ກອງພົນທີ 3 ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-04 10:37:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2026 ນີ້, ກອງພົນທີ 3 ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ກອງພົນ, ອົງການ 5 ຫ້ອງ ແລະ ກົມກອງທົ່ວກອງພົນທີ 3 ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມມິດ ເພັດລາຕີ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງພົນທີ 3 ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນນີ້, ຄະນະພັກ-ຄະນະບັນຊາ ໄດ້ຖືເອົາການສຶກສາອົບການເມືອງ-ນຳພາແນວຄິດເປັນຫຼັກ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍ ຂອງພັກ-ລັດ ຕິດພັນກັບໜ້າທີ່ການເມືອງ ຂອງກົມກອງແຕ່ລະໄລຍະ ເປັນຕົ້ນ ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຄັ້ງທີ VII ຂອງອົງຄະນະພັກກອງພົນທີ3, ວຽກງານປັບປຸງກໍ່ສ້າງພັກ-ພະນັກງານ, ຂອບເຂດວຽກງານຍຸຕິທຳ, ປະກັນສັງຄົມ-ນະໂຍບາຍ, ອົງການຈັດຕັ້ງມະຫາຊົນ ໂດຍປີ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນ ການເອົາໃຈໃສ່ຊີ້ນຳ ຄະນະພັກ-ຄະນະບັນຊາແຕ່ລະກົມກອງຫັນລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຮັບຜິດຊອບ, ຈັດຕັ້ງກຳລັງເຄື່ອນໄຫວນັບແຕ່ເມືອງຄອບ ແຂວງໄຊຍະບູລີ ຫາ ເມືອງປາກທາ ແຂວງບໍ່ແກ້ວ ແລະ ຢູ່ແນວຫຼັງຂອງກອງພົນ, ເປີດຊຸດອົບຮົມກວດສອບເລຂາ-ຮອງເລຂາ ຄັ້ງທີ 5 ມີນັກກວດສອບທັງໝົດ 50 ສະຫາຍ, ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຮາບ ຊຸດທີ 7 ມີນັກຮຽນທັງໝົດ 126 ສະຫາຍ, ເປີດ ແລະ ປິດຊຸດອົບຮົມທະຫານໃໝ່ ຢູ່ກອງພັນໃຫຍ່ 301, 302 ຈໍານວນພົນ 92 ສະຫາຍ, ຫັດແອບຊ້ອມຮົບເທິງແຜນທີ່ ປະຈໍາປີ 2026, ວຽກງານກໍາລັງພົນ ແກ້ໄຂຍົກຍ້າຍກັບຄືນທ້ອງຖິ່ນ 40 ສະຫາຍ, ຈົບພັນທະຂໍອອກອຸດໜູນ 30 ສະຫາຍ, ເລື່ອນຊັ້ນນາຍສິບ 485 ສະຫາຍ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າພັກ ຈຳນວນ 37 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນສົມບູນ 71 ສະຫາຍ, ໄດ້ຮັບການເລື່ອນຊັ້ນນາຍທະຫານ 251 ສະຫາຍ, ພັກການ ຮັບບໍານານ 12 ສະຫາຍ, ອຸດໜູນ 14 ສະຫາຍ, ຍົກຍ້າຍ 14 ສະຫາຍ, ຊີ້ນໍາອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ ມີເງິນກອງທຶນຊາວໜຸ່ມທັງໝົດ 320.753.000 ກີບ, ເງິນກອງທຶນສະຫະພັນແມ່ຍິງ 786.000.000 ກີບ. ວຽກງານເຄື່ອນໄຫວຍຸຕິທໍາ ແກ້ໄຂຄະດີຕ່າງໆ ທີ່ເກີດຂຶ້ນທັງໝົດ 4 ເລື່ອງ 6 ລາຍ, ວຽກງານນະໂຍບາຍ ແລະ ປະກັນສັງຄົມ ຮັບເງິນປະກັນສັງຄົມ ຍ້ອງຍໍຜົນງານ ໄລຍະ 5 ປີໃຫ້ແກ່ພະນັກງານນັກ-ນັກຮົບ ຄື: ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 1 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 54 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 220 ສະຫາຍ, ຫຼຽນກາແຮງານ 355 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 329 ສະຫາຍ, ວຽກງານຮັບປະກັນດ້ານພະລາທິການ ສາມາດຮັບປະກັນດ້ານນ້ຳມັນເຊື້ອໄຟ, ປູກເຂົ້ານາປີ, ປູກພືດຜັກຊະນິດຕ່າງໆ, ປູກໄມ້ກິນໝາກ, ປູກຢາງພາລາ, ປູກໄມ້ອຸດສາຫະກໍາ, ລ້ຽງຄວາຍ 17 ໂຕ, ງົວ 434, ແບ້ 256 ໂຕ, ໝູ 259 ໂຕ, ໜອງປາ 63 ໜອງ, ກົບ 18.200 ໂຕ ແລະ ລ້ຽງສັດປີກຈໍານວນໜຶ່ງ, ຜະລິດນ້ຳດື່ມສົ່ງໃຫ້ບັນດາອົງການກົມກອງ ລວມລາຍຮັບທັງໝົດ 5.118.466.000 ກີບ.
ພ້ອມນີ້, ຍັງໄດ້ຜ່ານທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2026, ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ມີເນື້ອໃນຖືກຕ້ອງແທດເໝາະກັບສະພາບເງື່ອນໄຂຕົວຈິງ ຂອງກົມກອງ ແລະ ຮັບຟັງການໂອ້ລົມ ຈາກສະຫາຍປະທານ ຕື່ມອີກ.
ໂດຍ: ສິນລະກອນ ສາຍຍອດອູ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















