ກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານ ສຳນັກງານໃຫຍ່ ກຸ່ມບໍລິສັດລັດ ພັດທະນາຊົນນະບົດໃໝ່
ເວລາອອກຂ່າວ: 2018-11-26 08:42:10 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 362 | ຄວາມນິຍົມ:
ໃນວັນທີ 16 ພະຈິກ 2018 ທີ່ຜ່ານມານີ້ ໄດ້ມີການຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ I ຂອງຄະ ນະພັກຮາກຖານສຳນັກງານ ໃຫຍ່, ໂດຍການເຂົ້າຮ່ວມຂອງ ພັນໂທ ທອງຈັນ ອານຸພົນ ຄະ ນະພັກ ກຸ່ມບໍລິສັດລັດ ພັດທະນາ ຊົນນະບົດໃໝ່, ມີແຂກຖືກເຊີນ, ສະມາຊິກສົມບູນ-ສຳຮອງ ໃນ ສຳນັກງານໃຫຍ່ເຂົ້າຮ່ວມ.
ພັນໂທ ຄຳຈັນ ແອ່ນຮຸ່ງລັດ ເລຂາຄະນະພັກຮາກຖານສຳນັກ ງານໃຫຍ່ ກຸ່ມບໍລິສັດລັດ ພັດທະ ນາຊົນນະບົດໃໝ່ ໃຫ້ຮູ້ວ່າ: ຕະ ຫຼອດໄລຍະ 5 ປີຜ່ານມາ, ຄະນະ ພັກຮາກຖານໄດ້ຖືເອົາ 4 ໜ້າທີ່ ໃຫຍ່ 26 ແຜນງານ ຂອງຄະນະ ພັກກະຊວງປ້ອງກັນປະເທດ ມາ ຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າກັບ ວຽກງານຕົວຈິງຂອງກົມກອງ ແລະ ປະຕິບັດບັນດາໜ້າວຽກ ຈຸດສຸມເປັນຕົ້ນແມ່ນວຽກງານ ປັບປຸງກໍ່ສ້າງພັກກໍ່ສ້າງພະນັກ ງານ, ວຽກງານສຶກສາອົບຮົມ ການເມືອງແນວຄິດ, ວຽກງານ ອົງການຈັດຕັ້ງມະຫາຊົນ, ວຽກ ງານອົບຮົມການເມືອງ, ການ ທະຫານປະຈຳປີ. ສ່ວນດ້ານ ວຽກງານວິຊາສະເພາະ ແມ່ນ ໄດ້ຕິດຕາມ, ການຜະລິດ, ການ ກໍ່ສ້າງ, ການຂຸດຄົ້ນບໍ່ແຮ່, ການ ກະສິກຳ ແລະ ວຽກງານການ ຄ້າການຫາລາຍໄດ້ແມ່ນການ ດຳເນີນທຸລະກິດເຫັນວ່າມີຜົນ ສຳ ເລັດຕາມຄາດໝາຍ, ມີກິດຈະ ການທີ່ສາມາດເປີດບໍລິການໄດ້ ເປັນຕົ້ນແມ່ນສະຖານທີ່ທ່ອງ ທ່ຽວຖ້ຳມັງກອນ, ຮ້ານອາ ຫານ, ໂຮງງານຂ້າສັດ, ມີໜ່ວຍ ງານບໍລິການ ນຳເຂົ້າ-ຈຳໜ່າຍ ນ້ຳມັນເຊຶ້ອໄຟໃຫ້ຜູ້ອຸປະໂພກທັງ ພາກລັດ ແລະ ພາກເອກກະຊົນ, ສ່ວນວຽກງານກະສິກຳ ກໍໄດ້ ສຸມໃສ່ການບຸກເບີກເນື້ອທີ່ 50 ກວ່າເຮັກຕາ, ໃນນີ້ໄດ້ປູກມັນ ຕົ້ນ, ຫຍ້າເນເປຍ, ຫມາກນາວ, ຫມາກກ້ຽງ, ໜໍ່ໄມ້ ແລະ ພຶດ ຊະນິດອື່ນໆ ອີກຈຳນວນໜຶ່ງ.
ໃນນີ້ວຽກງານທີ່ພົ້ນເດັ່ນ ແມ່ນການປັບປຸງບູລະນະຫ້ອງ ການສຳນັກງານ, ສ້ອມແປງ ບ່ອນທີ່ເປ່ເພ, ຕົບແຕ່ງ, ທາສີໃໝ່ ແລະ ກໍ່ສ້າງ-ປັບປຸງຫ້ອງຮັບ ແຂກ, ຫ້ອງມູນເຊື້ອ, ເວທີກາງ ແຈ້ງ ແລະ ອ່າງນ້ຳພຸ ເພື່ອເຮັດ ໃຫ້ສຳນັກງານມີຄວາມສວຍສົດ ງົດງາມ ແລະ ທັງເປັນການສ້າງ ຜົນງານກະກຽມຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ທີ່ຈະມາເຖິງອີກດ້ວຍ.
ພ້ອມນີ້ກອງປະຊຸມຍັງໄດ້ ພ້ອມກັນປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່ໄດ້ຕາມຄາດ ໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ