ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ໜ່ວຍຊາວໜຸ່ມກອງຮ້ອຍ 202 ສໍາເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ
ເວລາອອກຂ່າວ: 2018-11-26 08:40:26 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ:



ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມກອງຮ້ອຍ 202 ທີຂຶ້ນກັບກອງພົນທີ 2 ໄດ້ໄຂຂຶ້ນ ແລະໄດ້ອັດລົງດ້ວຍ ຜົນສໍາເລັດໃນວັນທີ 15 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມ ເປັນປະທານຂອງ ພັນໂທ ສີ ນວນ ແສງເພັດໃຕ້ ຫົວໜ້າພະ ແນກຊາວໜຸ່ມກອງພົນທີ 2, ມີ ຄະນະພັກ-ຄະນະບັນຊາ ແລະ ແຂກທີ່ຮັບເຊີນຈາກໜ່ວຍອ້ອມ ຂ້າງ ຕະຫຼອດຮອດສະມາຊິກ ຊາວໜຸ່ມພາຍໃນກອງຮ້ອຍເຂົ້າ ຮ່ວມ. ໃນກອງປະຊຸມ ຮ້ອຍໂທ ສໍອຸໄທ ໄຊວິເສດ ເລຂາໜ່ວຍ ຊາວໜຸ່ມໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາດ້ານດີ ດ້ານອ່ອນ ຂໍ້ຄົງ ຄ້າງບົດຮຽນທີ່ຖອດຖອນໄດ້ ການເຄື່ອນໄຫວວຽກງານຂະ ບວນການຮອບດ້ານໃນໄລຍະທີ່ ຜ່ານມາ ແລະ ທິດທາງແຜນ ການໃນ 5 ປີຕໍ່ໜ້າ ເຊີ່ງເອົາໃຈ ໃສ່ສຶກສາອົບການເມືອງນໍາພາ ແນວຄິດ ແລະ ຈັດຕັ້ງຮໍ່າຮຽນ ເອກະສານຕ່າງໆ ຂອງພັກ ຂອງ ກອງທັບກໍ່ຄືເອກະສານທີ່ສໍາຄັນ ຂອງຊາວໜຸ່ມວາງອອກເພື່ອແນ ໃສ່ເຮັດໃຫ້ສະມາຊິກຊາວໜຸ່ມ ແຕ່ລະສະຫາຍມີແນວຄິດຫຼັກ ໝັ້ນຕໍ່ໜ້າທີ່ການເມືອງຂອງຕົນ ກໍ່ຄືຕໍ່ແນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດຢ່າງເລິກ ເຊີ່ງ ເອົາໃຈໃສ່ຊີ້ນໍາຊຸກຍູ້ຂະ ບວນການ 4 ບຸກຂອງຊາວໜຸ່ມ ວາງອອກຢ່າງແຂງແຮງຕິດພັນ ກັບການເຄື່ອນໄຫວປະຕິບັດໜ້າ ທີ່ວິຊາສະເພາະຂອງກົມກອງ ເປັນ ຕົ້ນການປະຕິບັດຂໍ້ກໍານົດ ກົດລະບຽບ 7 ລະບອບ 18ວຽກ ຂອງ ກອງທັບ ແລະ ເຂົ້າຮ່ວມ ວຽກ ງານອົບຮົມ-ຫັດແອບການ ທະຫານ, ການເມືອງພະລາ ທິການ-ເຕັກນິກ ຂອງກົມກອງບໍ່ ໄດ້ຂາດພ້ອມນັ້ນກໍໄດ້ເອົາໃຈໃສ່ ຊີ້ນໍາເຂົ້າຮ່ວມປະກອບສ່ວນ ສ້າງເສດຖະກິດ ປັບປຸງກໍ່ສ້າງ ສະຖານທີ່ຄ້າຍຄູໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍແໜ້ນ ໜາຖາວອນຂຶ້ນເທື່ອລະກ້າວ ໃນນີ້ພົ້ນເດັ່ນແມ່ນຂະບວນການ ວຽກງານປູກຝັງ-ລ້ຽງສັດ ຕາມ ເງື່ອນໄຂທ່າແຮງທີ່ບົ່ມຊ້ອນ ຂອງກົມກອງ. ເຊິ່ງມາຮອດປັດ ຈຸບັນໜ່ວຍຊາວໜຸ່ມກອງຮ້ອຍ 202 ມີສະມາຊິກທັງໝົດ 27 ສະຫາຍ, ໃນນັ້ນມີຊາວໜຸ່ມແຂງ 21 ສະຫາຍ, ກາງ 6 ສະຫາຍ. ກອງປະຊຸມຍັງໄດ້ຜັດປ່ຽນກັນ ຂຶ້ນປະກອບຄໍາຄິດຄໍາເຫັນໃສ່ ບົດສະຫຼຸບ ແລະ ທິດທາງແຜນ ການໃນຕໍ່ໜ້າ ເພື່ອປັບປຸງແກ້ໄຂ ໃນຕໍ່ໜ້າໃຫ້ບັນລຸໄດ້ຕາມລະດັບ ຄາດໝາຍທີ່ວາງໄວ້ພ້ອມນັ້ນກໍ ໄດ້ປ່ອນບັດຄັດເລືອກເອົາຄະນະ ໜ່ວຍຊຸດໃໝ່ໄດ້ຕາມລະດັບຄາດ ໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ