ວິທະຍາຄານການແພດກອງທັບມອບເຄື່ອງອຸປະໂພກ- ບໍລິໂພກ ໃຫ້ກ້ອນສວນສະໜາມເຫຼົ່າເສນາຮັກ
ເວລາອອກຂ່າວ: 2018-11-26 08:39:43 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:
ໃນວັນທີ 15 ພະຈິກ 2018 ນີ້ ວິທະຍາຄານການແພດກອງ ທັບໄດ້ນຳເອົາເຄື່ອງອຸປະໂພກ- ບໍລິໂພກ ໄປມອບໃຫ້ກ້ອນສວນ ສະໜາມຂອງເຫຼົ່າຮົບເສນາຮັກ ເຊິ່ງກ່າວມອບໂດຍ ພັນໂທ ດຣ ສຸລິວົງ ລັດວິໄລ ເລຂາຄະນະພັກ ຫົວໜ້າການເມືອງວິທະຍາຄານ ການແພດກອງທັບ, ມີຄະນະພັກ -ຄະນະບັນຊາ ຕະຫຼອດຮອດອົງ ການຈັດຕັ້ງຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ ແລະ ກ່າວຮັບໂດຍ ພັນໂທ ທຳມະລີ ແກ້ວບຸດຕາ ຫົວ ໜ້າການເມືອງກອງພັນ 199 ພ້ອມດ້ວຍຄະນະຮັບຜິດຊອບ ກ້ອນສວນສະໜາມ ແລະ ເອື້ອຍ ນ້ອງແມ່ຍິງກ້ອນກຳລັງເຫຼົ່າຮົບ ເສນາຮັກ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີນໍ້າດື່ມ 60 ແກ້ດ, ໝີ່ ແລະ ອື່ນໆ ລວມມູນຄ່າທັງໝົດ 5 ລ້ານກີບ, ໂອກາດນີ້ ພັນໂທ ທຳ ມະລີ ແກ້ວບຸດຕາ ກໍໄດ້ກ່າວສະ ແດງຄວາມຂອບອົກຂອບໃຈຕໍ່ ວິທະຍາຄານການແພດກອງທັບ ທີ່ເຫັນໄດ້ຄວາມສຳຄັນຂອງ ວຽກງານຂະບວນການດັ່ງກ່າວ ໂດຍສະເພາະແມ່ນກ້ອນກຳລັງ ສວນສະໜາມຂອງເຫຼົ່າຮົບເສ ນາຮັກເພື່ອກະກຽມເຂົ້າຮ່ວມ ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ທີ່ຈະມາເຖິງຢ່າງ ເປັນຂະບວນຟົດຟື້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ