ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ຮັບຮອງ​ເອົາ ນົກ​ຂວາ ເປັນ​ສັດ​ປະຈຳ​ແຂວງ​ຫຼວງ​ນ້ຳ​ທາ
ເວລາອອກຂ່າວ: 2026-08-03 09:18:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ແຫຼ່ງ​ຂ່າວ​ຈາກ ແຂວງ​ຫຼວງ​ນ້ຳ​ທາ ໃຫ້​ຮູ້​ວ່າ: ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຕົກລົງ​ຮັບຮອງ​ເອົາ ສັດ​ປະເພດ ນົກ​ຂວາ ເປັນ​ສັດ​ປະຈຳ​ແຂວງ,ເຊິ່ງ​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ມີ​ຂຶ້ນ ໃນ​ກອງ​ເຜີຍແຜ່​ນິຕິ​ກຳ​ກ່ຽວ​ກັບ​ການ​ພັດທະນາ, ຄຸ້ມ​ຄອງ ແລະ ການ​ຂະຫຍາຍ​ແຜນ​ແມ່​ບົດ ວ່າ​ດ້ວຍ​ນົກ​ຂວາ ສັດ​ປະຈຳ​ແຂວງ​ຫຼວງ​ນ້ຳ​ທາ ໃນ​ວັນ​ທີ 28 ກໍລະກົດ 2026 ທີ່​ເມືອງ​ຫຼວງ​ນ້ຳ​ທາ ໂດຍ​ມີ​ທ່ານ ຄຳ​ຜາຍ ອຸ​ແປງ​ວົງ ຮອງ​ປະທານ​ຄະນະ​ກຳມະການ​ປົກຄອງ​ເມືອງ​ຫຼວງ​ນ້ຳ​ທາ, ທ່ານ ວຽງ​ຄຳ ໄຊ​ຍະ​ວົງ ຮອງ​ຫົວໜ້າ​ພະ​ແນກ​ວັດທະນະທຳ ແລະ ການທ່ອງທ່ຽວ​ແຂວງ​ຫຼວງ​ນ້ຳ​ທາ ພ້ອມ​ດ້ວຍ​ຫ້ອງການ, 2 ກອງ​ບັນຊາ​ການ ​ປກຊ-​ປກສ, ຄະນະ​ກຳມະການ​ປົກຄອງ​ຕາແສງ, ຫົວໜ່ວຍ​ທຸລະ​ກິດ, ພະນັກງານ-ລັດຖະກອນ​ອ້ອມ​ຂ້າງ​ເມືອງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ນົກ​ຂວາ ໄດ້​ພົບ​ເຫັນ​ຢູ່​ໃນ​ເຂດ​ປ່າ​ສະຫງວນ​ຂອງ​ບ້ານ, ເມືອງ, ແຂວງ ແລະ ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ຫ້າ, ລັກສະນະ​ຂອງ​ນົກ​ຂວາ​ໂຕ​ຜູ້: ໃບ​ໜ້າ​ມີ​ແຜ່ນ​ໜັງ​ສີແດງ​ເຂັ້ມ, ປາກ​ສີຂາວ, ຕາ​ສີດຳ ແລະ ມີ​ຂົນ​ຫອນ​ເປັນ​ສີດຳ​ຍາວ. ສ່ວນ​ນົກ​ຂວາ​ໂຕ​ແມ່: ໃບ​ໜ້າ​ມີ​ແຜ່ນ​ສີແດງ​ເລັກ​ນ້ອຍ, ມີ​ປາກ​ສີ​ເທົາ, ຕາ​ສີດຳ ແລະ ຫົວ​ມີ​ຂົນ​ຫອນ​ເປັນ​ສີດຳ​ຍາວ​ໄປ​ທາງ​ຫຼັງ, ເປົ້າ​ໝາຍ​ໃນ​ການ​ກຳນົດ ເປັນ​ສັນຍາ​ລັກ​ສັດ​ປະຈຳ​ແຂວງ​ຫຼວງ​ນ້ຳ​ທາ, ສ້າງ​ເປັນ​ອະນຸສອນ​ສະຖານ​ຢູ່​ບັນດາ​ສະຖານທີ່​ສຳຄັນ ແລະ ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໂດດ​ເດັ່ນ​ຂອງ​ແຂວງ ເພື່ອ​ເປັນ​ການ ​ໂຄສະນາ ແລະ ສົ່ງເສີມ​ການທ່ອງທ່ຽວ ແບບ​ອະນຸລັກ​ປະຊາຊົນ​ມີ​ສ່ວນ​ຮ່ວມ ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ຫ້າ ສ້າງ​ເປັນ​ເຄື່ອງໝາຍ​ການ​ຄ້າ ຫຼື (ໂລ​ໂກ້) ໃຫ້​ແກ່​ຜະລິດ​ຕະ​ພັນ, ສິນຄ້າ ແລະ ການ​ບໍລິການ​ຂອງ​ແຂວງ, ໃຊ້​ເປັນ​ເຄື່ອງໝາຍ (ໂລ​ໂກ້) ຕ່າງໆ​ຂອງ​ອົງ​ການຈັດຕັ້ງ​ພາກ​ລັດ, ພາກ​ເອກະ​ຊົນ, ສ້າງ​ເປັນ​ເຄື່ອງ​ທີ່​ລະນຶກ ເພື່ອ​ຈຳໜ່າຍ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ແລະ ອື່ນໆ. ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ເອກອ້າງ ເຖິງ​ຄວາມ​ອຸດົມສົມບູນ ທາງ​ດ້ານ​ຊີວະ​ນາໆພັນ ແລະ ລະບົບ​ນິເວດ​ວິທະຍາ ຢູ່​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ຫ້າ ທັງ​ເປັນ​ການ​ໂຄສະນາ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ໃຫ້​ເຂົ້າ​ມາ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ເພື່ອ​ສົ່ງເສີມ​ໃຫ້​ມີ​ການ​ອະນຸລັກ ແລະ ການ​ຂະຫຍາຍ​ພັນ​ຂອງ​ປະຊາກອນ​ນົກ​ຂວາ ໃຫ້​ມີ​ປະລິມານ​ເພີ່ມ​ຂຶ້ນ ລວມ​ທັງ​ພື້ນ​ທີ່​ອາໄສ​ຂອງ​ນົກ​ຂວາ​ໃຫ້​ມີ​ຄວາມ​ຍືນ​ຍົງ. ສະນັ້ນ, ເພື່ອ​ເປັນ​ການ​ປົກ​ປັກ​ຮັກສາ​ສັດ​ດັ່ງກ່າວ ທາງ​ແຂວງ​ຈະ​ໄດ້​ອອກ​ມາດ​ຕະການ ເພື່ອ​ຄຸ້ມ​ຄອງ​ສັດ​ປະຈຳ​ແຂວງ (ນົກ​ຂວາ), ພ້ອມ​ທັງ​ມີ​ມາດ​ຕະ ການ ຕໍ່​ຜູ້​ລະເມີດ​ບຸກຄົນ, ນິຕິບຸກຄົນ ກໍ​ຄື: ການ​ລ່າ ຫຼື ຊື້-ຂາຍ, ມີ​ໄວ້​ຄອບ​ຄອງ, ເຂົ້າ​ໄປ​ລ່າ​ສັດ​ເຂດ​ປ່າ​ສະຫງວນ​ຫວງ​ຫ້າມ, ການ​ໃຊ້​ກັບ-ດັກ, ແຮ້ວ ແລະ ເຄື່ອງມື​ລ່າ​ສັດ​ຕ່າງໆ​ແບບ​ດັບ​ສູນ, ຖ້າ​ຫາກ​ພົບ​ເຫັນ​ທ່ານ​ໃດ​ລະເມີດ ຈະ​ຖືກ​ກ່າວ​ເຕືອນ, ສຶກ​ສາ​ອົບຮົມ, ລົງ​ວິໄນ, ປັບ​ໃໝ, ຮັບຜິດຊອບ​ທາງ​ແພ່ງ ຫຼື ທາງ​ອາຍາ ຕາມ​ແຕ່​ລະ​ກໍລະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ