ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຮອງຫົວໜ້າກົມປ້ອງກັນອາກາດ ຕິດຕາມການເຝິກແອບກ້ອນກໍາລັງສວນສະໜາມ ຢູ່ກອງພັນໃຫຍ່ 642
ເວລາອອກຂ່າວ: 2026-08-03 16:05:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 342 | ຄວາມນິຍົມ:



ໃນທ້າຍເດືອນກໍລະກົດ ຜ່ານມານີ້, ສະຫາຍ ພັນເອກ ວຽງໄຊ ແກ້ວມະນີ ຮອງຫົວໜ້າກົມປ້ອງກັນອາກາດ, ຫົວໜ້າຄະນະຊີ້ນໍາກ້ອນກໍາລັງສວນສະໜາມ ຊາຍ-ຍິງ, ມີສະຫາຍ ພັນໂທ ນຸສັກ ສຸລິພັນ ຫົວໜ້າພະແນກອົບຮົມ ທັງເປັນອະນຸກໍາມະການກ້ອນສວນສະໜາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມການເຝິກແອບກ້ອນສວນສະໜາມ ຢູ່ກອງພັນໃຫຍ່ 642 ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ສີນວນ ສັກຕິເດດ ຫົວໜ້າພະແນກເສນາທິການ, ມີສະຫາຍ ພັນໂທ ສົມເພັດ ຖິ່ນເມືອງເໜືອ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 642 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການເຄື່ອນໄຫວໃນຄັ້ງນີ້ ເພື່ອຕິດຕາມການກະກຽມຄວາມພ້ອມ ຂອງກ້ອນກໍາລັງສວນສະໜາມ ໃຫ້ມີຄວາມເປັນເອກະພາບ ໃນການສະແດງສວນສະໜາມ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບປ້ອງກັນອາກາດ ຄົບຮອບ 65 ປີ (12 ທັນວາ 1961-12 ທັນວາ 2026) ທີ່ຈະມາເຖິງນີ້. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ