ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ຕົ້ນປີ 2026
ເວລາອອກຂ່າວ: 2026-08-04 11:10:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ວັນທີ 3 ສິງຫາ 2026 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາການ ຫົວໜ້າການເມືອງ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ກອງພັນ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸກິນດາ ເຮືອງວິສິດ ຮອງຫົວໜ້າຫ້ອງການ ແລະ ບໍລິຫານ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ, ຄະນະພັກ-ຄະນະອຳນວຍການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນ ຮັບຮູ້, ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ຂອງໂຮງຮຽນ ຢ່າງເລິກເຊິ່ງ ເຮັດໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນ ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນ ເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍໄດ້ເປັນຢ່າງດີ ໂດຍປີ່ນອ້ອມຂະບວນການລວມ ຂອງກົມກອງ. ທັງນີ້, ກໍຍ້ອນໄດ້ຮັບການນຳພາ-ຊີ້ນໍາຢ່າງໃກ້ຊິດ ຈາກຄະນະພັກກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ແລະ ຄວາມເປັນເອກະພາບ ຂອງຄະພັກ-ຄະນະອຳນວຍການ ຈຶ່ງເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຮັບຜິດຊອບສູງ, ຫ້າວຫັນປະຕິບັດທຸກຂົງເຂດວຽກງານ ຂອງກົມກອງ ມີຜົນສຳເລັດເປັນຢ່າງສູງ. ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2026 ຈະສືບຕໍ່ປັບປຸງບູລະນະການຈັດຕັ້ງ ແຕ່ລະຂັ້ນ ໃຫ້ມີຄວາມສະຫງົບ, ໜັກແໜ້ນ, ເຂັ້ມແຂງ, ປັບປຸງການຮຽນ-ການສອນ ເຮັດໃຫ້ນັກຮຽນ ຮຽນດີ-ຮຽນເກັ່ງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເຮັດໃຫ້ໂຮງຮຽນ ເປັນບ່ອນກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະ ເປັນພະນັກງານທີ່ມີຄຸນນະພາບ ໃຫ້ແກ່ ພັກ-ລັດ ກໍຄື ກອງທັບ ພ້ອມທັງ, ສ້າງໃຫ້ ເປັນໂຮງຮຽນທີ່ມີແບບແຜນທັນສະໄໜ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ. ໃນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເປັນການປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ມີໝາກຜົນສຳເລັດຂຶ້ນກວ່າເກົ່າ. ພ້ອມນັ້ນ, ໃນພິທີ ຍັງໄດ້ມອບຫຼຽນກຽດຕິຄຸນກອງທັບປະຊາຊົນລາວ ໃຫ້ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ແລະ ສະຫາຍ ພັນເອກ ປອ ແຫວງ ແດນນາມົນ ອະດີດຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຕື່ມອີກ. ໂດຍ: ໂອລິນ ມິ່ງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ