ປິດໂຄງການຄົ້ນຄວ້າ ຍຸດທະສາດປັບປຸງກໍ່ສ້າງ ກຳລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່
ເວລາອອກຂ່າວ: 2026-07-21 14:43:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2026 ນີ້, ຫ້ອງຍຸດທະສາດ ການທະຫານ ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ຈັດພິທີ ປິດໂຄງການຄົ້ນຄວ້າ ຂອງຫ້ອງຍຸດທະສາດ ໃນຫົວຂໍ້: “ຍຸດທະສາດ ປັບປຸງກໍ່ສ້າງ ກຳລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄໍາໄຊ ໃນໄລຍະໃໝ່” ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ, ມີສະມາຊິກສະພາວິທະຍາສາດ, ຫົວໜ້າຫ້ອງ, ພະແນກ ຕະຫຼອດຮອດພະນັກງານ-ນັກຮົບ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ສັນຕິ ດວງພົມມີ ຫົວໜ້າຫ້ອງຍຸດທະສາດ ການທະຫານ ໄດ້ຜ່ານບົດສະຫຼຸບໂຄງການຄົ້ນຄວ້າໃນຫົວຂໍ້ “ຍຸດທະສາດ ປັບປຸງກໍ່ສ້າງ ກຳລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄໍາໄຊ ໃນໄລຍະໃໝ່” ໂດຍອີງຕາມ ຜົນສຳເລັດ ຂອງການດຳເນີນວຽກງານຄົ້ນຄວ້າຍຸດທະສາດການທະຫານ ສົກປີ 2022-2023 ໄດ້ສຳເລັດຈຳນວນ 1 ໂຄງການ, ອີງຕາມ ທິດຊີ້ນຳ ຂອງຫົວໜ້າກົມ ວສ-ປສ ການທະຫານ ເຫັນດີໃຫ້ ຫ້ອງຍຸດທະສາດ ການທະຫານ ຈັດຕັ້ງດຳເນີນ ປິດໂຄງການ ຄົ້ນຄວ້າຍຸດທະສາດ ແລະ ມອບບັນດາຜະລິດຕະພັນ ຈາກການຄົ້ນຄວ້າເພື່ອໄປນຳໃຊ້ໃຫ້ເກີດຜົນ, ບົດຄົ້ນຄວ້າປະກອບມີ 3 ພາກ, 35 ໜ້າ, ພາກທີ l ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບການຈັດຕັ້ງກໍາລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່, ພາກ ll ເນື້ອໃນພື້ນຖານກ່ຽວກັບການປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່, ພາກທີ lll ບາງວິທີການເພື່ອຍົກສູງປະສິດທິພາບໃນການປັບປຸງກໍ່ສ້າງກໍາລັງປະກອບອາວຸດ ທ້ອງຖິ່ນແຂວງບໍລິຄຳໄຊ ໃນໄລຍະໃໝ່; ຂໍ້ສະດວກ ໂຄງການໄດ້ຮັບການອະນຸມັດຈາກກະຊວງຊີ້ນຳໄປຕາມແຕ່ລະໄລຍະ ແລະ ມີການເອົາໃຈໃສ່ ຂອງຄະນະຫ້ອງ ແລະ ວິຊາການຜູ້ທີ່ມີປະສົບການແລະ ຊ່ຽວຊານຊ່ວຍ, ສ່ວນຂໍ້ຫຍຸ້ງຍາກແມ່ນບັນຫາງົບປະມານບໍ່ໄດ້ຕາມແຜນການວາງໄວ້, ການເກັບກຳຂໍ້ມູນຫຼາຍລົບຫຼາຍຕ່າວ ແລະ ເຄື່ອງຮັບໃຊ້ບໍ່ພຽງພໍ; ສະຫຼຸບສັງລວມບາງບົດຮຽນທີ່ຖອດຖອນໄດ້ ໂຄງການດັ່ງກ່າວ ແມ່ນຜົນງານ ຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ຜູ້ຊີ້ນຳໂຄງການ ໂດຍສະເພາະຫ້ອງຍຸດທະສາດ ການທະຫານ ທີ່ໄດ້ອອກແຮງຄົ້ນຄວ້າທ້ອນໂຮມ ແລະ ດຳເນີນການຂຽນຕົວຈິງ ຜ່ານການຈັດຕັ້ງປະຕິບັດນັບແຕ່ປີ 2022 ເປັນຕົ້ນມາເຖິງປັດຈຸບັນສາມາດເຮັດສຳເລັດ ໃນການກຳນົດໂຄງຮ່າງ ຂອງບົດສ້າງແຜນການດຳເນີນເກັບກຳຂໍ້ມູນຈາກພື້ນຖານ, ຈາກເອກະສານຕົວຈິງ ດຳເນີນການຂຽນ ພ້ອມທັງນຳບົດມາຜ່ານສະພາຂັ້ນກົມ ແລະ ຂັ້ນເທິງຊ່ວຍປັບປຸງ ແລະ ເຂົ້າໂຮງພິມຈົນສຳເລັດຢ່າງເປັນທາງການ. ໃນນາມຜູ້ຊີ້ນຳໂຄງການຢືນຢັນວ່າ: ໂຄງການດັ່ງກ່າວ ມີເນື້ອໃນອຸດົມສົມບູນສົມຄວນສາມາດໝູນໃຊ້ເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ຂຽນບົດນິພົນຂອງນັກສຶກສາ, ໝູນໃຊ້ເຂົ້າໃນການຫັດແອບກຽມພ້ອມສູ້ຮົບ ແລະ ສູ້ຮົບຂອງບັນດາກົມກອງ, ໂຮງຮຽນໃນກອງທັບ ອີກຢ່າງຍັງເປັນຂໍ້ມູນປະກອບສ່ວນປະຫວັດສາດໃຫ້ນັກຮຽນ-ນັກສຶກສາຄົນຮຸ່ນໃໝ່ ສາມາດນຳເອົາໄປເປັນຂໍ້ມູນປະກອບເຂົ້າໃນການຄົ້ນຄວ້າຮໍ່າຮຽນວຽກງານປະຫວັດສາດໃຫ້ຖືກຕ້ອງຕາມຄວາມເປັນຈິງ ຕື່ມອີກ.
ໂອກາດນີ້, ໃນພິທີ ໄດ້ມີການເຊັນບົດບັນທຶກການ ມອບ-ຮັບ ຢ່າງເປັນທາງການ ລະຫວ່າງ ພັນໂທ ສັນຕິ ດວງພົມມີ ແລະ ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ພ້ອມທັງ, ຮັບຟັງການໂອ້ລົມ ຂອງສະຫາຍ ປະທານ ຕື່ມອີກ.
ໂດຍ: ນາງ ພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















