ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ກອງ​ປະຊຸມ​ວິສາມັນ​ຄັ້ງ​ປະຖົມມະເລິກ ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ຕັດສິນ​ສ້າງ​ກົດໝາຍ
ເວລາອອກຂ່າວ: 2026-08-04 10:26:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 176 | ຄວາມນິຍົມ:



ຕອນ​ບ່າຍ​ວັນ​ທີ 2 ສິງຫາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຈິ່ນ​ແທັງ​ເໝິນ ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ປະຈຳ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ກັບ​ບັນດາ​ຫົວໜ້າ​ກຸ່ມ​ພັກ, ຫົວໜ້າ​ຄະນະ, ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບັນດາ​ແຂວງ, ນະຄອນ​ເພື່ອ​ເປັນ​ເອກະ​ພາບ​ບາງ​ເນື້ອ​ໃນ​ຈຸດ​ສຸມ​ກ່ອນ​ກອງ​ປະຊຸມ​ວິສາມັນ​ຄັ້ງ​ປະຖົມມະເລິກ, ສະພາ​ແຫ່ງ​ຊາດ​ ຊຸດ​ທີ XVI. ທ່ານ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ, ກອງ​ປະຊຸມ ຄັ້ງ​ທີ 3 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ ຊຸດ​ທີ XIV ຜ່ານ​ມາ​ໄດ້​ຕັດສິນ​ຫຼາຍ​ແຜນ​ນະໂຍບາຍ​ໃຫຍ່, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ການ​ພັດທະນາ​ຂອງ​ປະເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະເທດ ເຄີຍ​ຮຽກຮ້ອງ ບັນດາ​ນະໂຍບາຍ​ຊີ້​ຂາດ​ຂອງ​ສູນ​ກາງ​ຕ້ອງ​ສ້າງ​ບາດກ້າວ​ຫັນປ່ຽນ​ຢ່າງ​ແທ້​ຈິງ. ເພາະສະນັ້ນ, ສະພາ​ແຫ່ງ​ຊາດ ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ແຕ່​ລະ​ການ​ຕັດສິນ​ສ້າງ​ກົດໝາຍ ເພື່ອ​ກົດໝາຍ, ມະ​ຕິແຕ່​ລະ​ສະບັບ​ພາຍຫຼັງ​ໄດ້​ຮັບ​ການ​ປະກາດ​ຈະ​ແກ້​ໄຈ​ຈຸດ​ອັດ​ຕັນ, ລຸ​ລ່ວງ​ແຫຼ່ງ​ກຳລັງ ແລະ ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້ການ​ພັດທະນາ​ຢ່າງ​ແທ້​ຈິງ. ຢູ່​ກອງ​ປະຊຸມ​ວິສາມັນ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ 33 ເນື້ອ​ໃນ ໃນ​ນັ້ນ ຮັບຮອງ​ເອົາ​ຮ່າງ​ກົດໝາຍ 15 ສະບັບ, ມະຕິ​ດ້ານ​ກົດໝາຍ 4 ສະບັບ; ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 7 ສະບັບ, ພິຈາລະນາ, ຕັດສິນ​ວຽກ​ງານ​ບຸກ​ຄະລາ​ກອນ​ຂຶ້ນ​ກັບ​ສິດ​ອຳນາດ ແລະ ຕັດສິນ 6 ເນື້ອ​ໃນ​ສຳຄັນ​ກ່ຽວ​ກັບ​ເສດຖະກິດ-ສັງຄົມ, ການ​ລົງທຶນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ