ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນແມ່ຍິງກອງທັບ ແຫ່ງ ຣາຊະນາຈັກກຳປູເຈຍ ພົບປະແລກປ່ຽນບົດຮຽນຮ່ວມກັບ ຄະນະນຳສະຫະພັນແມ່ຍິງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-10-24 09:14:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ຄະນະຜູ້ແທນແມ່ຍິງກອງ ທັບແຫ່ງຣາຊະອານາຈັກກໍາປູ ເຈຍ ນຳໂດຍທ່ານ ນາງ ດໍາດາ ລິນີ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ຣາຊະອາ ນາຈັກກໍາປູເຈຍ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 22-26 ຕຸລາ 2019 ນີ້, ໃນວັນທີ 23 ຕຸ ລານີ້, ຄະນະດັ່ງກ່າວໄດ້ພົບປະ ແລກປ່ຽນບົດຮຽນວຽກງານ ແມ່ຍິງຮ່ວມກັບຄະນະນໍາສະຫະ ພັນແມ່ຍິງກອງທັບປະຊາຊົນ ລາວ ນຳໂດຍ ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ຫົວ ໜ້າຫ້ອງການສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດພ້ອມ ຄະນະ. ໃນການພົບປະຄັ້ງນີ້ ທັງສອງ ຝ່າຍໄດ້ລາຍງານໃຫ້ກັນຊາບ ໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ, ພາລະບົດບາດ, ລວມທັງການ ເຄື່ອນໄຫວວຽກງານຂອງຕົນໃນ ໄລຍະຜ່ານມາ ຈາກນັ້ນກໍໄດ້ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານແມ່ຍິງ ເປັນ ຕົ້ນແມ່ນຂົງເຂດວຽກງານປົກ ປ້ອງສິດຜົນປະໂຫຍດອັນຊອບ ທຳຂອງແມ່ຍິງ, ວັດທະນະທຳ ຮີດຄອງປະເພນີ, ດ້ານການຮ່ວມ ມືທາງດ້ານເສດຖະກິດ, ຈັດກິດຈະກຳຕ່າງໆຮ່ວມກັນລະຫວ່າງສອງຝ່າຍ, ຈະໃຫ້ມີການພົບປະ ແລກປ່ຽນບົດຮຽນລະຫວ່າງ ສອງສະຫະພັນແມ່ຍິງກອງທັບ ໃນທຸກໆປີ ແລະ ຂົງເຂດວຽກ ງານອື່ນໆທີ່ທັງສອງຝ່າຍເຫັນດີຮ່ວມກັນໃຫ້ມີການພົບປະແລກ ປ່ຽນບົດຮຽນຄະນະຜູ້ແທນເຊິ່ງ ກັນ ແລະ ກັນອີກດ້ວຍ. ໃນໂອກາດນີ້ຄະນະຜູ້ແທນຍັງ ໄດ້ທ່ຽວຊົມສະຖານທີ່ແຫຼ່ງທ່ອງ ທ່ຽວຕ່າງໆພາຍໃນຕົວເມືອງນະ ຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ທ່ຽວຊົມ ວັດສີສະເກດ, ຫໍພະ ແກ້ວ, ປະຕູໄຊ, ວັດທາດຫຼວງ, ເຂື່ອນໄຟຟ້ານໍ້າງື່ມ, ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ, ພົບປະໂອ້ລົມກັບນັກສຶກສາທະ ຫານ (ຢູ່ມະຫາວິທະຍາໄລແຫ່ງ ຊາດ), ທ່ຽວຊົມສວນວັດທະນະ ທໍາວັດຊຽງຄວນ ແລະ ຮ້ານຄ້າ ປອດສານຜິດອີກດ້ວຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນໂອ ກາດດຽວກັນນີ້, ຄະນະຜູ້ແທນ ແມ່ຍິງກອງທັບ ແຫ່ງ ຣາຊະອາ ຈັກກໍາປູເຈຍຍັງໄດ້ເຂົ້າຢ້ຽມຂໍ່າ ນັບ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ຕື່ມອີກ. ໂດຍ: ນາງ ຈ່ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ