ວຕກ ຜ່ານຫຼັກສູດປະລິນຍາໂທ ເສນາເຕັກນິກ ຕາມມາດຕະຖານຫຼັກສູດແຫ່ງຊາດ
ເວລາອອກຂ່າວ: 2026-07-21 11:39:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ: ![]()
ວັນທີ 15 ກໍລະກົດ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດກອງປະຊຸມຜ່ານຫຼັກສູດປະລິນຍາໂທ ສາຂາເສນາເຕັກນິກ ຕາມມາດຕະຖານຫຼັກສູດແຫ່ງຊາດ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ອຳນວຍການ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ, ສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ຕະຫຼອດຮອດສະພາວິທະຍາສາດ ວິທະຍາຄານ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳໃສ ສໍບຸນເຕັມ ຮອງຫົວໜ້າຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ນຳສະເໜີບົດວິພາກ ແລະ ຫຼັກສູດປະລິນຍາໂທເສນາເຕັກນິກ ໂດຍໄດ້ຫັນເອົາໂຄງການຫຼັກສູດດັ່ງກ່າວເຂົ້າສູ່ມາດຕະຖານຫຼັກສູດແຫ່ງຊາດ ເຊິ່ງໄດ້ກໍານົດເວລາດໍາເນີນໂຄງການຫຼັກສູດການຮຽນ-ການສອນ ລະບົບ 2 ປີ, ແບ່ງເປັນ 4 ພາກຮຽນ, ມີຈຳນວນໜ່ວຍກິດ ທັງໝົດ 44 ໜ່ວຍກິດ ໃນນີ້ພາກບັງຄັບ 28 ໜ່ວຍກິດ, ພາກວິຊາເລືອກ 4 ໜ່ວຍກິດ, ພາກຂຽນບົດວິທະຍານິພົນ 12 ໜ່ວຍກິດ. ທັງນີ້ ກໍເພື່ອເປັນການຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ວິໄສທັດຊຸມປີຕໍ່ໜ້າ ຂອງວິທະຍາຄານເຕັກນິກການທະຫານ ໃຫ້ປາກົດຜົນເປັນຈິງ, ຍົກລະດັບ ແລະ ຂະຫຍາຍລະບົບການສຶກສາ ຢູ່ວິທະຍາຄານເຕັກນິກການທະຫານ ເວົ້າສະເພາະ ແມ່ນສາຂາເສນາເຕັກນິກ ໃຫ້ສູງຂຶ້ນ ທັງເປັນການກໍ່ສ້າງ ແລະ ເພີ່ມຈຳນວນຕົວເລກນາຍທະຫານເສນາເຕັກນິກ ໃຫ້ແກ່ກອງທັບ ໃນແຕ່ລະສົກປີໃຫ້ຫຼາຍຂຶ້ນເລື້ອຍໆ ສາມາດຕອບສະໜອງໄດ້ວຽກງານຮັບປະກັນເຕັກນິກໃຫ້ແກ່ກອງທັບ ເພື່ອເຮັດສຳເລັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ກໍຄືເປັນບ່ອນອີງໃຫ້ແກ່ວຽກງານປ້ອງກັນຊາດ ມີຄວາມສາມາດຮັບໃຊ້ທ່ວງທັນກັບພາລະກິດປົກປັກຮັກສາປະເທດຊາດ, ອຳນາດ, ອະທິປະໄຕ ແລະ ເຂດນໍ້າແດນດິນໄວ້ໃຫ້ໝັ້ນຄົງ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















