ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ປະກາດການອະນຸມັດ ໃຫ້ນາຍທະຫານຂັ້ນສູງ ພັກການຮັບອຸດໜູນບຳນານ
ເວລາອອກຂ່າວ: 2026-07-21 11:42:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 321 | ຄວາມນິຍົມ: ![]()
ວັນທີ 17 ກໍລະກົດ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ປະກາດການອະນຸມັດ ໃຫ້ນາຍທະຫານຂັ້ນສູງ ພັກການຮັບອຸດໜູນບໍານານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອຳນວຍການ,ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານບໍານານ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຮຽງ ພິມະວົງ ຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ພັກການຮັບອຸດໜູນບໍານານ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ສະຫາຍ ພັນເອກ ບຸນຈັນ ໂສລາວັນ ຮອງຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ພັກການຮັບບໍານານ.
ໂດຍ: ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















