ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຫໍສະໝຸດກອງທັບ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-04 14:34:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ວັນທີ 4 ສິງຫາ 2026 ນີ້, ຫໍສະໝຸດກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ພ້ອມທັງ ຍ້ອງຍໍຜົນງານ 5 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ຮອງອໍານວຍການ ຫໍສະໝຸດກອງທັບ ໄດ້ຜ່ານບົດສະຫຼຸບການປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ຂົງເຂດວຽກງານວິຊາສະເພາະ ໄດ້ເຂົ້າຮ່ວມເຝິກອົບຮົມວຽກງານຫໍສະໝຸດທົ່ວປະເທດ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງ, ການຂົນຂວາຍ ຊັບພະຍາກອນ ແຈ້ງສິ່ງພິມເຂົ້າຫ້ອງສະໝຸດ”, ເປີດຊຸດອົບຮົມ ວຽກງານຫໍພິພິທະພັນ-ຫໍສະໝຸດ ໃຫ້ພະນັກງານ-ນັກຮົບ ບັນດາກົມກອງເຂດໃຈກາງນະຄອນຫຼວງ, ຈັດກິດຈະກຳ ຖາມ-ຕອບ ຄວາມຮູ້ຮອບຕົວ ຢູ່ກອງພັນໃຫຍ່ 641, ເຝິກອົບຮົມໄລຍະສັ້ນ ວຽກງານວິຊາສະເພາະ ຂອງຊ່ຽວຊານຫໍສະໝຸດ ສສ ຫວຽດນາມ ໃຫ້ຫໍສະໝຸດກອງທັບປະຊາຊົນລາວ, ປັບປຸງໂປຣແກຣມວິນາລິບ ໃຫ້ວິທະຍາຄານນາຍທະຫານບົກກົມມະດໍາ ແລະ ເຄື່ອນໄຫວມອບປຶ້ມ ໃຫ້ບັນດາກົມກອງກໍາລັງຫຼວງ-ກຳລັງທ້ອງຖິ່ນ ລວມ 15 ພາກສ່ວນ ຈໍານວນ 224 ຫົວ, ມູນຄ່າ 9.545.000 ກີບ. ນອກນັ້ນ, ຍັງໄດ້ບໍລິການ ການອ່ານ-ຢືມປຶ້ມ ຢູ່ຫໍສະໝຸດກອງທັບ 972 ສະຫາຍ ແລະ ນອກສະຖານທີ່ 140 ສະຫາຍ, ຮັບໜັງສືພິມໄວ້ບໍລິການອ່ານກັບທີ່ 797 ສະບັບ, ເຮັດປຶ້ມກິດຕະພາກ ຖາມ-ຕອບ ຄວາມຮູ້ຮອບຕົວ 1 ຫົວ, ຕິດສີໝາຍໝວດໝູ່ປຶ້ມ 448 ຫົວ, ປ້ອນຂໍ້ມູນບັດສະມາຊິກ 16 ສະຫາຍ, ສະແກນໜ້າປົກປຶ້ມ 171 ຫົວ, ສ້ອມແປງປຶ້ມເກົ່າ 171 ຫົວ, ເຂົ້າທະບຽນປຶ້ມ 347 ຫົວ, ເຂົ້າໝວດໝູ່ປຶ້ມ 459 ຫົວ, ຂຽນບັດລາຍການ 297 ຫົວ, ປ້ອນຂໍ້ມູນວິລິບ 414 ຫົວ, ຕິດສັນ-ຊອງປຶ້ມ 517 ຫົວ, ແປງບາໂຄດປຶ້ມ 44 ຫົວ, ປ້ອນຂໍ້ມູນວິນາລິບໄດ້ 23 ຫົວ, ແປງເລກໝວດໝູ່ປຶ້ມເກົ່າ 41 ຫົວ ແລະ ເຮັດຊອງປຶ້ມໄດ້ 428 ຊອງ. ໃນພິທີ, ຍັງໄດ້ມອບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີ ຜົນງານດີເດັ່ນ ໃນໄລຍະ 5 ປີ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນີ້, ມອບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 5 ສະຫາຍ, ຫຼຽນກາແຮງງານ 5 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 2 ສະຫາຍ. ໂດຍການມອບ ຂອງສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຢ່າງສົມກຽດ. ໂດຍ: ນ. ວິໄລພອນ+ນ. ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ