ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ລາວ-ຫວຽດນາມ ຮ່ວມ​ມື​ສົ່ງເສີມ​ທັກ​ສະ ການ​ປ້ອງ​ກັນ​ ການ​ລ່ວງ​ລະເມີດ​ທາງ​ເພດ
ເວລາອອກຂ່າວ: 2026-08-03 09:21:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ແຫ່ງ ​ສປປ ລາວ ລົງ​ນາມ​ເຊັນ​ສັນຍາ​ການ​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກ​ສາ ແລະ ກໍ່ສ້າງ ນະຄອນ​ໂຮ່​ຈິ​ມິນ ແຫ່ງ ​ສສ ຫວຽດນາມ ໃນ​ການຈັດຕັ້ງ​ປະຕິບັດ​ໂຄງການ​ເພດ​ສຶກ​ສາ ແລະ ທັກ​ສະການ​ປ້ອງ​ກັນ​ການ​ລ່ວງ​ລະເມີດ​ທາງ​ເພດ ສຳລັບ​ເດັກ​ອາຍຸ 3-5 ປີ “ERA Kids” ໄລຍະ​ຍາວ. ພິທີ​ລົງ​ນາມ​ເຊັນ​ສັນຍາ​ການ​ຮ່ວມ​ມື​ກັນ​ຂອງ​ທັງ​ສອງ​ຝ່າຍ​ໃນ​ຄັ້ງ​ນີ້ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ກໍລະກົດ 2026 ນີ້, ທີ່​ສຳນັກງານ​ກະຊວງ ​ສສກ ລະຫວ່າງ ທ່ານ ນາງ ຈອມ​ແພງ ວົງສາ ຫົວໜ້າ​ກົມ​ການ​ສຶກ​ສາກ່ອນ​ໄວ​ຮຽນ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກ​ສາ ແລະ ກໍ່ສ້າງ ນະຄອນ​ໂຮ່​ຈິ​ມິນ ແຫ່ງ ​ສສ ຫວຽດນາມ, ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໂດຍ ທ່ານ ຫຼ້າ​ວັນ ວົງ​ຄຳ​ສານ ຫົວໜ້າ​ຫ້ອງການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ແລະ ທ່ານ ພອນ​ສີ ບຸນ​ມີ​ໄຊ ກົງ​ສູນ​ໃຫຍ່ ແຫ່ງ ​ສປປ ລາວ ປະຈຳ ນະຄອນ​ໂຮ່​ຈິ​ມິນ ຕະຫຼອດ​ຮອດ​ບັນດາ​ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ. ການ​ລົງ​ນາມ​ໃນ​ຄັ້ງ​ນີ້ ແມ່ນ​ເປັນ​ໝາກຜົນ​ອັນ​ຕັ້ງໜ້າ​ຕໍ່​ເນື່ອງ​ມາ​ຈາກ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ (MOU) ທີ່​ໄດ້​ຖືກ​ລົງ​ນາມ​ຮ່ວມ​ກັນ​ຜ່ານ​ມາ​ເມື່ອ​ວັນ​ທີ 26 ມີນາ 2026 ທີ່​ນະຄອນ​ໂຮ່​ຈິ​ມິນ ​ສສ ຫວຽດນາມ ເຊິ່ງ​ໂຄງການ​ດັ່ງກ່າວ​ມີ​ໄລຍະ​ເວລາ​ຈັດ​ຕັ້ງ​ປະຕິບັດ 5 ປີ 9 ເດືອນ (2026-2031). ໂອກາດ​ນີ້​​ິ, ທ່ານ ຫຼ້າ​ວັນ ວົງ​ຄຳ​ສານ ກ່າວ​ວ່າ: “ຫຼັກສູດ ERA Kids ສຳລັບ​ເດັກ​ອາຍຸ 3-5 ປີ ຖື​ເປັນ​ຫຼັກສູດ​ທີ່​ທັນ​ສະໄໝ ແລະ ມີ​ເນື້ອ​ໃນ​ອັນ​ໃໝ່ ທີ່​ຈະ​ນຳ​ມາ​ເຊື່ອມ​ສານ​ເຂົ້າ​ໃນ​ການ​ຮຽນ​ການ​ສອນ​ຊັ້ນ​ອະນຸບານ​ສຶກ​ສາ ໃນ​ຂອບ​ເຂດ​ທົ່ວ​ປະເທດ. ສິ່ງ​ນີ້​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ທັງ​ສູນ​ກາງ ແລະ ທ້ອງຖິ່ນ ຕະຫຼອດ​ຮອດ​ຄູ​ສອນ ແລະ ຜູ້​ດູ​ແລ​ເດັກ ຕ້ອງ​ໄດ້​ພ້ອມ​ກັນ​ທົບ​ທວນ, ແປ ແລະ ຮຽບ​ຮຽງ​ເນື້ອ​ໃນ​ໃຫ້​ສອດຄ່ອງ​ກັບ​ຫຼັກສູດ​ແຫ່ງ​ຊາດ ເພື່ອ​ເສີມ​ສ້າງ​ທັກ​ສະ​ຊີວິດ​ປະຈຳ​ວັນ ແລະ ປົກ​ປ້ອງ​ເດັກນ້ອຍ​ລາວ​ໃນ​ຍຸກ​ດີ​ຈີ​ຕອນ.” ໃນ​ໂອກາດ​ດຽວ​ກັນ​ນັ້ນ, ຄະນະ​ນຳ​ທັງ 2 ຝ່າຍ ຍັງ​ໄດ້​ສະແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ໃນ ການ​ຮ່ວມ​ມື​ຄັ້ງ​ນີ້ ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາກ່ອນ​ໄວ​ຮຽນ, ເປັນ​ບາດກ້າວ​ບຸກ​ທະລຸ​ໃນ​ການ​ພັດທະນາ​ຊັບ​ພະຍາ ກອນ​ມະນຸດ​ຂັ້ນ​ພື້ນຖານ ພ້ອມ​ທັງ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ໃຫ້ ໝັ້ນຄົງ​ຂະໜົງ​ແກນ​ຕະຫຼອດ​ໄປ. ຂ່າວ-ພາບ: ສົງການ ພັນ​ແພງ​ດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ