ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ເຜີຍແຜ່ເຊຶ່ອມຊຶມ ຂໍ້ກຳນົດ, ກົດລະບຽບ ກອງທັບປະຊາຊົນລາວ ສະບັບປັບປຸງ ຢູ່ກອງພັນໃຫຍ່ 301
ເວລາອອກຂ່າວ: 2026-08-04 10:57:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ວັນທີ 3 ສິງຫາ 2026 ນີ້, ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ເຜີຍແຜ່ເຊຶ່ອມຊຶມ ຂໍ້ກຳນົດ, ກົດລະບຽບ ກອງທັບປະປະຊາຊົນລາວ ສະບັບປັບປຸງ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພັນໂທ ອ້ວນ ທຳມາອິນທາ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 3, ມີ ສະຫາຍ ພັນເອກ ບຸນໄຊ ເພັງສຸວັນ ຫົວໜ້າການທະຫານ ກອງພັນໃຫຍ່ 301, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງຮ້ອຍ, ໝວດເອກກະລາດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຄືນ ເລີຍຄໍາເຢີນ ຫົວໜ້າພະແນກອົບຮົມ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງຂອງກອງພົນທີ 3 ວ່າດ້ວຍການແຕ່ງຕັ້ງ ຄະນະເຄື່ອນໄຫວເຜີຍແຜ່ຂໍ້ກໍານົດ, ກົດລະບຽບກອງທັບປະຊາຊົນລາວ ສະບັບປັບປຸງ ໃຫ້ບັນດາອົງການ, ກົມກອງ ທີ່ຂຶ້ນກັບກອງພົນທີ 3. ພ້ອມນັ້ນ, ສະຫາຍ ພັນໂທ ອ້ວນ ທຳມາອິນທາ ໄດ້ເຜີຍແຜ່ກົດລະບຽບກອງທັບປະຊາຊົນລາວ ສະບັບປັບປຸງ ມີທັງໝົດ XVI ພາກ, 299 ມາດຕາ ໃນນີ້, ມີບັນດາຂໍ້ກໍານົດລວມ, ຄວາມຮັບຜິດຊອບ ແລະ ການພົວພັນ, ລະບຽບແບບແຜນຂອງນາຍ ແລະ ພົນທະຫານ, ລະບອບເຮັດວຽກ ເຄື່ອນໄຫວເຝິກແອບຮໍ່າຮຽນ ປະຕິບັດວຽກງານ, ການຕັ້ງທັບ, ການຄຸ້ມຄອງທັບ, ການຄຸ້ມຄອງສັບສົມບັດຂອງກອງທັບ, ການຮັກສາສຸຂະພາບ, ວ່າດ້ວຍຂໍ້ກໍານົດ 7 ລະບອບ 18 ວຽກ ຂອງກອງທັບປະຊາຊົນລາວ, ຄຳປະຕິຍານ 8 ຂໍ້ ແລະ ກົດລະບຽບ 12 ຕໍ່ປະຊາຊົນ ນອກນີ້, ຍັງມີບັນດາຂໍ້ກຳນົດອື່ນໆ ຕື່ມອີກ. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ແລະ ຮັບຟັງການໂອ້ລົມ ຂອງສະຫາຍ ປະທານ ຕື່ມອີກ. ໂດຍ: ຄຳນ້ອຍ ແສງບຸນໄມ+ອຸ່ນເຮືອນ ດວງດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ