ຫວຽດນາມ ຈັດກອງປະຊຸມການຕ່າງປະເທດ ຄັ້ງທີ 33
ເວລາອອກຂ່າວ: 2026-08-04 10:25:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ: ![]()
ວິທະຍຸ ກະຈ່າຍສຽງຫວຽດນາມ ລາຍງານວັນທີ 1 ສິງຫາ, ກອງປະຊຸມການຕ່າງປະເທດ ຄັ້ງທີ 33 ຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວວ່າ: “ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນສະພາບການພິເສດທີ່ສຸດ. ເຊິ່ງແມ່ນກອງປະຊຸມການຕ່າງປະເທດຄັ້ງທຳອິດທີ່ໄດ້ຈັດຂຶ້ນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ຫາກໍຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ. ສິ່ງພິເສດທີ່ສຸດນີ້ແມ່ນກອງປະຊຸມການຕ່າງປະເທດຄັ້ງທຳອິດ ໃນສັງກາດໃໝ່ ທີ່ໄດ້ຮັບການກຳນົດ ໃນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ດ້ວຍບັນດາເປົ້າໝາຍພັດທະນາ ມຸ່ງໄປເຖິງປີ 2030 ແລະ 2045 ໂດຍສະເພາະແມ່ນສະພາບການກອງປະຊຸມສູນກາງພັກຄັ້ງທີ 3 ຫາກໍປະຊຸມ ແລະ ຮັບຮອງເອົາມະຕິ ວ່າດ້ວຍຮູບແບບພັດທະນາໃໝ່.
ລັກສະນະພິເສດ ທີສອງ, ແມ່ນກອງປະຊຸມຖືກຈັດຂຶ້ນພາຍຫຼັງ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດເປັນຄັ້ງທຳອິດ ວ່າການພົວພັນຕ່າງປະເທດ ແລະ ເຊື່ອມໂຍງສາກົນແມ່ນໜ້າທີ່ສຳຄັນ ແລະ ເປັນປະຈຳ”. ກອງປະຊຸມການຕ່າງປະເທດຄັ້ງນີ້ ໄດ້ວາງອອກເປົ້າໝາຍ, ກ່ອນອື່ນແມ່ນຕ້ອງເຊື່ອມຊຶມ ແລະ ຍົກສູງສະຕິຄວາມຮັບຮູ້ກ່ຽວກັບ ສະພາບການໃໝ່ ແລະ ໜ້າທີ່ໃໝ່.
ຈາກນັ້ນ, ມີຈິນຕະນາການໃໝ່ ແລະ ວິທີເຮັດໃໝ່ ເພື່ອຮັບໃຊ້ບັນດາໜ້າທີ່ໃໝ່ອ່ຽມທີ່ສຸດ, ສະຫງ່າລາສີທີ່ສຸດແຕ່ກໍໜັກໜ່ວງທີ່ສຸດ ສຳລັບຂະແໜງການຕ່າງ ປະເທດໃນໄລຍະຈະມາເຖິງ, ໃນການປະສານສົມທົບ ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ພາຍໃຕ້ການນຳພາ ແລະ ການບໍລິຫານຂອງພັກ ແລະ ລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















