ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ແມ່ຍິງ​ລາວ ຍາມ​ໃດ​ກໍ​ອຸທິດ​ສະຕິ​ປັນຍາ ແລະ ເຫື່ອແຮງ ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ເພດ​ຊາຍ ດ້ວຍ​ຄວາມ​ອົງອາດ​ກ້າຫານ
ເວລາອອກຂ່າວ: 2026-07-21 09:13:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ຕະຫຼອດ​ໄລຍະ​ເວລາ 71 ປີ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ, ແມ່ຍິງ​ລາວ ໄດ້​ຈາລຶກ​ຜົນງານ​ອັນ​ຍິ່ງ​ໃຫຍ່​ໄວ້​ໃນ​ປະຫວັດສາດ​ຂອງ​ຊາດ, ນັບ​ຕັ້ງແຕ່​ໄລຍະ​ສົງ ຄາມ​ກູ້​ຊາດ, ເອື້ອຍ​ນ້ອງ​ແມ່ຍິງ ໄດ້​ເສຍສະຫຼະ​ອຸທິດ​ເຫື່ອແຮງ ແລະ ສະຕິ​ປັນຍາ ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ເພດ​ຊາຍ​ດ້ວຍ​ຄວາມ​ອົງອາດ​ກ້າຫານ, ພາຍ​ໃຕ້​ການ​ນຳພາ-ຊີ້​ນຳ​ຢ່າງ​ໃກ້ຊິດ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ອົງ​ການຈັດຕັ້ງ​ແມ່ຍິງ ໄດ້​ຖືກ​ສ້າງຕັ້ງ​ຂຶ້ນ​ເພື່ອ​ເປັນ​ຄັນ​ທຸງ​ຮວບ​ຮວມ​ເອົາ​ແຮງ​ງານ ແລະ ນ້ຳໃຈ​ຮັກ​ຊາດ ຂອງ​ແມ່ຍິງ​ທົ່ວ​ປະເທດ ເຂົ້າ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ໃນ​ເວລາ​ນັ້ນ, ເອື້ອຍ​ນ້ອງ​ແມ່ຍິງ ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເດັດດ່ຽວ​ໜຽວ​ແໜ້ນ, ບໍ່​ຍອມ​ຈຳນົນ ແລະ ປົກ​ປິດ​ຄວາມ​ລັບ ຂອງ​ປະຕິວັດ​ຢ່າງ​ເດັດຂາດ ເຊິ່ງ​ເປັນ​ການ​ສ້າງ​ຊື່​ສຽງ ແລະ ກຽດຕິຍົດ​ອັນ​ສູງ​ສົ່ງ ໃຫ້​ແກ່​ແມ່ຍິງ​ລາວ​ມາ​ເຖິງ​ປັດຈຸບັນ. ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026), ສະຫາຍ ພັນ​ໂທ ນາງ ອຳ​ມະ​ລາ ຄຳ​ບຸນເຮືອງ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ສະແດງ​ທັດສະນະ ຂອງ​ຕົນ​ຕໍ່​ວັນ​ສຳຄັນ​ດັ່ງກ່າວວ່າ: ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ ມີ​ແມ່ຍິງ​ລາວ​ຈຳນວນ​ຫຼວງຫຼາຍ ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ເປັນ​ບຸກຄົນ​ແບບຢ່າງ​ດີເດັ່ນ​ໃນ​ການ​ປະກອບສ່ວນ​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ປະເທດຊາດ ຜົນງານ​ທີ່​ເປັນ​ປະຈັກ​ຕາ ແລະ ສ້າງ​ຄວາມພາກພູມ​ໃຈໃຫ້ແກ່ສັງ ຄົມ ເຊິ່ງ​ຢືນຢັນ​ເຖິງ​ການ​ສົ່ງເສີມ​ສິດ​ສະເໝີພາບ ລະຫວ່າງຍິງ-ຊາຍ ຢ່າງ​ແທ້​ຈິງ ຄື​ການ​ທີ່​ແມ່ຍິງ​ລາວ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື້ອ​ໃຈ​ຈາກ​ການ​ນຳພາ ຂອງ​ພັກ-ລັດ ໃຫ້​ດຳລົງ​ຕຳແໜ່ງ​ທີ່​ສຳຄັນ​ໃນ​ກົນ​ໄກ​ບໍລິຫານ​ປະເທດ ເປັນຕົ້ນ​ແມ່ນຮອງ​ປະທານ​ປະເທດ, ປະ ທານ​ສະພາ​ແຫ່ງ​ຊາດ, ລັດຖະ ມົນຕີ, ຮອງ​ລັດຖະມົນຕີ ແລະ ຕຳແໜ່ງ​ບໍລິຫານ​ລະດັບ​ສູງ​ອື່ນໆ ອີກ​ເປັນ​ຈຳນວນ​ຫຼວງຫຼາຍ. ໃນ​ຍຸກ​ໂລກາ​ພິ​ວັດ ເຖິງ​ແມ່ນ ​ວ່າ​ໃນ​ປັດຈຸບັນ, ກະແສ​ວັດທະ ນະທຳ​ຕ່າງ​ຊາດ​ຈະ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ ແລະ ສົ່ງ​ຜົນ​ກະທົບ​ຕໍ່​ຄ່າ​ນິຍົມ​ຂອງ​ສັງຄົມ, ແຕ່​ສຳລັບ ​ສປປ ລາວ ຍ້ອນ​ການ ​ເອົາໃຈໃສ່​ຊີ້​ນຳ​ຢ່າງ​ໃກ້ຊິດ ຂອງ​ພັກ-ລັດ ກໍ​ຄື​ສະຫະພັນ​ແມ່ຍິງ​ລາວ​ທຸກ​ຂັ້ນ ທີ່​ໄດ້​ສຸມ​ທຸກ​ສະຕິ​ປັນຍາ​ເຂົ້າ​ໃນ​ວຽກ​ງານ​ສຶກ​ສາ​ ອົບຮົມ​ການເມືອງ-ນຳພາແນວ​ ຄິດ, ສອດ​ຫ້ອຍ​ເຂົ້າ​ກັບ​ທຸກ​ຂົງ ເຂດ​ວຽກ​ງານ ຈຶ່ງ​ເຮັດ​ໃຫ້​ແມ່ຍິງ​ລາວ ມີ​ສະຕິ​ຕື່ນ​ຕົວ, ຮູ້ຈັກ​ກັ່ນ​ຕອງ ແລະ ບໍ່​ຕົກ​ເປັນ​ເຄື່ອງມື​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ. ພ້ອມ​ກັນ​ນັ້ນ, ຍັງ​ສາມາດ​ປົກ​ປັກ​ຮັກສາ​ມູນເຊື້ອ​ອັນ​ດີງາມ ຂອງ​ຊາດ, ຮີດຄອງ​ປະເພນີຂອງແມ່ຍິງລາວ. ໃນ​ປີ 2026 ບັນຍາກາດ​ການ​ສະເຫຼີມສະຫຼອງ​ວັນປະ ຫວັດສາດ​ດັ່ງກ່າວ ແມ່ນ​ໄດ້ດຳ ເນີນ​ໄປ​ຢ່າງ​ຟົດຟື້ນ ແລະ ມີຄວາມ ​ໝາຍ​ເລິກເຊິ່ງນັບແຕ່ຂັ້ນ​ ສູນ​ກາງ​ຈົນ​ຮອດ​ທ້ອງຖິ່ນ ເວົ້າ​ສະເພາະ​ໃນ​ຂົງເຂດ​ກອງທັບ, ພະ​ແນກ​ສະ ຫະພັນ​ແມ່ຍິງ ຫ້ອງ​ວ່າການກະ ຊວງ​ປ້ອງ​ກັນ​ປະເທດ ພາຍ​ໃຕ້​ ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ ຫ້ອງ ການ​ສະຫະພັນ​ແມ່ຍິງ​ກອງທັບ ໄດ້​ເປັນ​ເຈົ້າ​ການ​ຮ່ວມ​ກັບ​ຮາກ​ຖານ ແລະ ໜ່ວຍ​ສະຫະພັນ​ແມ່ຍິງ​ທີ່​ຂຶ້ນ​ກັບ ຈັດ​ກິດຈະກຳ “ງານ​ຕະຫຼາດນັດ​ແມ່ຍິງ​ກອງທັບ” ພາຍ​ໃນ​ງານ​ໄດ້​ມີ​ການ​ນຳເອົາ​ຜະ ລິດ​ຕະ​ພັນ​ອຸປະໂພກ-ບໍລິໂພກ, ເຄື່ອງ​ຫັດຖະກຳ, ສິ້ນ, ເສື້ອແຜ່​ ວັດທະນະທຳ, ອາຫານພື້ນເມືອງ ລວມ​ເຖິງການບໍລິການ​ດ້ານ​ໂທ ລະ​ຄົມມະນາຄົມ​ມາ​ວາງສະແດງ ແລະ ຈຳໜ່າຍ ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ ແລະ ການ​ສະໜັບສະໜູນ​ຈາກ​ແຂກ ທັງ​ພາຍ​ໃນ ແລະ ພາຍ​ນອກ​ກອງທັບ​ຢ່າງ​ຫຼວງຫຼາຍ, ກິດຈະກຳ​ດັ່ງກ່າວ ບໍ່​ພຽງ​ແຕ່​ເປັນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ ລະຫວ່າງ ເອື້ອຍ​ນ້ອງ​ແມ່ຍິງແຕ່​ລະ​ກົມກອງ ໃຫ້​ມີ​ຄວາມ​ສະໜິດສະໜົມ ແລະ ໜັກ​ແໜ້ນ​ຂຶ້ນ​ຕື່ມ. ເນື່ອງ​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ສະຫາຍ ພັນ​ໂທ ນາງ ອຳ​ມະ​ລາ ຄຳ​ບຸນ​ເຮືອງ ຕາງໜ້າ​ໃຫ້​ພະນັກງານ, ສະມາຊິກ​ສະຫະພັນ​ແມ່ຍິງ ທົ່ວ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ກ່າວ​ອວຍ ພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ຄະນະ​ນຳ​ສະຫະພັນ​ແມ່ຍິງ​ລາວ, ຄະນະ​ນຳ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ຕະຫຼອດ​ຮອດ​ແມ່ຍິງ​ລາວ​ບັນດາເຜົ່າ​ໃນ​ຂອບເຂດທົ່ວ​ ປະເທດ ຈົ່ງ​ມີ​ສຸຂະພາບ​ແຂງ ແຮງ, ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ ພ້ອມ​ກັນ​ສືບຕໍ່​ສູ້​ຊົນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້ ແລະ ພ້ອມ​ກັນ​ປົກ​ປັກ​ຮັກສາ, ເສີມ​ຂະ ຫຍາຍ​ມູນເຊື້ອ​ອັນ​ດີງາມ ຂອງ​ແມ່ຍິງ​ລາວ​ໃຫ້​ຍືນ​ຍົງ​ຄົງ​ໝັ້ນ​ຄູ່​ຊາດ​ລາວ​ຕະຫຼອດ​ໄປ. ໂດຍ: ໜູ​ແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ