າງໆ. ວຽກງານປັບປຸງກໍ່ສ້າງກຳລັງ ປັດຈຸບັນມີ 83 ໜ່ວຍພັກ, 15 ຄະນະພັກຮາກຖານ, 26 ກົມກອງຂຶ້ນກັບ ນອກນັ້ນ, ຍັງໄດ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານ ເຄື່ອນໄຫວຕາມພາລະບົດບາດຢ່າງຟົດຟື້ນ, ໄດ້ເຄື່ອນໄຫວກວດກາການນຳພາ, ເກັບກຳການແຈ້ງຊັບສິນ, ອະນຸມັດສ້າງຄອບຄົວ, ມອບຫຼຽນ-ໃບຍ້ອງຍໍ, ຈ່າຍເງິນອຸດໜູນປະກັນສັງຄົມ, ເຮັດບັດປະກັນສັງຄົມ ແລະ ສົ່ງພະນັກງານໄປເຝິກອົບຮົມ. ສຳລັບ ທິດທາງແຜນການໃນຕໍ່ໜ້າ ຕ້ອງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕ່າງໆ ຂອງຂັ້ນເທິງ, ດຳເນີນຊີວິດການເມືອງ ດ້ວຍການຕຳນິສົ່ງຂ່າວ ກໍ່ສ້າງກັນຢ່າງເປັນປົກກະຕິ, ເພີ່ມທະວີການນຳພາແບບລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ສ່ວນພະນັກງານ-ນັກຮົບ ຕ້ອງເຝິກຝົນຫຼໍ່ຫຼອມຍົກລະດັບຄວາມຮູ້ຄວາມສາມາດ, ເພີ່ມທະວີຄວາມສາມັກຄີ ແລະ ເຂັ້ມງວດການປ້ອງກັນເວນຍາມ ຢູ່ບັນດາຈຸດທີ່ສຳຄັນ ເພື່ອຮັບປະກັນຄວາມສະຫງົບປອດໄພ 100%.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເພີ່ມທະວີການນຳພາ-ຊີ້ນຳດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ມີທັດສະນະການເມືອງໜັກແໜ້ນ, ມີລະບຽບເຂັ້ມງວດ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຍົກສູງຄວາມຮັບຜິດຊອບໃນວຽກງານການເມືອງ; ເສີມຂະຫຍາຍຄວາມສາມັກຄີພາຍໃນ-ພາຍນອກ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ວຽກງານການເມືອງຢູ່ໃນອົງການກົມໃຫຍ່ເຕັກນິກກອງທັບ ມີຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















