ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງພົນທີ 3 ມອບໝາຍໜ້າທີ່ ໃຫ້ພະນັກງານກໍ່ສ້າງຮາກຖານ
ເວລາອອກຂ່າວ: 2026-08-04 15:10:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 801 | ຄວາມນິຍົມ:



ວັນທີ 3 ສິງຫາ 2026 ນີ້, ກອງພົນທີ 3 ໄດ້ຈັດພິທີ ມອບໝາຍໜ້າທີ່ ໃຫ້ພະນັກງານຄູ-ອາຈານ ວິທະຍະຄານປ້ອງກັນຊາດ ໄກສອນ ພົມວິການ ທີ່ລົງຮາກຖານ ຢູ່ກອງພົນທີ 3, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະຫວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3 ແລະ ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ຫົວໜ້າການທະຫານ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ແລະ ພະແນກການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຫ້ອງ, ຮອງຫົວໜ້າພະແນກ ໃຫ້ ຄູ-ອາຈານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ທີ່ລົງຮາກຖານ ຢູ່ກອງພົນທີ 3 ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ບົວວອນ ທຳມະວົງສາ ຮອງຫົວໜ້າຄະນະວິຊາຄູ ບັນຊາ-ເສນາ ເປັນຮອງຫົວໜ້າຫ້ອງເສນາທິການ ຮັບຜິດຊອບຊີ້ນຳວຽກງານເຫຼົ່າຮົບຫ້ອງເສນາທິການ, ສະຫາຍ ພັນຕີ ຄຳສອນ ທຳມະວົງ ຫົວໜ້າພະແນກນິຕິສາດ ເປັນຮອງຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ຮ້ອຍເອກ ສອນສະໃໝ ແກ້ວບຸນມີ ຮອງຫົວໜ້າພະແນກຄູລົດຕັງຈັ້ງທ່າ ເປັນຮອງພະແນກລົດຕັງ ຮັບຜິດຊອບວຽກງານ ອົບຮົມ-ສູ້ຮົບ. ໂດຍ: ສົມໝາຍ ໄຊວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ