ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ທະຫານແຂວງວຽງຈັນ ເປີດກອງປະຊຸມ ມອບໝາຍໜ້າທີ່ປ້ອງກັນ 2 ວັນປະຫວັດສາດ
ເວລາອອກຂ່າວ: 2018-11-26 08:40:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ:



ໃນວັນທີ 20 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນຂອງກອງບັນ ຊາການທະຫານແຂວງວຽງຈັນ ໄດ້ເປີດກອງປະຊຸມຜ່ານແຜນ ການ-ມອບໝາຍໜ້າທີ່ປ້ອງກັນ 2 ວັນປະຫວັດສາດ ຄື: ວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ ແລະ ວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ມີບັນ ດາກົມກອງເຄື່ອນໄຫວຕາມ ຂອບເຂດຮັບຜິດຊອບເພື່ອເຮັດ ໃຫ້ສະພາບທົ່ວແຂວງວຽງຈັນ ມີຄວາມສະຫງົບປອດໄພ, ໂດຍ ການເປັນປະທານຂອງ ພັນໂທ ບຸນຕຽງ ອິນທະວົງ ຄະນະພັກ ກອງບັນຊາການ,​ຫົວໜ້າຫ້ອງ ເສນາທິການທະຫານແຂວງ ວຽງຈັນ, ມີບັນດາຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍເອກະ ລາດ, ໂຮງຮຽນ, ໂຮງໝໍ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ. ໃນກອງປະຊຸມ ພັນໂທ ຄຳຕັນ ວົງລັດຕະນະ ຄະນະພັກກອງບັນ ຊາການ, ຫົວໜ້າການເມືອງທະ ຫານແຂວງວຽງຈັນໄດ້ຂຶ້ນຜ່ານ ແຜນການວຽກງານພັກ-ວຽກ ງານການເມືອງເພື່ອຮັບປະກັນ ໃຫ້ແກ່ການປ້ອງກັນ 2 ວັນດັ່ງ ກ່າວ, ຈາກນັ້ນ ພັນໂທ ບຸນເພັງ ກອງສົງຄາມ ຮອງຫົວໜ້າຫ້ອງ ເສນາທິການທະຫານແຂວງ ວຽງຈັນ, ໄດ້ຂຶ້ນຜ່ານແຜນການ ມອບໝາຍໜ້າທີ່ໃຫ້ບັນດາກົມ ກອງທີ່ຂຶ້ນກັບກອງບັນຊາການ ທະຫານແຂວງວຽງຈັນ ເພື່ອ ເຮັດໜ້າທີ່ກະກຽມໃນການປ້ອງ ກັນການສ້າງຄວາມບໍ່ສະຫງົບ ຂອງກຸ່ມຄົນບໍ່ຫວັງດີທີ່ຈະສ້າງ ສະຖານະການຂຶ້ນ ແລະ ສ້າງກຳ ລັງໃຕ້ດິນນັກສຶບສອດແນມເຕົ້າ ໂຮມກຳລັງເຄື່ອນໄຫວຢູ່ຮາກ ຖານຢູ່ບາງຈຸດຂອງແຂວງ ແລະ ກໍ່ຄວາມບໍ່ສະຫງົບສ້າງປາກົດ ການຫຍໍ້ທໍ້ໃນສັງຄົມ, ເປັນເຈົ້າ ການເຮັດວຽກງານ ປກຊ-ປກສ ຫັນລົງກໍ່ສ້າງຮາກຖານການ ເມືອງ, ສ້າງທ່າສະໜາມສົງຄາມ ປະຊາຊົນ, ນຳໃຊ້ກຳລັງປະກອບ ອາວຸດທ້ອງຖິ່ນ, ປ້ອງກັນບັນດາ ຈຸດຍຸດທະສາດທີ່ສຳຄັນຕ່າງໆ ເປັນຕົ້ນແມ່ນເສັ້ນທາງ, ກິດຈະ ການກໍ່ສ້າງ, ຂົວ, ເສົາໄຟຟ້າ ຕົ້ນຕໍແມ່ນເສັ້ນທາງເລກທີ 13 ເໜືອ, ເດັດດ່ຽວນຳໃຊ້ມາດຕະ ການທັບມ້າງທຸກຮູບການເຄື່ອນ ໄຫວຂອງສັດຕູ-ກຸ່ມຄົນບໍ່ຫວັງດີ ເພື່ອເຮັດໃຫ້ແຂວງວຽງຈັນ ມີ ຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ມີສະ ຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ. ຕ້ານ ແລະ ສະກັດກັ້ນທຸກກົນອຸ ບາຍມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີໃຫ້ປະລາ ໄຊ ເຮັດໃຫ້ຂອບເຂດກົມກອງ ຂອງຕົນຮັບຜິດຊອບມີຄວາມ ສະຫງົບ, ເພື່ອເຮັດໃຫ້ການສະ ເຫຼີມສະຫຼອງວັນຊາດທີ 2 ທັນ ວາ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີຄວາມສະຫງົບປອດໄພ 100%. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ