ວນກ ຈັດຕັ້ງພິທີ ເຄົາລົບທຸງຊາດ ປະຈຳເດືອນສິງຫາ 2026
ເວລາອອກຂ່າວ: 2026-08-03 14:57:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ: ![]()
ວັນທີ 3 ສິງຫາ 2026 ນີ້, ວິທະຍາຄານ ນາຍທະຫານບົກ ກົມມະດຳ (ວນກ) ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນສິງຫາ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ຫົວໜ້າການທະຫານ ວນກ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາຄູ, ພະແນກການ, ກອງພັນ, ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ໄດ້ຜ່ານບົດລາຍງານຫຍໍ້, ຜ່ານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານໃນເດືອນກໍລະກົດຜ່ານມາ ແລະ ວາງທິດທາງແຜນການໃນເດືອນສິງຫາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ດ້ານຄົງຄ້າງໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກົມກອງໃນໄລຍະຜ່ານມາ ເປັນຕົ້ນແມ່ນ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ ພ້ອມທັງ, ນຳພາ-ຊີ້ນໍາ ພະນັກງານ-ນັກຮົບ ເຮັດສຳເລັດໜ້າທີ່ລວມຂອງກົມກອງ ແລະ ຕັ້ງໜ້າສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງພັກ, ຂອງລັດ, ຂອງກອງທັບ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.
ໃນພິທີ ໄດ້ຮັບຊົມການເດີນຂະບວນສວນສະໜາມ ຂອງກ້ອນກຳລັງພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ອີກດ້ວຍ.
ໂດຍ: ນາງ ຂັນທະລີ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















