ສ້າງຂະບວນການແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ
ເວລາອອກຂ່າວ: 2026-07-21 11:36:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ: ![]()
ວັນທີ 17 ກໍລະກົດ 2026 ນີ້, ສະຫະພັນແມ່ຍິງ ກອງບັນຊາການທະຫານຊາຍແດນ ແລະ ສະຫະພັນແມ່ຍິງ ໂຮງຮຽນທະຫານຊາຍແດນ 712 ໄດ້ສ້າງຂະບວນການແຂ່ງຂັນກິລາ ເພຶ່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026), ໂດຍການເປັນປະທານ ຂອງສະຫາຍ ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ຄອບຄົວຄະນະນຳ ກອງບັນຊາການ, ສະມາຊິກສະຫະພັນແມ່ຍິງ ແລະ ນັກກິລາ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ອໍານວຍ ເສນດາລັກ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານຊາຍແດນ ໄດ້ຜ່ານແຜນການຈັດກິດຈະກຳຂະບວນການແຂ່ງຂັນກິລາ ເພື່ອເປັນການສ້າງຂະບວນ ການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ໂດຍສະເພາະແມ່ນວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ໃຫ້ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍຄວາມສຳຄັນເລິກເຊິ່ງ ແນໃສ່ສ້າງຄວາມສາມັກຄີ ຂອງເອື້ອຍນ້ອງສະຫະພັນແມ່ຍິງ ລະຫວ່າງ ໜ່ວຍຕໍ່ໜ່ວຍ ທົ່ວກອງບັນຊາການ ແລະ ໂຮງຮຽນທະຫານຊາຍແດນ 712 ໃຫ້ໜັກແໜ້ນ, ເປັນການເຝິກຝົນກຳລັງແຮງກາຍ, ຈິດໃຈໃຫ້ເຂັ້ມແຂງ ເບີກບານມ່ວນຊື່ນ, ຍີ້ມແຍ້ມແຈ່ມໃສ ທັງເປັນການປຸກລະດົມເອື້ອຍນ້ອງສະຫະພັນແມ່ຍິງທັງໝົດ ໃຫ້ມີຄວາມຫ້າວຫັນໃນການເຂົ້າຮ່ວມຂະບວນການຕ່າງໆ ພ້ອມກັນປະກອບສ່ວນເຂົ້າໃນການສ້າງສາພັດທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ເຊິ່ງກິລາທີ່ນຳມາແຂ່ງຂັນມີ 3 ປະເພດ ຄື: ກິລາບານສົ່ງ, ກິລາດຶງເຊືອກ ແລະ ກິລາຢຽບປຸ້ມເປົ້າ.
ໂດຍ: ທູມມີ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















