ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນວຽງໄຊ ຈັດຕັ້ງປາຖະກະຖາວັນກຳລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2019-10-23 09:40:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນວັນທີ 21 ຕຸລາ ນີ້, ໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງ ໄຊ ໄດ້ຈັດຕັ້ງຮັບຟັງປາຖະກະ ຖາ ວັນກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພາລະ ກິດການປະຕິວັດຂອງປະຊາຊົນ ລາວບັນດາເຜົ່າ,(30 ຕຸລາ1949-30 ຕຸລາ 2019 ຄົບຮອບ 70 ປີ), ພາຍໃຕ້ການບັນລະຍາຍຂອງ ສະຫາຍ ພົນຈັດຕະວາ ສາຍພອນ ມີລາກົງ ອະດີດຫົວໜ້າການທະ ຫານໂຮງຮຽນ, ພະນັກງານອາ ວຸໂສບຳນານ, ມີສະຫາຍ ພັນໂທ ແສງເດືອນ ອິນທິສອນ ຮອງຫົວ ໜ້າການເມືອງ ຫົວໜ້າຫ້ອງ ການເມືອງ, ມີບັນດາຄະນະຫ້ອງ ການ, ພະແນກການ ແລະ ນາຍ ທະຫານຊັ້ນພັນຕີເຂົ້າຮ່ວມ. ເນື້ອໃນສໍາຄັນຂອງການປາ ຖະກະຖາກ່ຽວກັບວັນກຳລັງອາ ສາສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ໄດ້ເຄື່ອນໄຫວປະຕິບັດໜ້າທີ່ສາກົນໃນພາລະກິດປົດປ່ອຍ ຊາດຂອງປະຊາຊົນລາວບັນດາ ເຜົ່າ ທັ້ງນີ້ກໍເພື່ອເປັນການໂຄສະ ນາສຶກສາອົບຮົມວັນປະຫວັດ ສາດ , ມູນເຊື້ອແຫ່ງການສໍາພັນ ສູ້ຮົບ ລະຫວ່າງ ກອງທັບປະ ຊາຊົນລາວ ກັບ ກອງທັບປະຊາ ຊົນຫວຽດນາມໃຫ້ພະນັກງານ-ນັກຮົບທົ່ວກອງທັບປະຊາຊົນ ລາວ ເຫັນໄດ້ຄວາມໝາຍຄວາມ ສໍາຄັນ, ນໍ້າໃຈສາກົນກໍາມະຊີບ ອັນບໍລິສຸດຜຸດຜ່ອງຂອງເພື່ອນມິດຍຸດທະສາດ ແນໃສ່ເພື່ອສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີສໍາພັນສູ້ຮົບພິເສດລະຫວ່າງ ກອງທັບປະຊາຊົນລາວກັບກອງ ທັບປະຊາຊົນຫວຽດນາມ ໃຫ້ນັບ ມື້ມີຄວາມແໜ້ນແຟ້ນ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ.ເປັນຕົ້ນຂະ ບວນການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝັ່ຣງ ( 1945- 1954 ) , ຂະບວນ ການຕໍ່ສູ້ຕ້ານຈັກກະພັດອາເມຣິ ກາຜູ້ຮຸກຮານ(1945 -1975 ). ສັງລວມແລ້ວໃນການດໍາເນີນ ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ທີ່ຮຸກ ຮານລາວເຮົານັ້ນ . ບັນດາກອງ ກໍາລັງອາສາມະໝັກ ແລະ ຊ່ຽວ ຊານຫວຽດນາມ ເຊິ່ງເປັນພາກ ສ່ວນໜຶ່ງຂອງກອງທັບປະຊາ ຊົນຫວຽດນາມ ວິລະຊົນ ໄດ້ຄຽງ ບ່າຄຽງໄຫຼ່ສູ້ຮົບພ້ອມກັບກອງ ທັບ ແລະ ປະຊາຊົນລາວເຮົາ ຜ່ານ ຜ່າບັນດາຄວາມຫຍຸ້ງຍາກ, ເຮັດ ສໍາເລັດໜ້າທີ່ຢ່າງສະຫງ່າລາ ສີ ເຊິ່ງແມ່ນພັກ ແລະ ປະຊາຊົນ ຫວຽດນາມມອບໝາຍໃຫ້ , ໄດ້ປະກອບສ່ວນອັນຍິ່ງໃຫຍ່ເຂົ້າໃນໄຊຊະລວມຂອງການປະຕິວັດ. ທັງນີ້ກໍເປັນການສຶກສາອົບ ຮົມໃຫ້ແຕ່ລະຄົນຮຸ້ນໃໝ່ມີຄວາມ ຮັບຮູ້ເຂົ້າໃຈເລິກເຊິ່ງກ່ຽວກັບ ມູນເຊື້ອຄວາມສາມັກຄີຮ່ວມ ສໍາພັນສູ້ຮົບພິເສດ ລາວ - ຫວຽດ ນາມ ຕ້ອງຮັບຮູ້ເຊື່ອມຊຶມໄດ້ ຄວາມໝາຍ ຄວາມສໍາຄັນ, ຜົນ ງານ ແລະ ໄຊຊະນະໃນການຊ່ວຍ ເຫຼືອອັນໃຫຍ່ຫຼວງລໍ້າຄ່າຂອງ ກອງທັບ ແລະ ປະຊາຊົນ ອ້າຍ ນ້ອງບົນຈິດໃຈສາກົນຈົນສາ ມາດສະຖາປະນາ ເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນວາ1975 ຢ່າງສະຫງ່າຜ່າເຜີຍ. ໂດຍ: ບຸນທະວີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ