ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ຫລາຍພາກສ່ວນມອບເຄື່ອງກີລາໃຫ້ພະແນກຊາວໜຸ່ມ ທະຫານແຂວງຫລວງພະບາງ
ເວລາອອກຂ່າວ: 2018-11-26 08:41:30 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:



ໃນວັນທີ 16 ພະຈິກ 2018 ນີ້, ມີບັນດາບໍລິສັດຫ້າງຮ້ານ ມາມອບເຄື່ອງກີລາໃຫ້ພະແນກ ຊາວໜຸ່ມຫ້ອງການເມືອງທະ ຫານແຂວງຫລວງພະບາງ ເຊິ່ງ ມີ ທ່ານ ສຸລັດ ລີນາມ ປະທານ ບໍລິສັດ ລີນາມ ອອກແບບ ແລະ ຮັບເໝົາກໍ່ສ້າງ 1 ລ້ານກີບ, ຄະ ນະທີມງານກໍ່ສ້າງພາກສະໝາມ ແຜນການ ບີ ຄວາ ສສກ ແຂວງ ຜົ້ງສາລີ 1 ລ້ານກີບ, ທ່ານ ອ່ອງ ຄໍາ ກໍ່າມາລາ ອໍານວຍການບໍ ລິສັດສາມາດວິສະຫະກິດກໍ່ສ້າງ ຈຳກັດ, ທ່ານ ດາວອນ ສີລິວົງ ຮ້ານຂາຍຄໍາຫລ້າ-ຈັນສີລິວົງ, ທ່ານ ຈັນສີ ແຂວງຫລວງພະ ບາງ, ທ່ານ ນາງ ຄໍາມີນາ ວີສີ ສົມບັດ ຮ້ານສາຄອນສົ່ງເສີມ ກະສິກໍາ ແລະ ພັນປາ, ທ່ານ ພອນໄຊ ແລະ ທ່ານວົງເດືອນ ຄະນະທິມງານກໍ່ສ້າງພາກສະ ໜາມແຜນການບີຄວາ ສສກ ແຂວງຫລວງນໍ້າທາ ທ່ານລະ 5 ແສນກີບ ແລະ ພັນຕີ ບົວເພັດ ບຸນເລີດ ປະທານສະໂມສອນ ເພັດເປຕັງ 3.500.000 ກີບ ລວມເງິນທັງໝົດ 8.500.000 ກີບ ໃນນີ້ມີເຄື່ອງກີລາ 100 ຊຸດ, ບານສົ່ງ 6 ໜ່ວຍ, ບານ ເຕະ 6 ໜ່ວຍ, ກະຕໍ້ 16 ໜ່ວຍ, ຕາໜ່າງບານສົ່ງ 6 ດ່າງ, ຕາ ໜ່າງກະຕໍ້ 10 ດ່າງ ແລະ ຖົງ ໃສ່ບານສົ່ງ 2 ໜ່ວຍ, ກ່າວ ມອບໂດຍ ພັນຕີ ບົວເພັດ ບຸນ ເລີດ ແລະ ກ່າວຮັບໂດຍ ພັນໂທ ຄໍາພາ ແພງມະນີ ຫົວໜ້າພະ ແນກຊາວໜຸ່ມທະຫານແຂວງ, ໂດຍມີ ພັນໂທ ຈັນທາ ພັນຄໍາຜິວ ຄະນະພັກກອງບັນຊາການ, ຮອງຫ້ອງການເມືອງ, ມີຄະນະ ພັກ-ຄະນະບັນຊາຫ້ອງການ ເມືອງ ກອງພັນນ້ອຍ 413, 414 ແລະ ພະນັກງານເຂົ້າ ຮ່ວມ. ການມອບເຄື່ອງໃນຄັ້ງນີ້ກໍ ເພື່ອເປັນການປະກອບສ່ວນຊຸກ ຍູ້ຂະບວນການກີລາຢູ່ກອງບັນ ຊາການທະຫານແຂວງ ຫຼວງ ພະບາງ ໃຫ້ມີຂະບວນການຢ່າງ ຕໍ່ເນື່ອງເພື່ອສ້າງຜົນງານໄວ້ຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ. ໂອກາດນີ້ ພັນໂທ ຄໍາພາ ແພງມະນີ ຫົວໜ້າພະແນກຊາວ ໜຸ່ມທະຫານແຂວງຍັງໄດ້ມອບ ໃບສົມມະນາຄຸນຂອງຫ້ອງການ ເມືອງໃຫ້ບັນດາບໍລິສັດ ເພື່ອເປັນ ການຈາລຶກຜົນງານທີ່ໄດ້ປະ ກອບສ່ວນຊຸກຍູ້ຂະບວນການກີ ລາໃນຄັ້ງນີ້ນຳອີກ. ໂດຍ: ວັນນະແສງ ຄຸນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ