ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມກຳນົດໃຊ້ເຄື່ອງນຸ່ງຫົ່ມນາຍທະຫານ ແລະ ຮັບປະກັນການກິນຢູ່ຂອງບັນດາວິທະຍາຄານກອງທັບ
ເວລາອອກຂ່າວ: 2019-10-23 09:47:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ກອງປະຊຸມຄົ້ນຄວ້າ, ປຶກສາ ຫາລືກ່ຽວກັບການກຳນົດລະບອບ, ອາຍຸການນຳໃຊ້ ແລະ ການປະ ກອບເຄື່ອງນຸ່ງຫົ່ມແກ່ນາຍທະ ຫານກອງທັບປະຊາຊົນລາວ ແລະ ວຽກງານຈັດຕັ້ງຮັບປະກັນການ ກິນດື່ມຢູ່ເຮືອນຄົວ-ເຮືອນກິນ ຂອງບັນດາວິທະຍາຄານໃນກອງ ທັບ ຈັດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະ ຫາຍ ພົນຕີ ພູວົງ ວົງພົມ ກຳມະ ການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ບັນດາຫົວໜ້າກົມ, ຮອງກົມທີ່ກ່ຽວຂ້ອງພ້ອມດ້ວຍ, ບັນດາໂຮງງານຕັດຫຍິບກອງ ທັບເຂົ້າຮ່ວມ. ກອງຊຸມໄດ້ປຶກສາຫາລືເປັນ ເອກກະພາບກັນໃນການກໍານົດ, ການນໍາໃຊ້ ແລະ ການປະກອບ ເຄື່ອງນຸ່ງຫົ່ມໃຫ້ແກ່ນາຍທະ ຫານແຕ່ລະຂັ້ນໃຫ້ຖືກກັບລະ ບຽບການ ແລະ ຂໍ້ກຳນົດເພື່ອ ເຮັດໃຫ້ ການນຸ່ງຫົ່ມຂອງນາຍ ແລະ ພົນທະຫານໃຫ້ເປັນລະ ບຽບຈົບງາມ ແລະ ເປັນເອກະ ລັກສະເພາະຂອງເຫຼົ່າຮົບຂອງ ຕົນຕາມຄວາມຮຽກຮ້ອງຕ້ອງ ການໃນໜ້າທີ່ວຽກງານ ແລະ ຮັບປະກັນການເບີກຈ່າຍເຄື່ອງ ນຸ່ງຫົ່ມໃຫ້ຖືກກັບກຳນົດການ.ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືວຽກງານຮັບ ປະກັນການກິນດື່ມຢູ່ເຮືອນ ຄົວ-ເຮືອນກິນຂອງບັນດາວິທະ ຍາຄານກອງທັບ ເພື່ອເຮັດໃຫ້ເຂົ້າ ສູ່ລະບຽບແບບແຜນ ແລະ ກ້າວໄປສູ່ການເປັນທັນສະໄໝເທື່ອລະກ້າວ ແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານມີສຸຂະພາບແຂງ ແຮງ, ຮັບປະກັນການຄຸ້ມຄອງ, ປົກປັກຮັກສາ, ການນໍາໃຊ້ອຸ ປະກອນເຄື່ອງເຮືອນຄົວ-ເຮືອນ ກິນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ຄຸ້ມຄອງເງິນ ອັດຕາກິນຂອງນາຍ ແລະ ພົນທະຫານເພື່ອນໍາໃຊ້ໃຫ້ຖືກກັບຂໍ້ກຳນົດລະບຽບການ ແລະ ເພື່ອ ເຮັດໃຫ້ວຽກງານການຈັດຕັ້ງ ຮັບປະກັບການກິນດື່ມຢູ່ເຮືອນ ຄົວ-ເຮືອນກິນຂອງບັນດາວິທະ ຍາຄານກອງທັບມີຄວາມເປັນ ເອກກະພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ